ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທຳນຽບຂາວ ຕໍ່ສູ້ ຂັດຂວາງ ບໍ່ໃຫ້ເນລະເທດ ຄົນເຂົ້າເມືອງ ຜິດກົດໝາຍ


ຜູ້ຄົນເຂົ້າແຖວທີ່ກົມຍວດຍານພາຫະນະລັດແຄລີຟໍເນຍ ທີ່ເມືອງ Stanton ທີ່ອອກໃບແປກມີ ໃຫ້ພວກຄົນເຂົ້າເມືອງຜິດກົດໝາຍ 59,000 ຄົນ ເມື່ອວັນທີ 2 ມັງກອນປີນີ້.
ຜູ້ຄົນເຂົ້າແຖວທີ່ກົມຍວດຍານພາຫະນະລັດແຄລີຟໍເນຍ ທີ່ເມືອງ Stanton ທີ່ອອກໃບແປກມີ ໃຫ້ພວກຄົນເຂົ້າເມືອງຜິດກົດໝາຍ 59,000 ຄົນ ເມື່ອວັນທີ 2 ມັງກອນປີນີ້.

ລັດຖະບານຂອງປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ກຳລັງທຳການຕໍ່ສູ້ ທາງດ້ານກົດໝາຍ ແລະໂຕ້ຖຽງທາງດ້ານການ
ເມືອງຮອບໃໝ່ກ່ຽວກັບການເນລະເທດພວກຄົນເຂົ້າເມືອງຜິດກົດ
ໝາຍ.

ເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ຕົນຈະຮ້ອງຂໍໃຫ້ໂຈະຄຳສັ່ງຂອງ
ຜູ້ພິພາກສາ ທີ່ໃຫ້ຕ່າວປີ້ນ ການເຄື່ອນໄຫວ ຂອງຝ່າຍບໍລິຫານ
ໂດຍທ່ານໂອບາມາ ທີ່ອາດຈະໃຫ້ການປົກປ້ອງແກ່ພວກຄົນເຂົ້າ
ເມືອງຈຳນວນຫຼວງຫຼາຍຈາກການເອົາມາດຕະການທາງດ້ານກົດ
ໝາຍນັ້ນ.

ການໂຈະດັ່ງກ່າວນີ້ ຈະເຮັດໃຫ້ການເຄື່ອນໄຫວຂອງຝ່າຍບໍລິຫານ ຍັງມີຜົນບັງຄັບຢູ່ຈົນ ກວ່າບັນຫານີ້ໄດ້ມີຂໍອຸທອນໄປຍັງສານສູງ.

ທ່ານ Josh Earnest ໂຄສົກຂອງທຳນຽບຂາວ ກ່າວວ່າ ລັດຖະບານຄາດວ່າ ຈະໄດ້ຮັບ ການຂໍອຸທອນຍ້ອນວ່າມັນມີພື້ນຖານອັນແໜ້ນໜາທາງດ້ານກົດໝາຍສຳຫລັບປະທານາ ທິບໍດີທີ່ຈະເອົາບາດກ້າວຕ່າງໆ ທີ່ທ່ານໄດ້ປະກາດໄປເພື່ອປະຕິຮູບລະບົບຄົນເຂົ້າເມືອງ
ທີ່ເພພັງແລ້ວນັ້ນ.

ການເຄື່ອນໄຫວຂອງຝ່າຍບໍລິຫານແມ່ນບໍ່ຕ້ອງຜ່ານສະພາແລະໄດ້ສ້າງຄວາມໂມໂຫໃຫ້ ແກ່ສະມາຊິກສະພາພັກຣີພັບບລີກັນຈຳນວນຫຼວງຫຼາຍທີ່ໄດ້ນຳເອົາເລື່ອງນີ້ໄປຂຶ້ນສານ.

ໃນວັນອັງຄານຜ່ານມານີ້ ທຳນຽບຂາວກ່າວວ່າ ກະຊວງຍຸຕິທຳຈະປະຕິບັດຕາມແຕ່ກໍໄດ້
ຂໍອຸທອນຕໍ່ຄຳຕັດສິນໂດຍຜູ້ພິພາກສາຢູ່ລັດເທັກຊັສ ທີ່ໄດ້ສັ່ງໃຫ້ຂັດຂວາງປະທານາທິບໍ
ດີເປັນການຊົ່ວຄາວ ທີ່ໃຫ້ການປົກປ້ອງຕໍ່ພວກຄົນເຂົ້າເມືອງທີ່ບໍ່ມີເອກກະສານຫຼາຍເຖິງ
5 ລ້ານຄົນ ຈາກການຖືກເນລະເທດ.

ການຕັດສິນທີ່ວ່ານີ້ ມີຂຶ້ນທ່າມກາງການຕໍ່ສູ້ຖົກຖຽງກັນ ຢູ່ໃນລັດຖະສະພາກ່ຽວກັບການ ໃຫ້ເງິນສະໜັບສະໜຸນຕໍ່ກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດທີ່ເປັນຜູ້
ດູແລລະບຽບການເລື່ອງຄົນເຂົ້າເມືອງ ແລະຄວບຄຸມເຂດຊາຍແດນ. ການໃຫ້ເງິນສະໜັບ ສະໜຸນຕໍ່ກະຊວງດັ່ງກ່າວ ມີກຳນົດຈະໝົດອາຍຸລົງໃນທ້າຍອາທິດໜ້ານີ້.

XS
SM
MD
LG