ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ໜ່ວຍ​ງານເນປານ ​ຄົ້ນ​ພົບ​ຊາກ​ຫັກ​ພັງ​ ຂອງ​ເຮລິຄອບເຕີ້ ທີ່​ປະສົບ​ອຸ​ບັດ​ຕິ​ເຫ​ດ ​ໃນ​​​ເນ​ປານ


ທະຫານກອງທັບເນປານ ກຽມພ້ອມ ທີ່ຈະອອກປະຕິບັດການ ຊ່ອຍເຫຼືອ ຢູ່ທີ່ສະຖານທີ່ເກີດເຫດ ທີ່ຄາດກັນວ່າ ເປັນບ່ອນທີ່ ຊາກເຮລິຄອບເຕີ້ ກອງທັບນາວິທະໂຍທິນ ສະຫະລັດ ສູນຫາຍໄປ ໃນຂະນະທີ່ ປະຕິບັດພາລະກິດບິນຊ່ອຍບັນເທົາທຸກ ແກ່ປະເທດ ເຂດພູ Himalayan ທີ່ໄດ້ປະສົບກັບໄພແຜນດິນໄຫວ.
ທະຫານກອງທັບເນປານ ກຽມພ້ອມ ທີ່ຈະອອກປະຕິບັດການ ຊ່ອຍເຫຼືອ ຢູ່ທີ່ສະຖານທີ່ເກີດເຫດ ທີ່ຄາດກັນວ່າ ເປັນບ່ອນທີ່ ຊາກເຮລິຄອບເຕີ້ ກອງທັບນາວິທະໂຍທິນ ສະຫະລັດ ສູນຫາຍໄປ ໃນຂະນະທີ່ ປະຕິບັດພາລະກິດບິນຊ່ອຍບັນເທົາທຸກ ແກ່ປະເທດ ເຂດພູ Himalayan ທີ່ໄດ້ປະສົບກັບໄພແຜນດິນໄຫວ.

ກອງທັບ​ສະຫະລັດ​ໄ​ດ້ກ່າວ​ວ່າ ໜ່ວຍ​ງານ​ໄດ້ຄົ້ນ​ພົບ​ຊາກ
​ຫັກ​ພັງ​ຂອງ​ເຮື​ອບິນ ​Helicopter ທີ່​ປະສົບ​ອຸ​ບັດ​ຕິ​ເຫ​ດ ​
ໃນ​ປະ​ເທດເນ​ປານ ​ເຊິ່ງ​ເຮືອບິນ​ດັ່ງ​ກ່າວ​ໄດ້​ສູ​ນຫາຍ ໃນ​
ຕອນ​ບິນນຳເອົາເຄື່ອງຂອງ ໄປຊ່ວຍ​ເຫຼື​ອໝູ່ບ້ານ​ທີ່​ໄດ້ຮັບ
ຜົນ​ກະທົບ​ໜັກ ​ຈາກ​ແຜ່ນ​ດິນ​ໄຫວເມື່​ອ​ເດືອນທີ່​ແລ້ວ​ນີ້.

ຕອນ​ເຊົ້າ​ຂອງ​ວັນ​ສຸກມື້ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​
​ເນ​ປາລ ​ໄດ້​ເວົ້າ​ວ່າ ​ຊາກ​ຫັກ​ພັງ​ຂອງ​ເຮືອບິນເຮລິຄອບເຕີ້
ຂອງ​ທະ​ຫານນາວິທະໂຍທິນ ສະຫະ​ລັດ​ທີ່ໄດ້​ຫາຍ​ສາ​ບສູນ
​ໄປ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ພ້ອມ​ກັບຜູ້​ໂດ​ຍສານ 8 ຄົນ ແມ່ນ
​ໄດ້​ຖືກ​ພົບ​ເຫັນ​ແລ້ວ ​ໃນ​ເຂດພູ​ຜາທາ​ງທິ​ດ​ຕາ​ເວັນ​ອອກ​ຕອນກາງ
ຂອງປະ​ເທດເນ​ປານ, ​ເຊິ່ງບໍ່​ມີ​ຄວາມ​ເປັນ​ໄປ​ໄດ້ ວ່າ​ຈະ​ມີ​ຄົນ​ລອດ​ຊີວິ​ດ. ​ເລຂາທິການ​
ກະຊວງປ້​ອງກັນ​ປະ​ເທດເນປານ ທ່ານ Aswari Prasad Poudel ໄດ້ບອກກັບນັກຂ່າວ
ວ່າ ຕອນນີ້ໄດ້ພົບສາມສົບແລ້ວ ຢູ່ສະຖານທີ່ເກີດເຫດ ແລະ ການຄົ້ນຫາ ຄົນອື່ນໆ ແມ່ນ
ກຳລັງດຳເນີນໄປຢູ່.

ຖະແຫລງການ ຂອງບັນຊາການເຂດປາຊີຟິກ ຂອງສະຫະລັດ ໃນວັນ ສຸກມື້ນີ້ ກ່າວວ່າ
“ການປະເມີນຂອງສະຖານ ທີ່ຕອນນີ້ແມ່ນກຳລັງດຳເນີນຢູ່ ແລະ ກໍ່ຈະໄດ້ມີການ
ສືບສວນສອບສວນ ຢ່າງພິຖີພິຖັນ.”
ຖະແຫຼງການບໍ່ໄດ້ກ່າວ ສິ່ງໃດໆ ກ່ຽວກັບຊາຕາກຳ
ຂອງຜູ້ໂດຍສານ, ແຕ່ເຈົ້າໜ້າທີ່ພະແນກ ປ້ອງກັນປະເທດສະຫະລັດ ໄດ້ກ່າວໃນມື້ວັນ
ອັງຄານຜ່ານມານີ້ວ່າ ມີທະຫານນາວິທະໂຍທິນສະຫະລັດ 6 ຄົນ ແລະ ພົນລະເຮືອນຊາວ
ເນປານ 2 ຄົນ ຢູ່ເທິງເຮືອບິນດັ່ງກ່າວ. ​

ເຮືອບິນເຮຣີຄອບເຕີ້ UH-1Y Huey, ແມ່ນສ່ວນໜຶ່ງຂອງໜ່ວຍປະຕິບັດການ ສະເພາະກິດ ເພື່ອສະໜັບສະໜຸນການປະຕິບັດງານຊ່ວຍເຫຼືອ Sahayogi haat.

ການປະຕິບັດການນີ້ ຊຶ່ງເປັນການຮ່ວມື ລະຫວ່າງ ກອງທັບ ແລະ ອົງການຢູເສດໄດ້ຈັດສົ່ງ
ອຸປະກອນການຊ່ວຍເຫຼືອເກືອບ 50 ໂຕນ, ຂົນສົ່ງເຈົ້າໜ້າທີ່ກວ່າ 253 ຄົນ ແລະ ໄດ້ທຳ
ເວລາການບິນຫຼາຍກວ່າ 68 ຊົ່ວໂມງໄປທົ່ວທຸກເຂດ ທີ່ໄດ້ຮັບຜົນກະທົບ ຈາກແຜ່ນດິນໄຫວ ເມື່ອວັນທີ 25 ເດືອນເມສາ ທີ່ຜ່ານມາ.

Nepal
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG