ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ສຳພາດ ຍານາງອະນຸສອນ ສີລິວົງໄຊ ຜູ້ບໍລິຫານ ອົງການພັນທະມິດ ແຫ່ງຊາດ ລາວອາເມຣິກັນ


ຍານາງອະນຸສອນ ສີລິວົງໄຊ ຜູ້ບໍລິຫານອົງການພັນທະມິດແຫ່ງຊາດລາວອາເມຣິກັນ.
ຍານາງອະນຸສອນ ສີລິວົງໄຊ ຜູ້ບໍລິຫານອົງການພັນທະມິດແຫ່ງຊາດລາວອາເມຣິກັນ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳວັນພະຫັດ ມື້ນີ້ ເຮົາຈະນຳສະເໜີການສຳພາດ ຍານາງອະນຸສອນ ສີລິວົງໄຊ ຜູ້ບໍລິຫານອົງ ການພັນທະ ມິດແຫ່ງຊາດລາວອາເມຣິກັນ Laotian American National Alliance ຫລື LANA ເປັນ ອົງການອາສາສະມັກທີ່ບໍ່ຫວັງຜົນກຳໄລ. ອະນຸສອນ​ ເປັນຄູສອນ​ປະຫວັດສາດ ​ແລະ​ພາສາ​ອັງກິດ ນອກນັ້ນຍັງ​ເປັນການ​ເຄື່ອນ​ໄຫວ ​ເປັນ​ປາກ​ເປັນສຽງດ້ານ​ສັງຄົມ ​ແລະເສ​ດ ຖະກິດການ​ເປັນ​ຢູ່. ​ຄວາ​ມ​ເປັນມາ ຂອງ​ອະນຸສອນ​ເປັນ​ຢ່າງ​ໃດ​ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບ ຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິຊາວລາວຂອງ ວີໂອເອ ມື້ນີ້ ຂ້າພະເຈົ້າຂໍ ແນະນຳໃຫ້ທ່ານຮູ້ຈັກກັບ ຍານາງອະນຸສອນ ສີລິວົງໄຊ ຜູ້ບໍລິຫານ ອົງການພັນທະມິດ ແຫ່ງ ຊາດລາວອາເມຣິກັນຫຼື Laotian American National Alliance ມີຊື່ຫຍໍ້ວ່າ (LANA). ອົງການ LANA ນີ້ ຕັ້ງຂຶ້ນມາໃນປີ 1999 ເປັນອົງການອາສາສະມັກທີ່ບໍ່ຫວັງຜົນກຳໄລ ຈຸດປະສົງກໍຄືເປັນປາກ ເປັນສຽງທາງດ້ານສັງຄົມ ເສດຖະກິດ ແລະຄວາມກ້າວໜ້າດ້ານ ການສຶກສາ ໃຫ້ແກ່ບັນດາຊາວໜຸ່ມອາເມຣິກັນເຊື້ອ ສາຍລາວ ທີ່ໄດ້ມາເກີດ ແລະເຕີບ ໃຫຍ່ຢູ່ໃນສະຫະລັດ.

ເປັນເວລາສີ່ທົດສະວັດຜ່ານມາແລ້ວບັດນີ້ເຮົາສາມາດສັງເກດເຫັນໝາກຜົນ ຄວາມແຕກ ຕ່າງ ແລະຊ່ອງຫວ່າງດ້ານການສຶກສາ ລະຫວ່າງບັນດາຜູ້ປົກຄອງ ແລະລູກເຕົ້າຜູ້ທີ່ໄດ້ ມາເຕີບໃຫຍ່ຢູ່ໃນຕ່າງປະເທດ ໂດຍສະເພາະ ຢູ່ໃນສະຫະ ລັດອາເມຣິກາ ທີ່​ພວກລູກ​ຫລານ​ຜູ້​ເກີດ​ໃໝ່​ໃຫຍ່ລຸນ ໄດ້​ມີ​ໂອກາດສຶກສາ​ຮໍ່າຮຽນ. ບັນດາພໍ່ແມ່ຜູ້ປົກຄອງ ຜູ້ທີ່ໄດ້ ບຸກ​ເບີກປູທາງການຕັ້ງຊີວິດໃໝ່ ເພື່ອຄວາມຢູ່ດີເປັນສຸກ ແລະຄວາມປອດໄພແກ່ຄອບຄົວ ບັດນີ້​ພາກັນມີ ຄວາມ ພາກພູມໃຈ ທີ່ເຫັນລູກເຕົ້າໄດ້ຮັບຜົນສຳ ເລັດດ້ານການສຶກສາ ສູງ ຢູ່ໃນຂະແໜງການຕ່າງໆ.

