ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຜູ້ບັນຊາການ ທັບເຮືອ ສຫລ ຮຽກຮ້ອງ ໃຫ້ສ້າງຕັ້ງ ຄວາມສຳພັນ ແບບປົກກະຕິ ກັບຣັດເຊຍ ຢູ່ທະເລ Baltics


ເຮືອບິນຣັດເຊຍ ໄດ້ບິນລົງຕ່ຳໆ ເຈີດໃສ່ກຳປັ່ນລົບ USS Donald Cook ທີ່ທະເລ Baltics ເມື່ອວັນທີ 12 ເມສາ 2016.
ເຮືອບິນຣັດເຊຍ ໄດ້ບິນລົງຕ່ຳໆ ເຈີດໃສ່ກຳປັ່ນລົບ USS Donald Cook ທີ່ທະເລ Baltics ເມື່ອວັນທີ 12 ເມສາ 2016.

ຜູ້​ບັນຊາ​ການ​ ກອງ​ທັບເຮືອສະຫະລັດ ກ່າວ​ວ່າ ສະຫະລັດ ​ແລະຣັດ​ເຊຍ ຈຳ​ເປັນທີ່​ຈະຕ້ອງ​ໄດ້​ຍົກ​ລະດັບສາຍ​ພົວພັນໃຫ້​ເປັນ​ປົກກະຕິ​ ໃນເຂດ​ທະ​ເລ Baltics ​ເພື່ອ​ຫຼີກ​ລຽງ​ການ​ປະ​ເຊີນ​ໜ້າ​ກັນ ​ລະ​ຫວ່າງ​ເຮືອບິນ​ລົບ​ຂອງຣັດ​ເຊຍ ​ແລະ​ກຳ​ປັ່ນ​ລົບ​ຂອງ​ສະຫະລັດ ທີ່ອາດ​ນຳໄປສູ່ຄວາມ​ຮຸນ​ແຮງ​ໄດ້ນັ້ນ.

ພົນ​ເຮື​ອ​ເອກ John Richardson ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ທີ່ທຳນຽບຫ້າ​ແຈ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ປະ​ເຊີນ​ໜ້າ​ກັນ​ໃນ​ໄລຍະ​ໃກ້ໆເມື່ອ​ໄວໆ​ມານີ້ໃນເຂດ​ທະ​ເລ Baltics ​ເຮັດ ​ໃຫ້​ມີ​ໂອກາດ​ເພີ້ມຂຶ້ນ ທີ່​ອາດ​ຈະ​ເກີດໃນ​ອັນ​ທີ່​ທ່ານເອີ້ນ​ວ່າ “​ການຄຳນວນ​ຜິດ​ໃນ​ດ້ານ​ກົນ ລະຍຸດ.” ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ ທ່ານ​ຫວັງ​ວ່າ ການ​ກະທຳ​ເຊັ່ນ​ນີ້ ຈະ​ຕ້ອງ​ຍຸຕິ​ລົງ.

ພົນ​ເຮືອ​ເອກ Richardson ​ໄດ້ກ່າວ​ຕື່ມ​ວ່າ “ຂ້າພະ​ເຈົ້າ​ບໍ່​ຄິດ​ວ່າ ຣັດ​ເຊຍ ​ແມ່ນ​ບໍ່​ໄດ້​ພະ ຍາຍາມ​ທີ່​ຈະທ້າຍ​ທາຍ​ເພື່ອ​ໃຫ້​ເກີດ. ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຂົາ​ເຈົ້າ​ພະຍາຍາມ​ທີ່​ຈະ​ສົ່ງ​ສັນຍານບາງ​ຢ່າງ. ຂ້າພະ​ເຈົ້າຄິດ​ວ່າ ມັນ​ເປັນ​ທີ່​ຈະ​ແຈ້ງ​ທີ່​ວ່າ ພວກ​ເຂົາ​ເຈົ້າ​ຕ້ອງການ​ທີ່​ຈະ​ບອກໃຫ້​ພວກ​ເຮົາຮູ້​ວ່າ ພວກ​ເຂົ້າ​ເຈົ້າເຫັນ​ວ່າ​ພວກເຮົາ​ກຳລັງຢູ່​ທີ່​ນັ້ນ ໃນຂົງເຂດທະ​ເລ Baltics. ”

​ເຮື​ອບິນ​ລົບ​ຂອງຣັດ​ເຊຍ ​ໄດ້​ບິນ​ສະ​ແດງກຳລັງ ຢູ່​ເທິງ​ເຮືອບິນ​ອາຍ​ພົ່ນຂອງ​ສະຫະລັດທີ່ ກຳລັງ​ບິນ​ຢູ່ໃນ​ຂົງ​ເຂດທະ​ເລ Baltics ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ບໍ່​ເທົ່າ​ໃດ​ສັບປະດາ​ຫລັງ​ຈາກ ​ເຮື​ອບິນ​ລົບ​ຂອງຣັດ​ເຊຍ ​ໄດ້​ບິນຜ່ານ​ໃນ​ໄລຍະໃກ້ໆກັບ​ກຳ​ປັ່ນ​ລົບ USS Donald Cook ຂອງ​ສະຫະລັດ ຢູ່​ນອກຝັ່ງ​ທະ​ເລ Kaliningrad.

ອົງການ​ເນ​ໂຕ້ ​ໄດ້ເສີມກຳລັງໃນ​ການ​ມີໜ້າ​ຂອງ​ຕົນ ​ໃນ​ຢູ​ໂຣບຕາ​ເວັນ​ອອກ ​ແລະໃນ​ຂົງ​ເຂດທະ​ເລ Baltic ນັບ​ຕັ້ງ​ແຕ່ ຣັດ​ເຊຍ ​ໄດ້​ປະກາດ​ຮວມ​ເອົາເຂດ Crimea ເຂົ້າ​ເປັນ​ດິນ​ແດນ​ຂອງ​ຕົນໃນ​ປີ 2014 ນັ້ນ.

The head of the U.S. Navy says the United States and Russia need to normalize their relations in the Baltics to avoid possible dangerous encounters between Russian planes and U.S. ships.

Admiral John Richardson told reporters Monday at the Pentagon that recent close encounters in the Baltic increase the chance for what he calls a "tactical miscalculation." He said he hopes this kind of activity will stop.

"I don't think the Russians are trying to provoke an incident," Richardson said. "I think they're trying to send a signal. I think it's pretty clear that they are willing to let us know that they see that we are up there in the Baltics."

A Russian warplane performed maneuvers above a U.S. jet flying over the Baltic Sea on Friday, weeks after Russian jets flew dangerously close to the warship USS Donald Cook off the coast of Kaliningrad.

NATO has bolstered its military presence in Eastern Europe and the Baltics since Russia annexed Ukraine's Crimea in 2014.

XS
SM
MD
LG