ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ເສດຖະກິດ ສຫລ ເຕີບໂຕ ໄວກວ່າ ທີ່ໄດ້ຄາດຄິດເອົາໄວ້


US Economy Grew Faster Than Expected in Final Three Months of 2015
please wait

No media source currently available

0:00 0:01:54 0:00

ເສດຖະກິດສະຫະລັດ ໄດ້​ເຕີບ​ໂຕ​ໄວ​ກວ່າ​ທີ່​ໄດ້​ຄິດ​ໄວ້​ ​ສຳລັບ​
ໄຕ​ມາດ​ສຸດ​ທ້າຍ​ຂອງປີ​ກາຍ​ນີ້ ​ເຖິງ​ແມ່ນວ່າການ​ເຕີີບ​ໂຕ ​ຍັງ
ຜິດ​ຫວັງ​ຢູ່​ ໃນ​ລະດັບທີ່​ຂ້ອນ​ຂ້າງ​ຊ້າ​ກໍ​ຕາມ.

ລາຍ​ງານຂອງ​ກະຊວງ​ການ​ຄ້າທີ່​ອອກ​ໃນ​ວັນ​ສຸກ​ມື້ວານ​ນີ້​ ກ່າວ
​ວ່າ ​ໄຕ​ມາດ​ທີ​ສີ່​ຂອງ​ປີ 2015 ​ໄດ້​ເຫັນ​ການ​ເຕີບ​ໂຕ ຍອດ​ຜະລິດ​
ຮວມພາຍ​ໃນ ຫຼື GDP ​ຂະ ຫຍາຍ​ໂຕ​ໃນອັດຕາ 1 ​ເປີ​ເຊັນ​ຕໍ່ປີ.
​ໃນ​ຂັ້ນ​ຕົ້ນ ບັນດາ​ຜູ້​ຊ່ຽວຊານ ​ໄດ້ກ່າວ​ວ່າ ອັດຕາ​ເຕີ​ບ​ໂຕ​ຂອງ
GDP ​ແມ່ນ​ຕໍ່​າລົງ​ກວ່າ​ນັ້ນ ​ແລະ​ການ​ຄາດ​ຄະ​ເນ​ດັ່ງກ່າວ ໄດ້​
ຮັບ​ການ​ດັດແປງເປັນປະຈຳອີງ​ຕາມ​ຂໍ້​ມູນ​ທີ່​ລະອຽດ​ຕື່ມ​ຂຶ້ນ​.
ສຳລັບ​ປີ 2015 ທັງ​ໝົດ ​ເສດຖະກິດ​ສະຫະລັດ ​ໄດ້​ຂະຫຍາ​ຍ​
ໂຕ 2.4 ​ເປີ​ເຊັນ.

ທີ່​ປຶ​ກສາເສດຖະກິດ ປະ​ຈໍາ​ທະ​ນຽບຂາວ ທ່ານ​ໜຶ່ງ​ກ່າວ​ວ່າ ການ​ເຕີບ​ໂຕບໍ່​ເປັນ​ປົກກະຕິ
ໃນ​ທ້າຍ​ປີ​ກາຍ​ນີ້ ​ເພາະວ່າ​ລາ​ຄາ​ນໍ້າມັນ​ຕົກ​ຕໍ່າ ​ເຮັ​ດ​ໃຫ້​ການ​ລົງ​ທຶນ​ຢູ່​ໃນ​ພາກສ່ວນດັ່ງ​
ກ່າວຫລຸດ​ລົງ ​ແລະ​ຄວາມ​ຮຽກຮ້ອງຕ້ອງການ​ສິນ​ຄ້າ​ຂາອອກ ຂອງ​ສະຫລັດກໍໄດ້​
ຊັກຊ້າລົງ.

ທ່ານ Gus Faucher ອົງການ​ບໍລິການ​ດ້ານ​ການ​ເງິນ PNC ກ່າວ​ວ່າ ລາ​ຄາ​ເງິນ​ໂດ​ລາ
​ທີ່​ແຂງຂຶ້ນ ຍັງ​ໄດ້​ເຮັດ​ໃຫ້ການ​ສົ່ງ​ສິນຄ້າ​ອອກ​ຂອງສະຫະລັດ​ມີ​ລາຄາ ແພງ​ຂື້ນ​. ທ່ານ
Faucher ກ່າວ​ວ່າ “ນັ້ນ​ເຮັດ​ໃຫ້​ເສດຖະກິດ​ຢູ່​ພົ້ນ​ທະ​ເລ ​ມີ ຄວາມ​ເຕັມ​ໃຈໜ້ອຍ​ລົງ​ທີ່​
ຈະ​ຊື້ສິນຄ້າເຫຼົ່ານັ້ນ.”

ຫົວໜ້າ​ວິໄຈຂອງ​ອົງການ Moody ທ່ານ Ryan Sweet ກ່າວ​ວ່າ “ການເຕີ​ບ​ໂຕຂອງ
ລາຍ​ໄດ້ ກຳລັງ​ເລີ້ມ​ຂື້ນຢູ່​ໃນສະຫະລັດ ຕະຫລາດ​ວຽກ​ການ​ກຳ​ລັງ​ຂະ ຫຍາ​ຍ​ໂຕ​ຢູ່
ໃນເກືອບ​ທຸກໆ​ດ້ານ ​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ ຕາບໃດ​ທີ່ຕະຫລາດ ​ວຽກ​ເຮັດ​ງານ​ທຳຍັງ​
ສືບ​ຕໍ່​ດີ​ຂື້ນ ຂ້າພ​ະ​ເຈົ້າ​ຄິດ​ວ່າ ​ເສດຖະກິດ​ຂອງ​ພວກ​ເຮົາ​ກໍ ຈະ​ສາມາດຮັບ​ມື​ກັບ​ຕະ
ຫລາດ​ການ​ເງິນ​ເຄັ່ງຂຶ້ນ ນັບ​ແຕ່​ເລີ້ມ​ຕົ້ນ​ປີນີ້​ມາ.”

XS
SM
MD
LG