ບັດນີ້ເຮົາມາຕິດ​ຕາມຟັງການສົນທະນາກັບ ຍານາງອະນຸສອນ ສີລິວົງໄຊ ອາເມຣິກັນ ເຊື້ອສາຍລາວ ຜູ້ເປັນ​ໂຕ​ຢ່າງທີ່​ດີຄົນນຶ່ງ ທີ່ໄດ້ມາ​ເຕີບໃຫຍ່ຢູ່ ໃນສະຫະລັດ ເປັນ​ພົນລະ​ເມືອງ​ທີ່​ດີຂອງ​ຊາດ ​ແລະ​ເປັນຜູ້ປະສົບຜົນສຳ​ເລັດ​ດ້ານ​ການ​ສຶກສາ. ອະນຸສອນສຳ​ເລັດ​ປະລິນ ຍາ​ໂທ ຝ່າຍ​ປະ ຫວັດສາດ ​ແລະ​ພາສາ​ອັງກິດ. ອ້າຍ​ນ້ອງ​ຂອງ​ອະນຸສອນທັງ​ສີ່​ຄົນ ສຳ​ເລັດ​ປະລິນຍາ​ຕີ ​ແລະ​ປະລິນຍາ​ເອກ. ປັດ​ຈຸ​ບັນ​ນີ້ ອະນຸສອນ​ເປັນ​ນາຍຄູ​ສອນ​ປະ ຫວັດສາດ ​ແລະ​ພາສາ​ອັງກິດ​ຢູ່ໂຮງຮຽນ​ມັດທະຍົມ. ດ້ວຍ​ຄວາມ​ເປັນ​ຫ່ວງ​ກັບ​ສັງຄົມ​ລາວອາ​ເມຣິກັນ​ ນາງໄດ້ກ້າວ​ເຂົ້າມາ​ຮັບ​ໃຊ້​ເປັນ​ປະທານ​ອົງການ LANA ​ໄດ້ກາຍມາ ເປັນນັກເຄື່ອນໄຫວ ​ແລະເປັນ​ປາກ​ເປັນ​ສຽງ​ໃຫ້ແກ່ສັງຄົມ ຊຶ່ງອະນຸສອນ ໄດ້ກ່າວສູ່ ວີໂອເອ ເຖິງ ຂັ້ນຕອນຄວາມເປັນມາດັ່ງນີ້.

ບັນດາລູກຫລານ ອາເມຣິກັນເຊຶ້ອສາຍລາວ.
ບັນດາລູກຫລານ ອາເມຣິກັນເຊຶ້ອສາຍລາວ.

ອະນຸສອນ ​ເປັນ​ນາ​ຍຄູ​ວິຊາ​ປະຫວັດສາດ ​ແລະ​ພາສາ​ອັງກິດ​ ​ແລະໄດ້​ຖືກ​ຍ້ອງຍໍ​ເປັນ​ພິ​ເສດມາ​ຕະຫລອດ. ​ເນື່ອງ​ຈາກ​ວ່າ ນາງ​ເປັນ​ພັນ​ລະ​ຍາ​ຂອງ​ທະຫານ​ສະຫະລັດ ​ເພາະສະ​ນັ້ນ​ຊີວິດ​ຄອບຄົວ​ຕ້ອງ​ໄດ້​ຍົກຍ້າຍ​ໄປ​ຢູ່​ຫລາຍ​ໆແຫ່ງ ​ແລະ​ອະນຸສອນ ກໍ​ໄດ້​ສິດສອນ ຢູ່ ໂຮງຮຽນ​ມັດທະຍົມຫຼາຍໆແຫ່ງ ດັ່ງ​ນາງ​ໄດ້ກ່າວ​ຕໍ່​ໄປ​ວ່າ.

ປະ​ເທດ​ສະຫະລັດ ​ເປັນ​ປະ​ເທດ​ເສລີ​ປະຊາທິປະ​ໄຕ ​ໂດຍ​ສະ​ເພາະ​ທາງ​ດ້ານ​ການ​ສຶກສາ ​ເປີດ​ກວ້າງ​ໃຫ້​ແກ່ທຸກ​ໆຄົນ​ມີ​ສິດ​ຮໍ່າຮຽນ​ເອົາ​ວິຊາ​ໃດໆ​ໄດ້​ຕາມ​ໃຈມັກ. ​ບັນດາ​ພໍ່​ແມ່​ຜູ້​ປົກຄອງ​ຫລາຍໆ​ຄົນ ​ທີ່ມາ​ຈາກ​ປະ​ເທດ​ກຳລັງ​ພັດທະນາ ​ບໍ່ຄ່ອຍ​ເຂົ້າ​ໃຈ​ເຖິງ​ຫລັກສູດ​ການ​ຮຽນສະ​ໄໝໃໝ່ຂອງປະ​ເທດ​ອຸດສາຫະກຳ ​ແລະ​ຮັ່ງມີ ຊຶ່ງ​ເຂົາ​ເຈົ້າ​ພາກັນສະໜຸກ​ສະໜາ​ນ​ເລືອກເອົາວິຊາຮຽນ​ຢູ່ຂັ້ນ​ມະຫາວິທະຍາ​ໄລ​ ​ເຊັນ​ວ່າ​ດ້ານ​ມະນຸດສະທຳ ຫລື humanities ຄື​ດັ່ງ​ວິຊາ​ປະຫວັດສາດ ພາສາສາດ ສົງ​ຄົມ​ສາດ ມະນຸດ​ສາດ ​ການ​ຟ້ອນ ​ແລະ​ດົນຕີ​ເຫລົ່ານີ້​ເປັນ​ຕົ້ນ. ຢູ່​ໃນ​ສາຍຕາ ແລະ​ແນ​ວຄິດ​ຂອງ​ບັນດາ​ຜູ້​ປົກຄອງທີ່​ມາ​
ຈາກ ປະ​ເທດທີ່​ກຳລັງ​ພັດທະນາແລ້ວ​ເຂົາ​ເຈົ້າ ຍັງເຫັນ​ວ່າ ​ເປັນ​ວິຊາ​ອາຊີບທີ່ບໍ່​ສ້າງ​ລາຍ​ໄດ້ ​ແລະ​ບໍ່​ມີ​ຊື່​ສຽງ​ເທົ່າ​ກັບ​ການ​ເປັນ​ທ່ານໝໍ ​ເປັນ​ທະນາຍຄວາມ ນັກວິ​ຊະ​ວະ​ກອນ​ເຫລົ່າ​ນີ້​ເປັນ​ຕົ້ນ ​ຊຶ່ງອະນຸສອນ ​ໄດ້​ເລົ່າ​ປະສົບ​ການ​ສູ່​ຟັງ​ດັ່ງ​ນີ້.

LANA
LANA

ທຸກໆ​ລະດູຮ້ອນ ອົງການ LANA ໄດ້​ຈັດ​ໃຫ້​ມີ​ການ​ສຳ​ມະ​ນາ​ຫລາຍໆຢ່າງ​ແກ່​ບັນດາ​ໜຸ່ມ​ນ້ອຍ​ອາ​ເມຣິກັນເຊື້ອສາຍລາວ​ ​ເຊັ່ນ​ວ່າ ປະຫວັດ ສາດລາວ ພາສາ​ລາວ ປະ​ເພນີ​ລາວ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ກ່ຽວ​ກັບ​ສະ ພາ​ບການ​ຢູ່​ໃນ​ສະຫະລັດ ​ເຊັ່ນ​ບັນຫາ​ຄົນ​ເຂົ້າ​ເມືອງ ການ​ເນລະ​ເທດ​ຄົນ​ອອກປະ​ເທດ ການ​ກັກ​ຂັງ​ບັນດາ​ເຍົາວະ​ຊົນ​ທີ່​ບໍ່​ເຖິງ​ກະສຽນ ​ແລະ​ບັນ ຫາ​ຍິງ​ສາວ​ຖືພາ​ແຕ່​ຍັງ​ນ້ອຍ​ ເຫລົ່າ​ນີ້​ເປັນ​ຕົ້ນ. ອະ​ນຸສອນ​ ໄດ້​ເປັນ​ປະ ທານ​ອົງການ LANA ມາ​ໄດ້​ສີ່​ປີ​ແລ້ວ ນາງ​ໄດ້​ເຫລົ່າ​ເຖິງ​ ການ​ຊອກ​ຫາ​ທຶນຮອນ​ມາ​ບໍລິຫານ​ອົງການແລະ​ຍັງ​ມີ​ຄວາມ​ເປັນ​ຫ່ວງ​ຢາກ​ຊ່ວຍ​ປະຊາ​ຄົມ​ອາ​ເມຣິກັນເຊື້ອສາຍ​ລາວ ຊຶ່ງອະນຸສອນ​ ໄດ້​ເລົ່າສູ່ວີ​ໂອ​ເອຟັງ ເພື່ອເປັນການມ້ວນ​ທ້າຍ​ດັ່ງ​ນີ້ :

ໃນ​ເດືອນ​ສິງຫາ ​ແຕ່​ວັນ​ທີ 5 ຫາ 6 ຈະ​ມາ​ເຖິງ​ນີ້ ອົງ​ການ LANA ຈະ​ຈັດ​ສຳ​ມະ​ນາ​ປະຈຳ​ປີ​ ຄັ້ງ​ທີ 7 ຂຶ້ນ​ທີ່​ເມືອງ Las Vegas ທາງ​ພາຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສະຫະລັດ ຊຶ່ງເຂົາ​ເຈົ້າ​ຈະ​ມາ​ພົບ​ພໍ້ແລກປ່ຽນ​ຄວາມ​ຄິດ​ເຫັນ​ກັນເປັນ​ເວລສອງ​ວັນ ທ່ານ​ສາມາດ​ຕິດຕາມ​ໄດ້​ທີ່:

https://www.eventbrite.com/e/7th-laotian-american-national-conference-tickets-24840804515

XS
SM
MD
LG