ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານນາງ Angelina Jolie ທູດພິເສດ ສປຊ ໄປຢ້ຽມຢາມ ຊາວໂຣຮິງຢາ ໃນມຽນມາ


ຜູ້ນຳ​ປະຊາທິປະ​ໄຕ ທ່ານ​ນາງ Aung San Suu Kyi ແລະ ທ່ານ​ນາງ Angelina Jolie Pitt ​ດາຣາ ​ແລະ​ນັກ​ເຄື່ອນ​ໄຫວດ້ານ​ມະນຸດ​ສະ​ທຳ ໄປຢ້ຽມຢາມພວກແມ່ຍິງ ໃນມຽນມາ.
ຜູ້ນຳ​ປະຊາທິປະ​ໄຕ ທ່ານ​ນາງ Aung San Suu Kyi ແລະ ທ່ານ​ນາງ Angelina Jolie Pitt ​ດາຣາ ​ແລະ​ນັກ​ເຄື່ອນ​ໄຫວດ້ານ​ມະນຸດ​ສະ​ທຳ ໄປຢ້ຽມຢາມພວກແມ່ຍິງ ໃນມຽນມາ.

ດາຣາ ​ແລະ​ນັກ​ເຄື່ອນ​ໄຫວດ້ານ​ມະນຸດ​ສະ​ທຳ ທ່ານ​ນາງ Ange-
lina Jolie ​ໄດ້​ຢ້ຽມຢາມ ບັນດາ​ສະມາຊິກຊົນ​ກຸ່ມ​ນ້ອຍ Rohin-
gya ຂອງມຽນມາ​ໃນ​ນະຄອນ​ ຢາງ​ກຸ້ງ ​ເພື່ອ​ສ້າງ​ຄວາມ​ສົນ​ໃຈ
ກ່ຽວກັບ​ສະພາບ​ການ​ເປັນ​ຢູ່ ​ຂອງຊົນ​ກຸ່ມນ້ອຍ​ ທີ່ອົບພະຍົບ
ຫລົບໄພຈຸນີ້.

ທ່ານ​ນາງ Jolie ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ​ໃນ​ວັນ​ສຸກ​ວານ​ນີ້​ວ່າ
ສະຖານະ​ການ​ຂອງພວກອົບພະຍົບໃນ​ມຽນມາ ນັ້ນ​ “ຮ້າຍ​ແຮງ
​ທີ່​ສຸດ” ຫລັງ​ຈາກ​ໄດ້ສົນທະນາ ກັບຊາວ Rohingya ​ຈຳນວນ​ນຶ່ງ
ກ່ຽວກັບ​ສະພາບການຢູ່​ຂອງເຂົາເຈົ້າ ຊຶ່ງໃນ ເວລານີ້ ​ບໍ່​ມີ​ທີ່ຢູ່​ອາ​
ໄສ ຍ້ອນ​ຄວາມຮຸນ​ແຮງ ​ໃນ​ລັດ Rakhine ​ຈາກ​ຄື້ນຟອງ ຄວາມ
ຮຸນ​ແຮງ​ລະຫວ່າງຊົນເຜົ່າ.

ທ່ານ​ນາງ Jolie ກຳລັງ​ຢູ່ໃນ​ລະຫວ່າງການ​ຢ້ຽມຢາມ​ມຽນມາເປັນ​ເວລາ​ສາມ​ມື້ ​ ຕາງໜ້າ
ໃຫ້ສະຫະ​ປະຊາ​ຊາດ. ດາຣາຄົນນີ້ ທີ່ເປັນ​ທູດ​ພິ​ເສດ​ຂອງອົງການຂ້າ​ຫຼວງ​ໃຫຍ່ດ້ານອົບ
ພະຍົບສະຫະ​ປະຊາ​ຊາດ ​ໄດ້​ພົບ​ກັບປະທານາທິບໍດີ Thein Sein ​ແລະ​ຜູ້ນຳ​ປະຊາ
ທິປະ​ໄຕ ທ່ານ​ນາງ Aung San Suu Kyi ​ໃນ​ຂະນະ​ທີ່​ທ່ານ​ນາງ​ຢ້ຽມຢາມປະເທດ
ດັ່ງກ່າວ.

ທ່ານ​ນາງ ​ໄດ້​ເວົ້າໂດຍ​ສະ​ເພາະ ​ເຖິງ​ເລື້ອງຄວາມ​ຍາກ​ລຳ​ບາກທີ່ປະ​ເຊີນ​ໜ້າ ແມ່ຍິງໃນ
​ມຽນມາ ໂດຍກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພວກ​ແມ່ຍິງ​ທີ່ຢູ່ໃນ​ສະພາບ ທີ່ເກີດບັນຫາຂັດ
ແຍ້​ງ ​ແມ່ນມີ​ອັນ​ຕະລາຍເປັນພິເສດ ຈາກ​ຄວາມຮຸນ​ແຮງ​ທາງ​ເພດ ການ​ຄ້າ​ມະນຸດ ​ແລະ
​ການລະເມີດ​ສິດທິ​ມະນຸດ​ຕ່າງໆ. ທ່ານ​ນາງ ໄດ້​ຮ້ອງ​ຂໍ​ການ​ຊ່ວຍ​ເຫລືອ​ດ້ານ​ການ​ແພດ
​ແລະ​ການສະໜັບສະໜູນ​ດ້ານ​ກົດໝາຍ​ແກ່​ບັນດາ​ແມ່ຍິງ ພ້ອມ​ດ້ວຍ​ຮ່າງກົດໝາຍທີ່
​ແຂງ​ແຮງ ຕໍ່​ພວກທີ່ກໍ່ຄວາມ​ຮຸນ​ແຮງ ທາງ​ເພດ ໃຫ້ເປັນຜູ້​ຮັບ​ຜິດຊອບ.

ທ່ານ​ນາງ ຍັງ​ໄດ້​ເຂົ້າ​ຮ່ວມໂຄງການ​ສຶກສາກ່ຽວກັບ​ການ​ປ່ອນ​ບັດ ​ ກັບ​ເອກ​ອັກ ຄະ​ລັດທູດ
​ອັງ​ກິດ ທີ່​ມຽນມາ ໂດຍຮຽກຮ້ອງ​ໃຫ້ຊາວ​ໜຸ່ມ ພວກແມ່ຍິງມຽນມາ ພາກັນໄປປ່ອນ​ບັດ ໃນ
​ການ​ເລືອກ​ຕັ້ງ ​ທີ່​ຈະ​ມີ​ຂື້ນໃນ​ເດືອນ​ພະ​ຈິກນີ້. ​

UN Envoy Mayanmar
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG