ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສາວນ້ອຍທິເບດ ໄວ 17 ປີ ຈຸດໄຟເຜົາຕົວເອງ ເພື່ອປະທ້ວງ ການປົກຄອງຂອງຈີນ


ອົງດາໄລ ລາມະ
ອົງດາໄລ ລາມະ
ແຫຼ່ງຂ່າວຂອງທາງທິເບດ ບອກກັບ VOA ວ່າ ມີສາວນ້ອຍໄວ
17 ປີຄົນນຶ່ງ ຈຸດໄຟເຜົາຕົວເອງໃນວັນອາທິດວານນີ້ ເພື່ອປະ
ທ້ວງຕໍ່ການປົກຄອງຂອງຈີນ ໃນຂົງເຂດທີ່ຊົນກຸ່ມນ້ອຍຊາວທິ
ເບດ ອາໄສຢູ່.

ພວກທີ່ເຫັນເຫດການກ່າວວ່າ ນາງສາວ Wanchen Kyi ໄດ້
ຮ້ອງຄໍາຂັວນສະໜັບສະໜູນ ອົງດາໄລ ລາມະ ແລະທິເບດທີ່
ເປັນອິດສະລະ ໃນຂະນະທີ່ໄຟໄໝ້ຮ່າງກາຍຂອງນາງນັ້ນ
ແລະນາງໄດ້ເສຍຊີວິດຢູ່ກັບບ່ອນ.

ຫຼັງຈາກນັ້ນ ກໍໄດ້ມີປະຊາຊົນແລະພະສົງຊາວທິເບດ ຫຼາຍກວ່າ
3,000 ໄປເຕົ້າໂຮມກັນຢູ່ບ່ອນເກີດເຫດ ແລະພາກັນສູດມົນ
ພາວັນນາ.

ນຶ່ງມື້ກ່ອນໜ້ານັ້ນ ກໍໄດ້ມີພະສົງໜຸ່ມ 2 ອົງ ເສຍຊີວິດໃນການຈຸດໄຟເຜົາຕົວເອງ ເພື່ອ
ປະທ້ວງຕໍ່ການປົກຄອງຂອງຈີນເຊ່ນກັນ.

ໄດ້ມີຊາວທິເບດ 95 ຄົນແລ້ວ ທີ່ໄດ້ຈຸດໄຟເຜົາຕົວເອງໃນພາກຕາເວັນຕົກຂອງຈີນ
ນັບຕັ້ງແຕ່ ປີ 2009 ມາ ໂດຍມີລາຍງານວ່າ ມີ 28 ກໍລະນີ ໃນເດືອນພະຈິກເດືອນດຽວນັ້ນ.
ການຈຸດໄຟເຜົາຕົວເອງຫລາຍຂຶ້ນນີ້ ໄດ້ມີຂຶ້ນພ້ອມກັນກັບທີ່ຊາວທິເບດໄດ້ພາກັນໂຮມຊຸມ
ນຸມປະທ້ວງຕໍ່ຕ້ານຈີນຫລາຍໆຄັ້ງ ທັງໆທີ່ໄດ້ມີກໍາລັງຮັກສາຄວາມປອດໄພຂອງຈີນຢ່າງ
ໜາແໜ້ນ ປະຈໍາການຢູ່.

ໃນວັນອາທິດວານນີ້ ແຫຼ່ງຂ່າວທາງການຂອງຈີນ ໄດ້ອ້າງຄໍາເວົ້າຂອງຕໍາຫຼວດ ໃນແຂວງ
Sichuan ທີ່ກ່າວວ່າ ພະສົງອົງນຶ່ງທີ່ຖືກຈັບກຸມພ້ອມກັບຫຼານຊາຍຄົນນຶ່ງ ໄດ້ສາລະພາບ
ວ່າພວກເຂົາເຈົ້າໄດ້ຍຸຍົງສົ່ງເສີມ ໃຫ້ຊາວທິເບດ ອີກ 8 ຄົນ ທໍາການຈຸດໄຟເຜົາຕົວເອງ
ເພື່ອປະທ້ວງຕໍ່ການປົກຄອງຂອງຈີນ. 3 ຄົນໃນນັ້ນ ເສຍຊີວິດໄປ.

ຕາມຄໍາລາຍງານຂອງຕໍາຫຼວດນັ້ນ ພວກຜູ້ຊາຍເຫລົ່ານັ້ນກ່າວວ່າ ພວກຕົນໄດ້ປະຕິບັດ
ການ ໄປຕາມຄໍາສັ່ງຂອງ ອົງດາໄລ ລາມະ ຜູ້ນໍາທາງດ້ານຕິດໃຈ ທີ່ລີ້ໄພຢູ່ໃນຕ່າງ
ປະເທດນັ້ນ.

ກຸງປັກກິ່ງ ໄດ້ກ່າວຫາ ອົງດາໄລລາມະ ທີ່ປະທັບຢູ່ໃນອິນເດຍນັ້ນວ່າ ຍຸຍົງສົ່ງເສີມ
ໃຫ້ຊາວທິເບດ ທໍາການຈຸດໄຟເຜົາຕົວເອງ ຊຶ່ງພະອົງໄດ້ປະຕິເສດຕໍ່ການກ່າວຫານີ້.
XS
SM
MD
LG