ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ອັດຕາການວ່າງງານ ໃນສະຫະລັດ ຫຼຸດລົງ ແຕ່ການວ່າຈ້າງຄົນງານໃໝ່ ຍັງຊັກຊ້າຢູ່ (ວີດິໂອ)


US Unemployment Falls to 7.3 Percent, But Hiring Pace Slows
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ສະຫະລັດ​ເວົ້າ​ວ່າ ຕະຫຼາດ​ແຮງ​ງານ​ຂອງ​ຕົນ ດີ​ຂຶ້ນອີກ​ໃນ​ເດືອນ​ສິງຫາ ຄື ອັດຕາ​ການ​ວ່າງ​ງານໄດ້​ຫຼຸດລົງ​
ສູ່​ຈຸດ​ຕໍ່າ​ສຸດ ນັບ​ຕັ້ງ​ແຕ່​ທ້າຍ​ປີ 2008 ​ມາ ແລະ​ນາຍ​ຈ້າງ​ກໍໄດ້
​ເພີ່ມ​ໜ້າ​ວຽກ​ຂຶ້ນອີກ 169,000 ວຽກ.

ລັດຖະບານ​ເວົ້າ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ວ່າ ອັດຕາ​ການ​ວ່າງ​ງານ​
ເມື່ອ​ເດືອນ​ຜ່ານ​ມາ ​ໄດ້ຫຼຸດ​ຕໍ່າ​ລົງ​ມາຢູ່​ໃນ​ລະດັບ 7.3 ​ເປີ​ເຊັນ.

ຈໍານວນ​ໜ້າ​ວຽກ​ໃໝ່​ໃນ​ເດືອນ​ສິງຫາສະ​ແດງ​ໃຫ້​ເຫັນ​ວ່າ ​ເສດຖະ
ກິດ​ຂອງສະຫະລັດ ຊຶ່ງ​ເປັນ​ເສດຖະກິດທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ
ກໍາລັງ​ກ້າວໜ້າ ແຕ່​ກໍເປັນ​ໄປ​ໃນ​ລະດັບ​ປານ​ກາງ ​ແລະ​ບໍ່​ໄວ​ເທົ່າ
ຊ່ວງ​ຕອນຕົ້ນ​ຂອງ​ປີ 2013 ນີ້.

​ໃນ​ລາຍ​ງາຍ​ໃໝ່​ລ່າ​ສຸດ​ຂອງ​ຕົນ​ນັ້ນ ລັດຖະບານ​ສະຫະລັດ ຍັງ​ໄດ້​ປັບໂຕ​ເລກ​ໜ້າ​ວຽກ​ ສໍາລັບ​ເດືອນ​ມິຖຸນາ ​ແລະ​ກໍລະກົດ ລົງ ​ໂດຍ​ກ່າວວ່າ ລວມກັນ​ແລ້ວ ​ໄດ້​ມີ​ການ​ເພີ່ມວຽກ​
ໃສ່​ທັງ​ສອງ​ເດືອນ​ນັ້ນ ໜ້ອຍ​ກ່ວາ​ທີ່​ໄດ້​ຕິ​ລາຄາ​ໃນ​ເມື່ອ​ກ່ອນ ​ເຖິງ 74,000 ໜ້າ​ວຽກ​.

ທ່ານ Mark Vitner ນັກ​ເສດຖະສາດ​ອາວຸ​ໂສ ປະ​ຈໍາ​ Wells Fargo – ຊຶ່ງ​ເປັນນຶ່ງ​ໃນ ທະນາຄານທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ບອກ​ວີ​ໂອ​ເອວ່າ ການ​ເຕີບ​ໂຕຂອງ​ໜ້າ​ວຽກ ແມ່ນ
ຍັງໜ້າຜິດ​ຫວັງຫຼາຍຢູ່ ​ແຕ່​ຢ່າງ​ໃດກໍຕາມ ​ເສດຖະກິດ​ສະຫະລັດ ກໍ​ກໍາລັງ​ດີຂຶ້ນ.

ການ​ເຕີບ​ໂຕຂອງ​ໜ້າ​ວຽກ​ທີ່​ຂ້ອນ​ຂ້າງ​ອ່ອນ​ແອ​ນັ້ນ ອາດ​ສ້າງ​ຄວາມ​ຫຍຸ້ງຍາກ ​ໃຫ້​ແກ່
ການ​ຕັດສິນ​ໃຈ​ຂອງ​ທະນາຄານ​ກາງຂອງ​ປະ​ເທດ​ ກ່ຽວ​ກັບ​ເສດຖະກິດ​ຂອງ​ປະ​ເທດ.

ບັນດາ​ຜູ້​ຮ່າງ​ນະ​ໂຍບາຍ ທີ່​ທະນາຄານ​ກາງ​ສະຫະ​ລັດ ກໍາລັງ​ຊັ່ງຊາ​ວ່າ ຄວນຈະຢຸດ​ເຊົາ​ຊື້ຫຼັກຊັບ ຈໍານວນ 85 ພັນ​ລ້ານ​ໂດ​ລ່າ​ຕໍ່​ເດືອນ ທີ່​ພວກ​ເຂົາ​ ​ເຈົ້າ​ໄດ້ເຮັດ​ມາ​ຕະຫຼອດ ​ເພື່ອ​ທຸ່ມ​ເງິນ ຫຼາຍຂຶ້ນ ​ເຂົ້າ​ໃສ່​ໃນເສດຖະກິດ​ຂອງ​ປະ​ເທດ​ນັ້ນ ​ເພື່ອ​ຊຸກຍູ້​ການ​ຟື້ນ​ຕົວ​ຄືນ​ນັ້ນ ຫຼືບໍ່?

ທະນາຄານ​ກາງ​ໄດ້​ເວົ້າ​ວ່າ ຕົນ​ອາດ​ຈະ​ເລີ່​ມຕັດ​ການ​ຊື້​ລົງເທື່ອ​ລະ​ຂັ້ນ ​ໃນ​ປີ​ນີ້ ​ແລະ​ໃຫ້​ສິ້ນ​ສຸດ​ລົງພາຍ​ໃນ​ກາງ​ປີ 2014. ບັນດາ​ຜູ້​ຮ່າງ​ນະ​ໂຍບ​າຍ ມີ​ກໍານົດຈະ​ພົບ​ປະກັນ​ໃນ​ສອງ​ອາທິດ​ຕໍ່ໜ້າ​ນີ້ ​ແລະອາ​ດສັ່ງ​ໃຫ້​ຕັດ​ລົງ​ພໍ​ເຖິງ​ເວລາ​ນັ້ນ ຫຼືລໍຖ້າ​ເບິ່ງ ​ລາຍ​ງານດ້ານ​ເສດຖະ​ກິດ​ຕື່ມອີກ ກ່ອນ​ຈະ​ເຮັດ​ຫຍັງ​ລົງ​ໄປ​ນັ້ນ.
XS
SM
MD
LG