ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ນາຍົກໄທ ຢືນຢັນທີ່ຈະສ້າງຜົນປະໂຫຍດ ຈາກການຄ້າກັບ ລາວແລະຈີນ ໃຫ້ເພີ້ມຂຶ້ນ ດ້ວຍການພັດທະນາລະບົບໃຫ້ບໍລິການແບບປະຕູດຽວ


ສິນຄ້າໄທແລະລາວ ຂົນສົ່ງຜ່ານທາງລົດໄຟ ຂ້າມຂົວມິດຕະພາບລາວ-ໄທ
ສິນຄ້າໄທແລະລາວ ຂົນສົ່ງຜ່ານທາງລົດໄຟ ຂ້າມຂົວມິດຕະພາບລາວ-ໄທ

ນາຍົກລັດຖະມົນຕີໄທ ຢືນຢັນທີ່ຈະສ້າງຜົນປະໂຫຍດຈາກການຄ້າກັບ ລາວ ແລະຈີນ ໃຫ້ເພີ້ມຂຶ້ນດ້ວຍການພັດທະນາລະບົບໃຫ້ບໍລິການແບບປະຕູດຽວ ໃນການຂົນສົ່ງທາງລົດໄຟທີ່ສະດວກ-ວ່ອງໄວ.

ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຖະແຫລງວ່າ ການເຊື່ອມຕໍ່ທາງລົດໄຟ ລະຫວ່າງໄທກັບລາວ ແລະຈີນ ໃຫ້ໄດ້ຢ່າງສົມບູນໃຫ້ໄວທີ່ສຸດ ຖືເປັນແຜນການບຸລິມະສິດທີ່ລັດຖະບານໄທ ຈະດຳເນີນການຈັດຕັ້ງປະຕິບັດໃຫ້ໄດ້ຢ່າງເປັນຮູບປະທຳ ໂດຍມີເປົ້າໝາຍທີ່ຈະສ້າງຜົນປະໂຫຍດຈາກການຄ້າລະຫວ່າງໄທ-ລາວ-ຈີນ ໃຫ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ແຕ່ການບັນລຸເປົ້າໝາຍດັ່ງກ່າວໃຫ້ໄດ້ຢ່າງແທ້ຈິງ ກໍບໍ່ໄດ້ມີພຽງການເຊື່ອມຕໍ່ທາງລົດໄຟລະຫວ່າງກັນເທົ່ານັ້ນ ແຕ່ວ່າ ກໍຍັງລວມເຖິງການໃຫ້ບໍລິການທີ່ມີປະສິດທິພາບສູງໃນດ້ານການຂົນສົ່ງສິນຄ້າລະຫວ່າງກັນດ້ວຍ ກໍຄືການທີ່ຈະຕ້ອເລັ່ງການພັດທະນາລະບົບ ໂລຈິສຕິ (Logistic) ທີ່ມີຄວາມສະດວກວ່ອງໄວ ຫຼືວ່າ ການໃຫ້ບໍລິການທີ່ເຮັດໃຫ້ງ່າຍຕໍ່ການດຳເນີນທຸລະກິດ ຫຼື Ease of doing business ນັ້ນ ດັ່ງທີ່ ທ່ານເສດຖາ ຢືນຢັນວ່າ:

“ເລື້ອງຂອງການຄ້າການລົງທຶນຫັ້ນ ລັດຖະບານນີ້ ພະຍາຍາມເຮັດຢ່າງເຕັມທີ່ ການລົງທຶນໂຄງສ້າງພື້ນຖານຕ່າງໆ ບໍ່ວ່າ ຈະເປັນລົດໄຟຄວາມໄວສູງຫຼືແມ່ນຫຍັງຕ່າງໆຫັ້ນ ແຕ່ວ່າ ຂ້າພະເຈົ້າບໍ່ຢາກໃຫ້ເຮົາໃສ່ແຕ່ເງິນຢ່າງດຽວ ແຕ່ Ease of doing business ເປັນເລື້ອງທີ່ສຳຄັນ ຄວາມງ່າຍໃນການເຮັດທຸລະກິດເປັນເລື້ອງທີ່ສຳຄັນຫຼາຍ ເຮົາກໍຮູ້ວ່າ Keyword ທີ່ແທງຫົວໃຈເຮົາທຸກຄົນຢູ່ ກໍຄື ຄໍຣັບຊັ້ນ (Corruption) ກໍມີສ່ວນນຶ່ງທີ່ເຮັດໃຫ້ Ease of doing business ນີ້ລຳບາກ ຖ້າເຮົາບໍ່ແກ້ໄຂເລື້ອງເຫຼົ່ານີ້ຫັນ ມັນກໍບໍ່ດີ ຖ້າຂ້າພະເຈົ້າລົງທຶນໂຄງງສ້າງພື້ນຖານຫັ້ນ ລົດໄຟຄວາມໄວສູງຈາກໂຄຣາດໄປສູ່ໜອງຄາຍ ເພື່ອຕໍ່ໄປລາວ ຕໍ່ໄປຈີນ ທີ່ສົ່ງອອກໄປປີລະ 250,000 ລ້ານບາດ ແຕ່ຫຼາຍທ່ານ ອາດຈະບໍ່ຊາບວ່າ ແທ້ໆແລ້ວ ມັນບໍ່ແມ່ນເວລາໃນການເດີນທາງທີ່ມັນເປັນບັນຫາ ມັນຄືຈະໄປຕິດບ່ອນດ່ານ.”

ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຖະແຫລງວ່າ ເປົ້າໝາຍທີ່ສຳຄັນຂອງການເສີມຂະຫຍາຍການຄ້ານລະຫວ່າງໄທກັບຈີນ ໂດຍຂົນສົ່ງສິນຄ້າຈາກໄທຜ່ານລາວໄປຈີນດ້ວຍລົດໄຟ ລາວ-ຈີນ ໃນໄລຍະເວລາບໍ່ເກີນ 5 ປີຕໍ່ໜ້າ ກໍຄືການເພີ້ມມູນຄ່າການສົ່ງອອກຜົນລະໄມ້ໄທໄປຈີນໃຫ້ໄດ້ 7 ເທົ່າ ດ້ວຍການເສີມແລະເພີ້ມການໂຄສະນາປະຊາສຳພັນເພື່ອເຮັດໃຫ້ຊາວຈີນ ມີຄວາມນິຍົມຊົມຊອບໃນຜົນລະໄມ້ໄທໃຫ້ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນທົ່ວລຽນໄທ ທີ່ຊາວຈີນມີຄວາມນິຍົມຊົມຊອບເປັນອັນດັບ 1 ຢູ່ແລ້ວນັ້ນ.

ສ່ວນ ຮສ ດຣ ປີຕິ ສຣີແສງນາມ ຜູ້ອຳນວຍການສູນເສດຖະກິດ ລະຫວ່າວງປະເທດ ຈຸລາລົງກອນມະຫາວິທະຍາໄລ ໃຫ້ທັດສະນະວ່າ ການເຊື່ອມຕໍ່ທາງລົດໄຟ ລາວ-ຈີນ ຖືເປັນຈັດໄຈສຳຄັນທີ່ຈະສົ່ງຜົນດີຕໍ່ການພັດທະນາທາງເສດຖະກິດຂອງລາວ ເພາະວ່າ ທາງລົດໄຟດັ່ງກ່າວ ຍ່ອມເຮັດໃຫ້ລາວ ມີໂອກາດທີ່ຈະເພີ້ມການສົ່ງອອກສິນຄ້າໄປຈີນ ໄດ້ຫຼາຍຂຶ້ນ ໃນຂະນະດຽວກັນການທີ່ລາວ ມີທີ່ຕັ້ງທີ່ເຊື່ອມຕໍ່ກັບໄທແລະຈີນດ້ວຍນັ້ນ ກໍໍຄືປັດໄຈສຳຄັນທີ່ຈະເຮັດໃຫ້ລາວ ໄດ້ຮັບຜົນປະໂຫຍດເພີ້ມຈາກການໃຫ້ບໍລິການດ້ານ Logistic ໃນການຄ້າລະຫວ່າງໄທກັບຈີນນັ້ນເອງ.

ແຕ່ຢ່າງໃດກໍຕາມ ສປປ ລາວ ກໍຍັງໄດ້ຮັບຜົນປະໂຫຍດຢ່າງບໍ່ເຕັມສ່ວນຈາກການໃຫ້ບໍລິການ ທາງດ້ານ Logistic ນັບຈາກເປີດການແລ່ນລົດໄຟລາວ-ຈີນ ຢ່າງເປັນທາງການ ເມື່ອວັນທີ 3 ທັນວາ 2021 ເປັນຕົ້ນມາ ໂດຍມີສາເຫດທີ່ສຳຄັນຈາກຕົ້ນທຶນການຂົນສົ່ງສິນຄ້າໃນລາວ ສູງກວ່າປະເທດເພື່ອນບ້ານ ໂດຍສະເພາະແມ່ນຄ່າທຳນຽມໃນການໃຊ້ບໍລິການທ່າບົກ (Dry Port) ທີ່ສູງເກີນໄປທັງຍັງມີຫຼາຍຂັ້ນຫຼາຍຕອນໃນການອະນຸຍາດກ່ຽວກັບການສົ່ງສິນຄ້າອອກໄປຕີ່າງປະເທດດ້ວຍນັ້ນ ດັ່ງທີ່ນັກທຸລະກິດໃນສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ກະຍັງມີຫຼາຍໆກໍລະນີເນາະ ເປັນຕົ້ນແມ່ນການຂໍອະນຸຍາດນຳອອກສິນຄ້າກະມີຫຼາຍຂັ້ນຫຼາຍຕອນ ບາງປະເພດສິນຄ້ານີ້ ເວົ້າຂໍອະນຸຍາດນຳກະເປັນ 20 ກວ່າກາປະທັບ ຈຶ່ງໄດ້ນຳເອົາສິນຄ້າອອກ ຮອດປັດຈຸບັນນີ້ ກະຖືວ່າ ອັນນີ້ຫັ້ນ ຕ້ອງໄດ້ພ້ອມພາກັນກວດກັບຄືນວ່າ ຂອດໃດ? ທີ່ວ່າ ມັນບໍ່ມີຄວາມຈຳເປັນກະໃຫ້ຕັດອອກ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ພາກທຸລະກິດ ເພິ່ນກະຈົນເວົ້າວ່າ ດຽວນີ້ໜິ ອັນສິ່ງອຸດຕັນຕ່າງໆໃນການດຳເນີນທຸລະກິດ ນັບບໍ່ແມ່ນພາກສ່ວນອື່ນເປັນຜູ້ເຮັດ ນັບແມ່ນພາກລັດເຮົານີ້ ເປັນຜູ້ສ້າງຂຶ້ນມາເອງ.”

ທັງນີ້ ໂດຍຄາດວ່າ ການຄ້າລະຫວ່າງໄທກັບຈີນ ທີ່ຂົນສົ່ງສິນຄ້າດ້ວຍລົດໄຟ ລາວ-ຈີນ ໃນປີ 2024 ຈະເພີ້ມຂຶ້ນ 30 ເປີເຊັນ ທຽບໃສ່ປີ 2023 ເພາະໄດ້ມີການປັບປຸງການຂົນສົ່ງທີສະດວກວ່ອງໄວຂຶ້ນ ໂດຍຫລຸດຂັ້ນຕອນໃນການກວດກາສິນຄ້າໃຫ້ນ້ອຍລົງ ກໍຄືການກວດກາສິນຄ້າສະເພາະຢູ່ທີ່ຕົ້ນທາງແລະປາຍທາງເທົ່ານັ້ນ ຊຶ່ງເມື່ອສົມທົບກັບການຕົກລົງຂະຫຍາຍການເຊື່ອມຕໍ່ການຂົນສົ່ງສິນຄ້າດ້ວຍລົດໄຟລະຫວ່າງ ລາວ-ຈີນ-ໄທ ໄປເຖິງມາເລເຊຍ ນັບແຕ່ເດືອນມີນາ 2024 ເປັນຕົ້ນມາ ຈຶ່ງໝັ້ນໃຈວ່າ ການຄ້າລະຫວ່າງຈີນກັບໄທ ໂດຍຜ່ານລາວນັ້ນ ຈະເພີ້ມຂຶ້ນຢ່າງແນ່ນອນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG