ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ພິຈາລະນາ ຊ່ວຍເຫລືອ ຝ່າຍຕໍ່ຕ້ານ ໃນຊີເຣຍ (ສະໄລດ໌)


ນັກລົບເສຣີຊີເຣຍ ຢູ່ໃນທ່າຕຽມພ້ອມ ໃນຂະນະທີ່ເຂົາເຈົ້າ ສັງເກດ ກໍາລັງທະຫານຊີເຣຍ ທີ່ແນວໜ້າຂອງເມືອງ Maarat-Nuaman
ນັກລົບເສຣີຊີເຣຍ ຢູ່ໃນທ່າຕຽມພ້ອມ ໃນຂະນະທີ່ເຂົາເຈົ້າ ສັງເກດ ກໍາລັງທະຫານຊີເຣຍ ທີ່ແນວໜ້າຂອງເມືອງ Maarat-Nuaman
ມີ​ລາຍ​ງານ​ວ່າ ສະຫະລັດກຳລັງພິຈາລະນາ ທີ່​ຈະຂະ​ຫຍາ​ຍ
ກາ​ນຊ່ວຍເຫລືອ ທີ່​ບໍ່ແມ່ນ​ອາວຸດ ​ໃຫ້​ແກ່ຝ່າ​ຍຕໍ່​ຕ້ານຊີ​ເຣຍ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ​ແລະ​ຢູ​ໂຣບ ກ່າວ​ວ່າ ທໍານຽບ
ຂາ​ວ ກໍາລັງ​ຊັ່ງ​ຊາ​ເບິ່ງນະ​ໂຍບາຍ​ໃໝ່ ​ໃນ​ຂະນະ​ທີ່ ລັດຖະ
ມົນຕີ​ການ​ຕ່າງປະ​ເທດ John Kerry ສືບ​ຕໍ່​ການ​ຢ້ຽມຢາມ​
ຕ່າງປະ​ເທດ ​ເພື່ອພົບປະ​ກັບ​ບັນດາ​ຜູ້​ນໍາໃນຢູ​ໂຣບ ​ແລະພາກ​ຕາ​ເວັນ​ອອກ​ກາງ.

ມາ​ຮອດ​ປັດຈຸບັນ​ນີ້ ສະຫະລັດ​ພຽງ​ແຕ່​ໃຫ້ການ​ຊ່ວຍ​ເຫລືອ ອຸປະກອນ​ສື່ສານ​ເທົ່າ​ນັ້ນ ​ແກ່​ຝ່າ​ຍຕໍ່ຕ້ານ​ປະທານາທິບໍດີ Bashar al-Assad. ບັນດາ​ເຈົ້າ​ໜ້າ​ທີ່​ຄັດຄ້ານໃນ
ການ​ຊ່ວຍ​ເຫລືອ​ດ້ານ​ທະຫານ ​ເພາະ​ຢ້ານ​ວ່າ ອາວຸດ​ອາດ​ຈະ​ຕົກ​ໄປ​ຢູ່​ໃນ​ກໍາມື​ຂອງ
ພວກ​ນັກ​ລົບ​ຫົວ​ຮຸນ​ແຮງ.

ບັນ​ດາລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບຢູ​ໂຣບ ​ເຫັນ​ດີ​ໃນ​ອາທິດ​ແລ້ວ​ນີ້ ເພື່ອ​ຕໍ່​ອາຍຸ​ໃນ​ການ​ສົ່ງ​ອາວຸດ​ໄປ​ໃຫ້ຊີເຣຍ ​ແຕ່ໄດ້​ເປີດ​ປະຕູໃຫ້ການ​ຊ່ວຍ​ເຫລືອ​ ທີ່​ບໍ່​ແມ່ນ​ອາ​ວຸດ​ ​ເພື່ອ​ປ້ອງ​ກັນ​ພົນລະ​ເຮືອນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ Kerry ມີ​ກໍາໜົດ​ພົບ​ປະ​ ກັບ​ສະ​ມາ​ຊິກ ຝ່າຍ​ຄ້ານຊີ​ເຣຍ ​ໃນອາທິດ​ນີ້ ​ຂະນະ​ທີ່​ ກຸ່ມເພື່ອນ​ມິດຊີ​ເຣຍ ປະ​ຊຸມ​ກັນ​ທີ່ ​ກຸງ​ໂຣມ.

XS
SM
MD
LG