ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານ Trump ແລະ ທ່ານນາງ Clinton ໂຈມຕີກັນ ເລື້ອງຄວາມໝັ້ນຄົງແຫ່ງຊາດ


ຜູ້ສະໝັກປະທານາທິບໍດີ ຂອງພັກເດໂມແຄຣັດ ທ່ານນາງ Hillary Clinton ພວມຈັບມືກັບຜູ້ຄົນ ທີ່ມະຫາວິທະຍາໄລ Johnson C. Smith University ໃນເມືອງ Charlotte ລັດ North Carolina. (8 ກັນຍາ 2016)​
ຜູ້ສະໝັກປະທານາທິບໍດີ ຂອງພັກເດໂມແຄຣັດ ທ່ານນາງ Hillary Clinton ພວມຈັບມືກັບຜູ້ຄົນ ທີ່ມະຫາວິທະຍາໄລ Johnson C. Smith University ໃນເມືອງ Charlotte ລັດ North Carolina. (8 ກັນຍາ 2016)​

ຜູ້ສະໝັກເປັນປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ Donald Trump ແລະຄູ່ແຂ່ງ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຕ່າງກໍໄດ້ພາກັນຕຳໜິຕິຕຽນກັນແລະ ກັນໜັກ​ຂຶ້ນ ນຶ່ງມື້ຫຼັງຈາກທີ່ມີການອອກ​ໂທລະພາບ ການສົນທະນາກ່ຽວກັບ ຄວາມໝັ້ນ ຄົງແຫ່ງຊາດ ເຊິ່ງໄດ້ເຮັດໃຫ້ທັງສອງທ່ານກາຍ​ເປັນ​ຈຸດ​ສົນ​ໃຈ​ທີ່​ສຳຄັນ.

​ໃນ​ການ​ປາກົດ​ໂຕທີ່ໂຮງຮຽນແຫ່ງນຶ່ງໃນນະຄອນ Cleveland ລັດ Ohio ທ່ານ Trump ໄດ້ກ່າວວ່າ ຜົນງານໃນແລງວັນພຸດຜ່ານມາ ຂອງທ່ານນາງ Clinton ເປັນຫລັກຖານຕື່ມ ທີ່ວ່າ ທ່ານນາງບໍ່ເໝາະສົມ ທີ່ຈະເປັນຜູ້ບັນຊາການສູງ​ສຸດ. ທ່ານ Trump ໄດ້ກ່າວຕໍ່ໄປ ວ່າ ທ່ານນາງ Clinton ສືບຕໍ່ປະຕິເສດທີ່ຈະຮັບເອົາຄວາມຮັບຜິດຊອບຕໍ່ນະໂຍບາຍໃນ ເຂດພາກຕາເວັນອອກກາງຂອງ ທ່ານນາງທີ່ໄດ້ປະສົບ​ກັບ​ຄວາມ “ລົ້ມ​ແຫຼວ” ໃນຂະນະ ທີ່ເປັນລັດຖະມົນຕີການຕ່າງປະເທດ.

ຜູ້ສະໝັກປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump
ຜູ້ສະໝັກປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump

ທ່ານ Trump ໄດ້ເອີ້ນທ່ານນາງ Clinton ວ່າ “ພ້ອມທີ່ຈະໃຊ້ຄວາມຮຸນແຮງ” ເພື່ອຈະ​ຮຸກ​ຮານປະເທດຕ່າງໆ ແລະ ໂຄ່ນລົ້ມລະບອບການປົກຄອງ ເຊິ່ງ​ໄດ້ກໍ່​ໃຫ້​ເກີດ “ຄວາມເສຍ ຫາຍ ແລະການເສຍຊີວິດ” ໃນລີເບຍ ອີຣັກ ແລະຊີເຣຍ.

ທ່ານ Trump ໄດ້ອ້າງວ່າ ໃນເວລາ ທີ່ທ່ານນາງ Clinton ເປັນລັດຖະມົນຕີການຕ່າງປະ ເທດຢູ່ນັ້ນ ທ່ານນາງດຳເນີນທຸລະກິດທີ່ຜິດກົດໝາຍທາງອາຍາໂດຍມອບສິ່ງຕອບແທນ ຕໍ່ບັນດາຜູ້ບໍລິຈາກ ແກ່ມູນນິທິການ​ກຸສົນ Clinton ແລະໄດ້ກ່າວຫາທ່ານນາງເລື່ອງການ ທັບໂທລະສັບຫຼາຍໜ່ວຍ ດ້ວຍໄມ້ຄ້ອນຕີ ເພື່ອຊຸກເຊື່ອງຫຼັກຖານ ຈາກພວກສືບສວນ.

ທ່ານ Trump ໄດ້ບົ່ງບອກວ່າ ພວກຄົນຜູ້ໃດທີ່ສະໜັບສະໜູນ ທ່ານນາງ Clinton ໃຫ້ ເປັນປະທານາທິບໍດີ ແມ່ນເປັນຜູ້ທີ່ “ຖືກຫລອກລວງ.”

ສ່ວນທ່ານນາງ Clinton ໄດ້ກ່າວໃນລະຫວ່າງການໂຄສະນາຫາສຽງທີ່ເມືອງ Charlotte ລັດ North Carolina ວ່າ ຄວາມເຫັນຂອງທ່ານ Trump ທີ່ວ່າ ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ເປັນຄືຜູ້ນຳທີ່​ເຂັ້ມ​ແຂງ ກວ່າປະທານາທິບໍດີບາຣັກ ໂອບາມານັ້ນ ເຮັດໃຫ້ທ່ານນາງ “ຕື່ນຕົກໃຈ.”

ທ່ານນາງໄດ້ກ່າວວ່າ “ອັນນັ້ນ ແມ່ນບໍ່ຮັກຊາດເລີຍ ມັນບໍ່ພຽງແຕ່ເປັນການດູໝິ່ນຕໍ່ສະຖາ ບັນ ແລະຕໍ່ບຸກຄົນຜູ້ທີ່ດຳລົງຕຳແໜ່ງ. ມັນເປັນຕາຢ້ານແລະມັນ​ເປັນອັນຕະລາຍແທ້ໆ.”

ທ່ານນາງ Clinton ຍັງໄດ້ຕຳໜິຕິຕຽນ ຕໍ່ອັນທີ່ທ່ານ Trump ເອີ້ນວ່າ “ແຜນການລັບ” ເພື່ອເອົາ​ຊະນະ​ກຸ່ມລັດອິສລາມ. ທ່ານນາງກ່າວວ່າ ມັນເປັນຄວາມລັບ ເພາະວ່າທ່ານບໍ່ ມີແຜນການຫຍັງເລີຍ. ທ່ານນາງຍັງໄດ້ຈັບຜິດທ່ານ Trump ​ໃນການໃຫ້ຄວາມເຫັນ ຕໍ່ ສາທາລະນະ ໃນແລງວັນພຸດ ກ່ຽວກັບການໄດ້ຮັບການ​ລາຍ​ງານ​ໂດຍສະຫລຸບກ່ຽວ​ກັບ ຄວາມລັບແຫ່ງຊາດສຳລັບຜູ້ສະໝັກເປັນປະທານາທິບໍດີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG