ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຫວຽດນາມ ເປັນພື້ນທີ່ໜຶ່ງ ຂອງ ການທົດລອງ ບໍລິສັດ YouTube


ບັນດາເຈົ້າໜ້າທີ່ ບໍລິສັດ Google ແລະບັນດາພາຄີ ສັດເຄັກ ວັນເກີດ ອັນເປັນຂີດໝາຍ ຄົບຮອບ 1 ປີ ຂອງການເປີດໂຕ YouTube ລະບົບ ຫວຽດນາມ. (Lien Hoang/VOA News)
ບັນດາເຈົ້າໜ້າທີ່ ບໍລິສັດ Google ແລະບັນດາພາຄີ ສັດເຄັກ ວັນເກີດ ອັນເປັນຂີດໝາຍ ຄົບຮອບ 1 ປີ ຂອງການເປີດໂຕ YouTube ລະບົບ ຫວຽດນາມ. (Lien Hoang/VOA News)

ຫວຽດນາມ ມີ​ຜູ້​ເຂົ້າ​ໄປຊົມ YouTube ຫຼາຍເກີນກວ່າປະເທດ
ອື່ນໆ ຊຶ່ງບໍລິລິສັດ YouTube ໄດ້ກ່າວໃນວັນພຸດວານນີ້. ຜົນ
ງານຂອງຫວຽດນາມ ຊ່ວຍເຮັດໃຫ້ເອເຊຍ ເປັນພື້ນທີ່ຂອງການ
ທົດລອງສຳຫລັບ YouTube ຊຶ່ງ ຍົກຕົວຢ່າງ ໄດ້ນຳອອກສະ
​ເໜີ ຄຸນສົມບັດ “ນອກລະບົບ ຫຼື offline” ຢູ່ໃນຕະຫລາດທີ່
ຈຳກັດພຽງແຕ່ ຢູ່ໃນເຂດເອເຊຍເທົ່ານັ້ນ.

ປະຊາກອນຂອງຫວຽດນາມ ແມ່ນຢູ່ໃນອັນດັບ ທີ 14 ຂອງໂລກ
ແຕ່ປະເທດດັ່ງກ່າວ ແມ່ນລວມຢູ່ໃນ 10 ຕະຫລາດ ທີ່ໃຊ້ເວລາ
ເບິ່ງວີດີໂອ ຂອງ YouTube ຫລາຍ​ທີ່​ສຸດ. ບໍລິສັດດັ່ງກ່າວ ໄດ້
ປະກາດຕົວເລກນີ້ ຢູ່ທີ່ງານຂີດໝາຍ ການເປີດແວັບໄຊ YouTube.vn ຄົບຮອບ 1 ປີ ຊຶ່ງເປັນແວັບໄຊ ແບບສະເພາະທ້ອງຖິ່ນ.

ທ່ານ Phoung Anh Nguyen ຫົວໜ້າຝ່າຍການຕະຫລາດ ສຳຫລັບຫວຽດນາມ ຢູ່ທີ່
ບໍລິສັດ​ແມ່​ຂອງ YouTube ຄື Google ເວົ້າວ່າ “ພວກເຮົາໄດ້ພົບເຫັນວ່າ ພຽງພາຍ
ໃນນຶ່ງປີ ມີການເຕີບໂຕ 120 ເປີເຊັນ ປີຕໍ່ປີ ໃນແງ່ ຂອງເວລາການຊົມວີດີໂອ. ອັນ
ນັ້ນ ເມື່ອປຽບທຽບກັບ 50 ເປີເຊັນຂອງການເຕີບໂຕ ໃນທົ່ວໂລກ.”

ທ່ານກ່າວຕໍ່ໄປວ່າ “ອັນນີ້ ແມ່ນເປັນຜົນສ່່ວນໃຫຍ່ ຈາກການເປີດໂຕ ຂອງ ແວັບໄຊ
ສະ ເພາະຫວຽດນາມ ຫຼື .vn ຊຶ່ງອະນຸຍາດໃຫ້ ປະຊາຊົນຫຼາຍໆຄົນ ໃນຫວຽດນາມ
ຊອກຫາເນື້ອໄນທີ່ກ່ຽວກັບຫວຽດນາມ ຫຼາຍຂຶ້ນ ສຳຫລັບຜູ້ຊົມໃຊ້ ຊາວຫວຽດນາມ
ເພື່ອນຳເອົາເນື້ອໄນເລື້ອງຂອງຫວຽດນາມ ລົງສູ່ລະບົບອິນເຕີແນັດ ແລະ ຍັງເປັນ
ແຫລ່ງສ້າງລາຍໄດ້ນຳດ້ວຍ.”

ໃນຂະດຽວກັນ YouTube ມີແວັບໄຊ ສະເພາະທ້ອງຖິ່ນ ໃນ 73 ປະເທດ ຫວຽດນາມ
ແມ່ນເປັນນຶ່ງຂອງການທົດລອງ ບ່ອນທີ່ບໍລິສັດ ສາມາດ ທົດລອງການບໍລິການຕ່າງໆ
ສຳຫລັບ ພວກຕະຫລາດ ທີ່ກຳລັງຈະພຸ່ງ​ພົ້ນ​ໃໝ່ຂຶ້ນມາຕື່ມອີກ. ລະບົບທາງເລືອກ
offline ໄດ້ຖືກເປີດຕົວ ໃນຫວຽດນາມ ເມື່ອເດືອນເມສາ ຜ່ານມາ ທີ່ເຮັດໃຫ້ກາຍເປັນ
ປະເທດນຶ່ງໃນແປດ ບ່ອນທີ່ຜູ້ຊົມໃຊ້ ສາມາດເກັບຄລິບມ້ຽນໄວ້ ເພື່ອທີ່ຈະຊົມໃນເວລາ
ທີ່ພວກເຂົາເຈົ້າບໍ່ໄດ້ຢູ່ໃນລະບົບອິນເຕີແນັດ.

XS
SM
MD
LG