ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ປ. ໂອບາມາ ແຕ່ງຕັ້ງ ຫົວໜ້າ ພະແນກການ ຄຸ້ມຄອງ ການລົງທຶນ


ປະທານາທິບໍດີໂອບາມາ ແຕ່ງຕັ້ງໃຫ້ອະດີດໄອຍະການ Mary Jo White ເປັນຫົວໜ້າກຳມາທິການຕະຫຼາດຫຼັກຊັບແລະຊື້ຂາຍຮຸ້ນຫຼື SEC.
ປະທານາທິບໍດີໂອບາມາ ແຕ່ງຕັ້ງໃຫ້ອະດີດໄອຍະການ Mary Jo White ເປັນຫົວໜ້າກຳມາທິການຕະຫຼາດຫຼັກຊັບແລະຊື້ຂາຍຮຸ້ນຫຼື SEC.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ແຕ່ງຕັ້ງ 2
ທ່ານໃນວັນພະຫັດວານນີ້ໃຫ້ເປັນຫົວໜ້າພະແນກການຮັບຜິດ
ຊອບໃນການປົກປ້ອງພວກນັກລົງທຶນ.

ປະທານາທິບໍດີໂອບາມາໄດ້ຮ້ອງຂໍໃຫ້ອະດີດໄອຍະການ Mary
Jo White ເປັນຫົວໜ້າກຳມາທິການດ້ານຕະຫຼາດຫຼັກຊັບ ແລະ
ຊື້ຂາຍຮຸ້ນຫຼື SEC ແລະຂໍໃຫ້ທ່ານ Richard Cordray ເຂົ້າຮັບ
ຕຳແໜ່ງ ຄົບກຳນົດ ເປັນຜູ້ອຳນວຍການ ຫ້ອງການປົກປ້ອງຄຸ້ມ
ຄອງດ້ານການເງິນຜູ້ບໍລິໂພກ.

ກຳມາທິການ SEC ແມ່ນພວມໄດ້ຮັບການປະຕິຮູບທີ່ແນໃສ່ເພື່ອ
ປ້ອງກັນບໍ່ໃຫ້ມີການລົງທຶນທີ່ສ່ຽງເກີນໄປຊຶ່ງພົວພັນກັບວິກິດການ
ທາງດ້ານການເງິນ. ທ່ານ ນາງ White ເຄີຍຈັດການມາແລ້ວກ່ຽວ
ກັບບັນຫາການສໍ້ໂກງທີ່ສະລັບຊັບຊ້ອນໃນເລື່ອງຕະຫຼາດຫຼັກຊັບແລະກໍຄະດີຕ່າງໆກ່ຽວກັບ
ກຸ່ມນັກເລງອັນທະພານແລະພວກກໍ່ການຮ້າຍ.

ປະທານາທິບໍດີໂອບາມາ (ຊ້າຍ) ແລະທ່ານ Richard Cordray
ປະທານາທິບໍດີໂອບາມາ (ຊ້າຍ) ແລະທ່ານ Richard Cordray

ສ່ວນອົງການຂອງທ່ານ Cordray ແມ່ນກຳກັບນຳເລື່ອງຜະລິດຕະພັນການເງິນ ເຊັ່ນບັດ ສິນເຊື່ອ ແລະການຂາຍຈຳນອງຫຼື Mortgage ໃຫ້ແກ່ຜູ້ບໍລິໂພກ. ປະທານາທິບໍດີໂອບາ
ມາ ເອີ້ນທ່ານວ່າ “ແຊ້ມປ້ຽນ” ຂອງຜູ້ບໍລິໂພກ ແລະຮຽກຮ້ອງໃຫ້ສະພາສູງສະຫະລັດຮັບ ຮອງເອົາທ່ານໂດຍໄວ. ເມື່ອນຶ່ງປີກ່ອນປະທານາທິບໍດີໂອບາມາໄດ້ແຕ່ງຕັ້ງຢ່າງເປັນການ ຊົ່ວຄາວໃຫ້ທ່ານ Cordray ເຂົ້າຮັບຕຳແໜ່ງດັ່ງກ່າວທ່າມກາງການປະເຊີນໜ້າຢ່າງແຂ່ງ ຂັນຈາກພັກຣີພັບບລີກັນ.

ກ່ຽວຂ້ອງກັນ

XS
SM
MD
LG