ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ບັນດາເຈົ້າໜ້າທີ່ຂັ້ນສູງມຽນມາ ຫລາຍຄົນ ຖືກໄລ່ອອກຈາກໜ້າທີ່


ໂຄສົກສະພາຂອງ ມຽນມາ ທ່ານ Shwe Mann ຍ່າງອອກ ຈາກຫ້ອງການໃຫຍ່ ສະຫະພັນ​ສາມັກຄີ ​ແລະ ພັກ​​ເພື່ອ​ການ​ພັດທະນາ ໃນນະຄອນຫຼວງ Naypyitaw.
ໂຄສົກສະພາຂອງ ມຽນມາ ທ່ານ Shwe Mann ຍ່າງອອກ ຈາກຫ້ອງການໃຫຍ່ ສະຫະພັນ​ສາມັກຄີ ​ແລະ ພັກ​​ເພື່ອ​ການ​ພັດທະນາ ໃນນະຄອນຫຼວງ Naypyitaw.

ປະທານາທິບໍດີ ມຽນມາ ທ່ານ Thein Sein ໄດ້ສະ​ສາງການ​
ນຳພາພັກ​ປົກຄອງ​ປະ​ເທດ ​ໃນ​ວັນ​ພະຫັດ​ອາທິດ​ແລ້ວ​ນີ້ ຊຶ່ງ
​ເປັນ​ການ​ສັ່ນ​ສ​ະ​ເທືອນ​ທີ່​ສຳຄັນ ທາງດ້ານ​ການ​ເມືອງ ກ່ອນ
​ໜ້າການ​ເລືອກ​ຕັ້ງແຫ່ງ​ຊາດ​ໃນ​ເດືອນ​ພະຈິກ ຈະ​ມາ​ເຖິງ​ນີ້​.
ນັກ​ຂ່າວ ວີ​ໂອ​ເອ Steve Herman ລາຍ​ງານຈາກ ​ຫ້ອງການ
​ທີ່ບາງກອກ ​ໃນເອ​ເຊຍ​ອາຄະ​ເນ ຊຶ່ງ ກິ່ງ​ສະຫ​ວັນ ຈະ​ນຳ​ມາ
ສະ​ເໜີ​ທ່ານ.

ໃນ​ການ​ເຄຶ່ອນ​ໄຫວ​ທີ່ໜ້າ​ຕື່ນ​ຕົກ​ໃຈ ອັນເປັນ​ສັນຍານ ພາກສ່ວນ​ນຶ່ງຂອງການ​ຍາດ​ແຍ່ງ
ອຳນາດ​ໃນ ມຽນມານັ້ນ ປະທານ​ສະຫະພັນສາມັກຄີ​ຊາດ ​ແລະ​ເພື່ອການ​ພັດທະນາ (USDP) ທ່ານ Shwe Mann ​ໄ​ດ້ຖືກ​ໄລ່ອອກ​ຈາກ​ໜ້າ​ທີ່. ​

ທ່ານ Pike Htwe ກ່າວ​ວ່າ : ຄຳປະ​ກາດ ທີ່ອ່ານ​ໂດຍ ​ເລຂາທິການ ສູນ​ກາງ​ບໍ​ລິ​ຫານພັກ
ທ່ານ Muang Maung Htay ​ເວົ້າ​ວ່າ ມັນ​ເປັນ​ການ​ແບກ​ຫາບຫລາຍ​ເກີນ​ໄປ ​ສຳລັບ
ທ່ານ Shwe Mann ທີ່​ເປັນ​ທັງຜູ້ນຳ​ຂອງ​ພັກ ​ແລະເປັນ​ໂຄສົກ​ສະພາ.

ນັກ​ການ​ເມືອງທີ່ດຳລົງ​ຕຳແໜ່​ງມາຍາວ​ນານຄົນ​ດັ່ງກ່າວ​ ໄດ້​ສະ​ແດງ​ຮ່ອງຮອຍ​ອອກ​ມາວ່າ ທ່ານ ຈະ​ເປັນ​ຜູ້​ສະ​ມັກ​ເລື​ອກຕັ້ງ​ເປັນ ປະທານາທິບໍດີ ​ໃນ​ປີ​ນີ້.

ນັກວິ​ເຄາະ​ການ​ເມືອງ​ທີ່​ເປັນ​ອິດສະຫລະ ທ່ານ Yan Myo Thein ກ່າວ​ຕໍ່ VOA ວ່າ ມັນ
ສະໝອງ​ຂອງບັນດາ​ຜູ້ນຳ​ທັງ​ໝົດ​ທີ່​ຖືກ​ໄລ່​ອອກ​ໄປ​ນັ້ນ ​ແມ່ນ​ໄດ້ມີ​ການປະຕິ​ຮູບ​ໃໝ່.

