ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ເກົາຫຼີເໜືອແລະໃຕ້ ຕົກລົງກັນ ໃນທາງຫລັກການ ກ່ຽວກັບ ເຂດອຸດສາຫະກໍາຮ່ວມ


ເຂດອຸດສາຫະກໍາຮ່ວມ Kaesong ຂອງສອງເກົາຫຼີ
ເຂດອຸດສາຫະກໍາຮ່ວມ Kaesong ຂອງສອງເກົາຫຼີ
ຄະນະ​ຜູ້ຕາງໜ້າ​ຈາກ​ເກົາຫຼີ​ໃຕ້ ​ແລະ​ເກົາຫຼີ​ເໜືອ ​ໄດ້​ຕົກລົງ​ກັນ​ ໃນທາງຫຼັກການ ທີ່​ຈະເລີ່​ມປະຕິບັດກິດຈະ​ການ​ຢ່າງ​ເປັນ​ປົກກະຕິ​ກັນຄືນ ​ໃນ​ເຂດ​ອຸດສາຫະກໍາຮ່ວມ ​ທີ່ໄດ້​ຖືກ​ປິດ​ລົງໃນ​ເດືອນ​ເມສາ ລະຫວ່າງ​ທີ່ຄວາມ​ເຄັ່ງຕຶງ​ທາງ​ທະຫານ​ ລະຫວ່າງ​ປະ​ເທດ​ທັງ​ສອງ ​ໄດ້​ຖີບ​ຂຶ້ນ​ສູ່​ລະດັບ​ສູງ​ສຸດ. ກອງ​ປະຊຸມ​ລະດັບເຮັດ​ວຽກ​ຂອງຄະນະ​ຜູ້ຕາງໜ້າ ​ໄດ້ໄຂ​ຂຶ້ນ​ໃນ​ວັນ​ເສົາເສົາ​ວານ​ນີ້ ທີ່ໝູ່​ບ້ານ​ສະຫງົບ​ເສິກ Panmunjom ຢູ່​ເຂດ​ປອດທະຫານ ທີ່​ມີ​ຍາມ​ຄຸ້ມ​ກັນ​ຢ່າງ​ໜາ​ແໜ້ນ​ ​ທີ່​ແບ່ງ​ແຍກ​ຄູ່​ສັດຕູ​ທັງ​ສອງນັ້ນ. ທັງ​ສອງ​ຝ່າຍ​ໄດ້​ເຈລະຈາ​ກັນ​ ​ຈົນ​ເຖິງ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້.

ກະຊວງ​ທ້ອນ​ໂຮມ​ຊາດ​ຂອງ​ເກົາຫຼີ​ໃຕ້ ​ເວົ້າ​ໃນວັນ​ອາທິດ​ມື້​ນີ້​ວ່າ ​ເກົາຫຼີ​ເໜືອ​ຈະ​ອະນຸ ຍາດ​ໃຫ້​ພວກ​ນັກທຸລະກິດ​ເດີນທາງ​ໄປ​ຍັງເຂດ​ອຸດສາຫະກໍາ Kaesong ​ໄດ້ເລີ່ມຕັ້ງ​ແຕ່​ວັນ​ພຸດ​ຕໍ່ໜ້າ​ນີ້ ​ເພື່ອ​ກວດກາ​ເບິ່ງ​ອຸບປະກອນ ຕ່າງໆ​ແລະ​ບູລະນະ​ສ້ອມແປງ ສ່ວນ​ທີ່​ເພພັງ​ໄປ ​ໃນ​ລະຫວ່າງ​ລະດູ​ຝົນ ນອກ​ນີ້​ແລ້ວ ​ຄະນະ​ຜູ້ຕາງໜ້າ​ທັງ​ສອງ​ຝ່າຍ​ຍັງ​ຈະ​ພົບ​ກັນ​ອີກ​ທີ່​ເຂດອຸດສາ ຫະກໍາ​ຮ່ວມ​ດັ່ງກ່າວ ໃນ​ວັນ​ພຸດໜ້າ​ນີ້ ​ເພື່ອ​ປຶກສາ​ຫາລື​ເຖິງ​ຊ່ອງ​ທາງ​ທີ່​ຈະ​ເປີດຄືນ​ອີກ ​ແລະ​ຊອກ​ຫາ​ວິທີທາງ​ຢ່າງ​ໃດ ​ເພື່ອ​ປ້ອງ​ກັນ​ບໍ່ໃຫ້​ເຂດດັ່ງກ່າວ​ຖືກປິດ​ລົງ​ອີກ​ໃນ​ອະນາຄົດ.

ພຽງ​ຢາງ​ຍັງ​ໄດ້​ເຫັນ​ພ້ອມ ທີ່​ຈະ​ອະນຸຍາດ​ໃຫ້​ພວກ​ນັກທຸລະກິດ ຈາກ​ເກົາຫຼີ​ໃຕ້ ​ເກັບ​ກູ້​ເອົາ​ວັດຖຸ​ດິບ​ຕ່າງໆ ​ແລະ​ຜະລິດ​ຕະພັນ​ສໍາ​ເລັດ​ຮູບ ອອກ​ໄປ ຈາກ​ເຂດອຸດສາຫະກໍາ​ດັ່ງກ່າວ.
XS
SM
MD
LG