ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະຫະລັດ ແລະ NATO ສະແດງ ຄວາມເປັນຫ່ວງ ກ່ຽວກັບ ທະຫານ ຣັດເຊຍ ໃນ ຊີເຣຍ


ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov, ຂວາ, ຕ້ອນຮັບຄູ່ຕຳແໜ່ງ ຝ່າຍອີຣ່ານ ທ່ານ Mohammad Javad Zarif, ໃນການປະຊຸມ ທີ່ນະຄອນຫຼວງ ມອສໂກ, ຣັດເຊຍ, 17 ສິງຫາ, 2015.
ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov, ຂວາ, ຕ້ອນຮັບຄູ່ຕຳແໜ່ງ ຝ່າຍອີຣ່ານ ທ່ານ Mohammad Javad Zarif, ໃນການປະຊຸມ ທີ່ນະຄອນຫຼວງ ມອສໂກ, ຣັດເຊຍ, 17 ສິງຫາ, 2015.

ສະຫະລັດ ແລະ ອົງການ NATO ​ໄດ້ມີ​ປະຕິກິລິຍາ​ ໂດຍສະແດງ​ ຄວາມ​ເປັນ​ຫ່ວງ​ຕໍ່ລາຍ​ງານ ​ທະຫານຣັດ​ເຊຍເຂົ້າ​ໄປໃນຊີ​ເຣຍ ເພີ່ມ​ຫຼາຍຂຶ້ນ​.

​ເຈົ້າ​ໜ້າ​ທີ່​ອະວຸ​ໂສກະຊວງປ້ອງ​ກັນ​ປະ​ເທດ ສະຫະລັດ ຄົນໜຶ່ງ​ ໄດ້ກ່າວ​ຕໍ່ວີ​ໂອ​ເອວ່າ ຣັດເຊຍ​ ໄດ້ຂົນ​ສົ່ງ​ສຳພາລະຂອງທະຫານ ທາງ​ອາ​ກາດ​ໄປ ​ຊີ​ເຣຍ, ​ໂດ​ຍ​ເອີ້ນ​ກິດ​ຈະ​ກຳ​ດັ່ງກ່າວ​ວ່າ “ບໍ່ຊ່ວຍເຫລືອຫຍັງເລີຍ.”

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານ John Kirby ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທ່ານຍັງ ບໍ່ທັນໄດ້ຮັບ​ຢືນຢັນ ເຖິງການ​ເສີມ​ກຳລັງ ຂອງຣັດ​ເຊຍ, ​ແຕ່​ວ່າ “ຈຸດປະສົງ​ຂອງຣັດ​ເຊຍ ຢູ່​ບ່ອນ​ນີ້​ແມ່ນຍັງ​ບໍ່​ກະຈ່າງ​ແຈ້ງ.” ທ່ານ​ໄດ້​ກ່າວ​ວ່າ ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ທ່ານ John Kerry ​ໄດ້ປຶກສາ​ຫາລື​ ກ່ຽວກັບ​ບັນຫາ​ນີ້ ທາງ​ໂທລະ​ສັບ ກັບ​ ລັດຖະມົນຕີ​ການ​ຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergei Lavrov.

ທ່ານ Kirby ​ໄດ້​ກ່າວ​ວ່າ “ທ່ານ​ໄດ້​ກ່າວ​ຢ້ຳເຖິງຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ ກ່ຽວກັບ​ ລາຍ​ງານ​ພວກ​ນີ້ ​ເຖິງ​ກິດຈະກຳ​ທາງທະຫານຂອງ ຣັດ​ເຊຍ ຫຼື ການ​ເສີມ​ກຳລັງ, ​ໃນ​ ຊີ​ເຣຍ ຖ້າ​ທ່ານ​ຈະ​ເວົ້າ ແລະໄດ້ສະແດງ​ໃຫ້ເຫັນຢ່າງຈະແຈ້ງ ເຖິງ​ທັດສະນະ​ຂອງ​ພວກ​ເຮົາ​ວ່າ ​ຖ້າ​ແມ່ນ ຄວາມ​ຈິງ ​ແລະໄດ້ຮັບການພິສູດ,ລາຍ​ງານ​ດັ່ງ​ກ່າວ​ນັ້ນ​ອາ​ດຈະນຳ​ໄປ​ສູ່​ການເກີດຄວາ​ມຮຸນ​ແຮງ​ຍິ່ງ​ຂຶ້ນ ​ແລະຫຼາຍ​ຂຶ້ນ, ​ແມ່ນ​ກະທັ້ງມີ​ຄວາມບໍ່ ​ໝັ້ນຄົງເພີ່ມ​ຂຶ້ນ ​ໃນ​ປະ​ເທດ ຊີ​ເຣຍ.”

