ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຮຸ້ນ ມີປະຕິກິລິຍາ ແບບປະປົນ ຫຼັງຈາກ ທະນາຄານກາງ ສຫລ ບໍ່ຂຶ້ນດອກເບ້ຍ


Econ US Rates
please wait
Embed

No media source currently available

0:00 0:00:23 0:00

ຕະຫລາດຮຸ້ນ ຢູ່ໃນທົ່ວໂລກ ໄດ້ມີປະຕິກິລິຍາຕອບຮັບຢ່າງລະ
ມັດລະວັງໃນວັນສຸກມື້ນີ້ ຕໍ່ການຕັດສິນໃຈຂອງທະນາຄານກາງ
ສະຫະລັດ ທີ່ຈະໂຈະການຂຶ້ນອັດຕາດອກເບ້ຍເອົາໄວ້ກ່ອນ.

ໃນການປະກາດ ທີ່ໄດ້ມີການຄອງຄອຍຖ້າ ມາເປັນເວລາດົນ
ນານແລ້ວນັ້ນ ໃນວັນພະຫັດວານນີ້ ທະນາຄານກາງຂອງສະ
ຫະລັດໄດ້ຕັດສິນໃຈທີ່ຈະຮັກສາອັດຕາດອກເບ້ຍໃຫ້ຢູ່ໃນລະ
ດັບເດີມຄືໃນລະດັບທີ່ຕ່ຳສຸດເປັນປະຫວັດການທີ່ໄດ້ມີມາເປັນ
ເວລາຫຼາຍປີແລ້ວນັ້ນ.

ຍັງເປັນທີ່ຄາດກັນຢ່າງກວ້າງຂວາງວ່າ ທະນາຄານກາງສະ
ຫະລັດຈະຂຶ້ນອັດຕາດອກເບ້ຍ ກ່ອນທ້າຍປີນີ້ ແຕ່ເວລາໃດຈະມີຂຶ້ນນັ້ນ ຍັງບໍ່ທັນເປັນທີ່ ຈະແຈ້ງເທື່ອ ແລະເປັນທີ່ປາກົດວ່າ ຄວາມບໍ່ແນ່ນອນດັ່ງກ່າວນີ້ ເຮັດໃຫ້ພວກນັກລົງທຶນ ບາງຄົນມີຄວາມກັງວົນໃຈ.

ໃນວັນສຸກມື້ນີ້ ຮຸ້ນທີ່ປະເທດຍີ່ປຸ່ນໄດ້ຕົກລາຄາ 2 ເປີເຊັນໃນຕອນອັດຕະຫຼາດ. ແຕ່ຮຸ້ນ
ຢູ່ຈີນມີລາຄາສູງຂຶ້ນເລັກນ້ອຍ ຊຶ່ງໃນຕອນອັດຕະຫລາດນັ້ນ ສູງຂຶ້ນ ເຄິ່ງເປີເຊັນ. ສ່ວນ ຮຸ້ນຂອງຢູໂຣບ ຕົກລາຄາປະມານ 1 ເປີເຊັນ ໃນຕອນຕະຫຼາດເປີດ.

ການຊັກຊ້າລົງຂອງເສດຖະກິດໂລກເມື່ອໄວໆມານີ້ ໂດຍສະເພາະຢູ່ໃນປະເທດຈີນ ແມ່ນ ເຫດຜົນອັນສຳຄັນທີ່ພາໃຫ້ມີການເລື່ອນເວລາໃນການຂຶ້ນອັດຕາດອກເບ້ຍອີງຕາມທ່ານ ນາງ Janet Yellen ປະທານທະນາຄານກາງຂອງສະຫະລັດ.

ນອກນັ້ນ ທ່ານນາງຍັງກ່າວວ່າ ກ່ອນອື່ນພວກເຈົ້າໜ້າທີ່ຢາກເຫັນການປັບປຸງໃຫ້ດີຂຶ້ນຢູ່ ໃນຕະຫຼາດແຮງງານຂອງສະຫະລັດ ແລະຢາກໃຫ້ອັດຕາເງິນເຟີ້ ເພີ້ມຂຶ້ນເປັນ 2 ເປີເຊັນ
ຕໍ່ປີ ທີ່ພວກເຂົາເຈົ້າຄິດວ່າ ຈະດີທີ່ສຸດສຳລັບເສດຖະກິດຂອງປະເທດ.

ມັນຈະເປັນການຂຶ້ນອັດຕາດອກເບ້ຍເທື່ອທຳອິດໃນຮອບ 10 ປີ. ທະນາຄານກາງໄດ້ປັບ ປ່ຽນອັດຕາດອກເບ້ຍ ໃນຄວາມພະຍາຍາມເພື່ອຈະເຮັດໃຫ້ເສດຖະກິດມີຄວາມທຸ່ນທ່ຽງ
ໃນດ້ານລາຄາແລະອັດຕາຄົນຫວ່າງງານ.

US Central Bank Postpones Anticipated Rate Hike
please wait

No media source currently available

0:00 0:02:04 0:00

XS
SM
MD
LG