ທ່ານ Yan Myo Thein ກ່າວ​ວ່າ : “ບັນດາ​ຜູ້ນຳ​ທັງ​ໝົດ​ເຫຼົ່າ​ນັ້ນ ພາກັນ​ມີ​ສຳພັນ​ທະ​ໄມຕີ​ດີກັບ ທ່ານ​ນາງ Aung San Suu Kyi ​ແລະ​ ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໃຕ(NLD)​. ​ເພາະສະ​ນັ້ນ ສຳພັນ​ທະ​ໄມຕີ​ດັ່ງກ່າວ ຈຶ່ງອາດ​ເປັນ​ໜຶ່ງ​
ໃນ​ປັດ​ໃຈ​ທັງຫຼາຍທີ່​ຊຸກຍູ້ໃຫ້​ໄລ່ບັນດາ​ຜູ້ນຳ​ຂັ້ນ​ສູງຫຼາຍ​ຄົນ​ອອກ​ຈາກ​ພັກ.”

ການ​ເລືອກ​ຕັ້ງ​ທົ່​ວ​ໄປ​ມີ​ກຳນົດ​ວ່າ​ຈະ​ມີ​ຂຶ້ນໃນ​ເດືອນ​ພະຈິກນີ້ ​ອັນ​ເປັນເທື່ອ​ທຳ​ອິດ​ໃນ
​ມຽນມາ ​ໃນຮອບຫລາຍທົດ​ສະ​ວັດ​ ພາຍ​ໃຕ້​ການ​ປົກຄອງ​ຂອງ​ທະຫານ​ສິ້​ນສຸດ​ລົງ​ໃນ​ປີ 2011.

ທ່ານ Min Zaw Oo ທີ່​ສູນ​ກາງ​ສັນຕິພາບ​ມຽນມ​າ ບໍ່​ເ​ຫັນ​ເປັນ​ທີ່​ ​ແປກ​ປະຫລາດ ​ໃນ
ການ​ນຳພາ​ຂອງ​ພັກ​ປົກຄອງ ວ່າ​ເປັນ​ການ​ຫັນປ່ຽນ​ການດຳ​ເນີນ​ການ​ເລືອກ​ຕັ້ງ.

“ມື້ວັນ​ຂອງ​ການ​ເລືອກ​ຕັ້ງ​ຈະ​ບໍ່​ປ່ຽນ​ແປງ. ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ຄື​ເກົ່າ ຂ້າພະ​ເຈົ້າ
ບໍ່​ເຫັນ​ມີ​ການ​ສັ່ນ​ສະ​ເທື່ອ​ນທີ່​ສຳຄັນ​ເກີດ​ຂື້ນ ​ໄປ​ສູ່​ເວລາ​ການ​ເລືອກ​ຕັ້ງ.”

ປະທານາທິບໍດີ Thein Sein ​ໄດ້​ປະ​ກາດ​ຢູ່ ກອງ​ປະຊຸມ​ພັກ ອາທິດ​ນີ້ວ່າ ທ່ານ​ຈະ​ບໍ່​ເຂົ້າ​
ຮ່​ວມ​ໃນການ​ເລືອກ​ຕັ້ງ​ໃໝ່​ອີກ ​ໃນ​ນາມ​ສະມາຊິກ​ສະພາ ​ແຕ່​ທ່ານ​ອາດ​ຈະ​ຖືກ​ສະ​ເໜີ​ອີກ
​ຄັ້ງ​ໜຶ່ງ​ໃຫ້​ເປັນ ປະທານາທິບໍດີ.

ພັກສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໃຕ ຄາດ​ວ່າ​ຕົນ​ຈະ​ໄດ້​ຮັບ​ໄຊ​ຊະນະ​ໃນການ
ເລືອກ​ຕັ້ງ ​ທີ່​ ທັງ​ໝົດ 90 ພັກ​ ​ໄດ້​ລົງທະບຽນຜູ້​ສະມັກ​ແຂ່ງຂັນ​ຂອງ​ຕົນ.

ຜູ້ນຳທີ່ໄດ້​ຮັບ​ຄວາມນິຍົມ​ສຸດ​ໃນ​ພັກຝ່າຍ​ຄ້ານ NLD ທ່ານ​ນາງ Aung San Suu Kyi ບໍ່
​ມີສິດ​ທີ່​ຈະ​ເປັນ ປະທາ​ນາ​ທິບໍດີ ​ເນື່ອງ​ຈາກ​ວ່າ ຢູ່​ໃນຂໍ້​ນຶ່ງ​ຂອງ ລັດຖະທຳ​ມະນູນບົ່ງ​ວ່າ
ຫ້າມ ​ທ່ານ​ນາງ ​ເພາະວ່າ ລູກ​ຊາຍ​ສອງ​ຄົນ​ຂອງ​ທ່ານ​ນາງເປັນ​ສັນຊາດ​ຕ່າງປະ​ເທດ.

ພັກ​ຂອງຜູ້​ໄດ້​ຮັບລາງວັນ ໂນ​ແບ​ລ ຂະ​ແໜງສັນຕິພາບ ຈະແຂ່ງຂັນ​ເອົາ​ບ່ອນ​ນັ່ງເກືອບທັງ
​ໝົດ​ທີ່​ຍັງ​ເຫລືອ​ຢູ່ໃນ​ສະພາ ​ແລະ​ຄາດ​ວ່າ​ຈະ​ໄດ້​ຮັບໄຊຊະນະຢ່າງ​ໃຫຍ່​ຢູ່​ໃນ​ສະພາ​ດັ່ງກ່າວ.

XS
SM
MD
LG