​ໂຄສົກ​ທຳນຽບຂາວ ທ່ານ Eric Schultz ​ໄດ້​ສະທ້ອນໃຫ້ເຫັນ ເຖິງ​ຄວາມ​ເປັນ​ຫ່ວງ​ດັ່ງກ່າວ​ ໃນ​ຂໍ້ຄວາມ​ຂອງ​ທ່ານ​ ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານ​ນີ້.

ທ່ານ Schultz ​ໄດ້​ກ່າວ​ວ່າ “ພວກເຮົາ​ໄດ້​ສະແດງໃຫ້ເຫັນຢ່າງ​ກະຈ່າງແຈ້ງ​ແລ້ວ​ວ່າ ​ມັນ​ຈະ​ເປັນ​ສິ່ງ​ທີ່ບໍ່ຢູ່ພາຍໃຕ້ສາມັນສຳນຶກ ທີ່ຝ່າຍໃດກໍຕາມ ລວມທັງຣັດ​ເຊຍ ທີ່ຈະ ໃຫ້ການ​ສະໜັບສະໜູນ ​ຕໍ່​ລະບອບ​ການ ປົກຄອງ​ຂອງ​ທ່ານ Assad.”

​ໃນນະຄອ​ນຫຼວງ Prague, ​ເລຂາທິການໃຫຍ່​ຂອງອົງການ NATO ທ່ານ Jens Stoltenberg ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ທີ່​ຄ້າຍຄື​ກັນ​ກ່ຽວ​ກັບ​ ການ​ເຄື່ອນ​ກຳລັງ​ທະຫານ ​ແລະ ​ເຮືອ​ບິນ​ຮົບ​ຂອງ ຣັດ​ເຊຍ ​ເຂົ້າ​ໄປ​ໃນ ຊີ​ເຣຍ ດັ່ງ​ທີ່​ມີ​ລາຍ​ງານ​ໄປ​ນັ້ນ.

ທ່ານ Stoltenberg ​ໄດ້​ກ່າວວ່າ “ການກະທຳ​ດັ່ງກ່າວ​ນັ້ນ​ ຈະ​ບໍ່ປະກອບສ່ວນ​ຫຍັງຕໍ່​ການແກ້​ໄຂ​ບັນ​ຫາ,” “ຂ້າພະ​ເຈົ້າ​ຄິດ​ວ່າ​ມັນ​ເປັນ​ເລື່ອງສຳຄັນ​ທີ່​ຈະ​ສະໜັບສະໜູນ​ ທຸກໆ​ຄວາມ​ພະຍາ​ມ​ເພື່ອ​ຊອກຫາທາງແກ້​ໄຂ​ທາງ​ດ້ານ​ການ​ເມືອງ​ຕໍ່​ຄວາມ​ຂັດແຍ້​ງ​ໃນ ຊີ​ເຣຍ ​ໃນ​ຕອນ​ນີ້.”

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງ ຣັດ​ເຊຍ ທ່ານ​ນາງ Maria Zakharova ​ໄດ້​ກ່າວໃນ​ຖະ​ແຫຼ​ງການ​ໃນ​ວັນ​ພຸດ​ວານ​ນີ້​ວ່າ “ບັນດາ​ຜູ້​ຊ່ຽວຊານ​ທະຫານ ຣັດ​ເຊຍ” ​ແມ່ນ​ຢູ່​ໃນ
ຊີ​ເຣຍ ​ເພື່​ອຊ່ວຍ​ເຫຼືອ​ທະຫານ​ ຊີເຣຍ​ໃຫ້​ມີ​ຄວາມ​ຊຳນານ​ໃນ​ການ​ໃຊ້​ອາວຸດ ​ແລະ ອຸປະກອນ​ອື່ນໆ​ຂອງ ຣັດ​ເຊຍ.

Russia Syria
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG