ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ອາຊຽນ ມີຄວາມຫວັງໃນແງ່ດີ ສຳລັບ ການຂະຫຍາຍຕົວດ້ານທ່ອງທ່ຽວ


ນັກທ່ອງທ່ຽວຢືນທ່າຖ່າຍຮູບ ຮຽນແບບຂອງຮູບປັ້ນ ເວລາ
ພວກເຂົາເຈົ້າໄປຢ້ຽມຢາມ ພະລາດຊະວັງຫຼວງໃນ ບາງກອກ.
ນັກທ່ອງທ່ຽວຢືນທ່າຖ່າຍຮູບ ຮຽນແບບຂອງຮູບປັ້ນ ເວລາ ພວກເຂົາເຈົ້າໄປຢ້ຽມຢາມ ພະລາດຊະວັງຫຼວງໃນ ບາງກອກ.

ອຸດສາຫະກຳທ່ອງທ່ຽວທີ່ກຳລັງຈະເລີນເຕີບໂຕຂອງ ເອເຊຍ, ເຊິ່ງເປັນກຳລັງຫຼັກໃນການ ຜັກດັນເສດຖະກິດຂອງພາກພື້ນ, ໄດ້ກະຕຸ້ນໃຫ້ມີຄວາມຮຽກຮ້ອງສຳລັບບັນດາລັດຖະ ບານ ເພື່ອເລັ່ງຂະຫຍາຍການລົງທຶນໃນດ້ານພື້ນຖານໂຄງລ່າງທີ່ມີຄວາມສຳຄັນ ເພື່ອຮັບ ປະກັນວ່າ ອຸດສາຫະກຳດັ່ງກ່າວຍັງໝັ້ນຄົງຢູ່ຄືເກົ່າ.

ທ່ານ Andrew Herdman ຜູ້ອຳນວຍການໃຫຍ່ຂອງສະມາຄົມແຫ່ງສາຍການບິນເອເຊຍ ປາຊີຟິກ ໄດ້ກ່າວວ່າ ການຂະຫຍາຍໂຕ ທາງເສດຖະກິດຂອງ ເອເຊຍ ແລະ ລາຍໄດ້ທີ່ ເພີ່ມຂຶ້ນຂອງທ້ອງຖິ່ນ ໄດ້ສົ່ງເສີມການເຕີບໂຕຢ່າງເຂັ້ມແຂງ. ແຕ່ທ່ານ Herdman ໄດ້ ກ່າວວ່າ ອຸດສາຫະກຳດັ່ງກ່າວ ໄດ້ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນການບັນລຸ ຄວາມສາມາດ ດ້ວຍພື້ນຖານໂຄງລ່າງເພີ່ມເຕີມ.

ທ່ານ Herdman ໄດ້ກ່າວຕໍ່ວີໂອເອວ່າ “ສິ່ງທ້າຍທາຍຕ່າງໆ ບໍ່ວ່າຈະແມ່ນການບູລະ ນະພື້ນຖານໂຄງລ່າງ ແລະ ໂດຍພື້ນຖານໂຄງລ່າງນັ້ນພວກເຮົາໝາຍເຖິງ ສະໜາມ ບິນ, ທາງແລ່ນເຮືອບິນ, ອາຄານຜູ້ໂດຍສານ, ບໍລິເວນບັນຈຸຂອງສະໜາມບິນ ແລະ ການຄວບ ຄຸມການສັນຈອນທາງອາກາດ ຊຶ່ງພວກເຮົາມີໜ່ານຟ້າທີ່ແອອັດຫຼາຍ ແລະ ມັນກໍມີສິ່ງທ້າທາຍບາງຢ່າງໃນພາກພື້ນ, ມັນເປັນບັນຫາທົ່ວໂລກ.”

ສະພາການເດີນທາງ ແລະ ການທ່ອງທ່ຽວໂລກ ຫຼື WTTC ກ່າວວ່າ ອຸດສາຫະກຳດັ່ງກ່າວ ໄດ້ຈ້າງງານປະຊາຊົນຫຼາຍກວ່າ 66.6 ລ້ານຄົນໃນພາກພື້ນເອເຊຍ ປາຊີຟິກ ໃນປີ 2016, ເປັນການເພີ່ມລາຍໄດ້ 3.65 ຕື້ໂດລາໃຫ້ເສດຖະກິດຂອງພາກພື້ນ. ຮອດປີ 2026 ສະພາ WTTC ກ່າວວ່າ ວຽກງານທີ່ເຊື່ອມໂຍງໂດຍກົງກັບການທ່ອງທ່ຽວແມ່ນມີກຳນົດ ທີ່ຈະເພີ່ມຂຶ້ນຮອດ 81.7 ລ້ານ.

ຄົນຂັບລົດຜ່ານໂຄງການທາງລົດໄຟລອຍຟ້າ ຖືກສ້າງຂຶ້ນໃນນະຄອນຫຼວງ ຮາໂນ່ຍ, ຫວຽດນາມ.
ຄົນຂັບລົດຜ່ານໂຄງການທາງລົດໄຟລອຍຟ້າ ຖືກສ້າງຂຶ້ນໃນນະຄອນຫຼວງ ຮາໂນ່ຍ, ຫວຽດນາມ.

ປະທານສະພາ WTTC ແລະ ຜູ້ບໍລິຫານສູງສຸດ ທ່ານ David Scowsill ເມື່ອບໍ່ດົນມານີ້ ໄດ້ຮຽກຮ້ອງບັນດາລັດຖະບານໃນ ເອເຊຍ ຕາເວັນອອກສຽງໃຕ້ ໃຫ້ຮັບປະກັນວ່າ ພວກ ເຂົາເຈົ້າຈະມີພື້ນຖານໂຄງລ່າງ ເພື່ອອຳນວຍຄວາມສະດວກຕໍ່ຄວາມຮຽກຮ້ອງຕ້ອງການ ຈາກພາກພື້ນ ແລະ ຈີນ ໃນອະນາຄົດ.

ຈຳນວນນັກທ່ອງທ່ຽວທີ່ເດີນທາງຮອດ ເອເຊຍ ຕາເວັນອອກສຽງໃຕ້ໃນບໍ່ເທົ່າໃດປີທີ່ຜ່ານ ມາໄດ້ເພີ່ມຂຶ້ນຫຼາຍກວ່າ 100 ລ້ານຄົນ, ເຊິ່ງຫຼາຍກວ່າຈຳນວນນັກທ່ອງທ່ຽວໃນປີ 2010 74 ລ້ານຄົນ, ດ້ວຍຈຳນວນເກືອບເຄິ່ງໜຶ່ງນັ້ນ ແມ່ນຈາກພາຍໃນສະມາຄົມປະຊາຊາດ ແຫ່ງເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ເອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG