ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ເກົາຫຼີໃຕ້ ຍີ່ປຸ່ນ ຈະຈັດ ການພົບປະ ສຸດຍອດ 3 ຝ່າຍ ກັບ ສຫລ


ປະທານາທິບໍດີ Park Geun-hye ແຫ່ງເກົາຫລີໃຕ້
ປະທານາທິບໍດີ Park Geun-hye ແຫ່ງເກົາຫລີໃຕ້
ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່າ ສະພາຄວາມໝັ້ນຄົງແຫ່ງຊາດຂອງ
ຕົນໄດ້ເຫັນພ້ອມກັບຂໍ້ສະເໜີຂອງວໍຊິງຕັນທີ່ຢາກໃຫ້ ປະທານາ
ທິບໍດີ Park Geun-hye ຈັດກອງປະຊຸມສຸດຍອດ 3 ຝ່າຍ ກັບປະ
ທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດ ແລະນາຍົກລັດ
ຖະມົນຕີ Shinzo Abe ແຫ່ງຍີ່ປຸ່ນ ຢູ່ຂ້າງນອກ ກອງປະຊຸມນິວ
ເຄລຍນາໆຊາດ ທີ່ນະຄອນ Hague ໃນອາທິດໜ້ານີ້.

ໂຄສົກຄົນນຶ່ງຂອງປະທານາທິບໍດີເກົາຫຼີໃຕ້ ທີ່ກຸງໂຊລ ກ່າວຕໍ່
ພວກນັກຂ່າວໃນວັນສຸກມື້ນີ້ວ່າ ກະຊວງການຕ່າງປະເທດ ຈະ ທຳການປະກາດຢ່າງເປັນທາງການ ກ່ຽວກັບການປະຊຸມຕາມ
ພາຍຫລັງໃນມື້ນີ້.

ປະທານາທິບໍດີ Park ໄດ້ປະຕິເສດ ຊ້ຳແລ້ວຊ້ຳອີກ ທີ່ຈະຈັດການພົບປະສຸດ ຍອດສອງ
ຝ່າຍ ກັບທ່ານ Abe ໂດຍອ້າງເຫດຜົນວ່າ ຍີ່ປຸ່ນບໍ່ຍອມຂໍຂະມາໂທດ ຕື່ມອີກ ຕໍ່ໂທດກຳ
ຕ່າງໆທີ່ໄດ້ກໍ່ຂຶ້ນ ໃນລະຫວ່າງການປົກຄອງເກົາຫຼີໃຕ້ແບບອານານິຄົມ ແຕ່ປີ 1910 ຫາ 1945 ແລະຍີ່ປຸ່ນໄດ້ໃຊ້ແມ່ຍິງເກົາຫຼີໃຕ້ເປັນຂ້າທາດທາງເພດຫຼືນາງບຳເລີໃນລະຫວ່າງ ສະໄໝສົງຄາມໂລກຄັ້ງທີ 2.

ກຸງໂຕກຽວໄດ້ຊີ້ໃຫ້ເຫັນ ເຖິງການຂໍຂະມາໂທດຫຼາຍໆຄັ້ງທີ່ລັດຖະບານຍີ່ປຸ່ນໄດ້ ກະທຳ
ໄປ ແລະໃນຂໍ້ຕົກລົງສະບັບປີ 1965 ທີ່ສ້າງຕັ້ງສາຍພົວພັນຢ່າງເປັນປົກກະຕິແລະຮວມ ທັງການຈ່າຍເງິນກ້ອນໃຫຍ່ໃຫ້ແກ່ກຸງໂຊລນຳດ້ວຍ.

ເກົາຫຼີໃຕ້ ພ້ອມໆກັນກັບຈີນໄດ້ທຳການປະທ້ວງໃນເດືອນທັນວາຜ່ານມາຕໍ່ການໄປຢ້ຽມ ສານບັນພະຊົນ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ຂອງທ່ານ Abe ຊຶ່ງໄດ້ພາໃຫ້ເກີດຄວາມ ແຕກແຍກ ຢ່າງເລິກເຊິ່ງ ລະຫວ່າງປະເທດທັງສອງ. ແຕ່ແນວໃດກໍຕາມ ເມື່ອໄວໆມານີ້
ທ່ານ Abe ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຕາມການຂໍຂະມາໂທດໃນຄັ້ງກ່ອນໆຂອງ ກຸງໂຕກຽວ ກ່ຽວກັບການປົກຄອງສະໄໝອານານິຄົມທີ່ຜ່ານມາຂອງຕົນ.

ເປັນທີ່ຄາດກັນວ່າ ການພົບປະກັນທີ່ປະເທດເນເທີແລນດັ່ງກ່າວນີ້ ແມ່ນຈະເພັ່ງເລັງໃສ່
ບັນຫາຕ່າງໆທາງດ້ານຄວາມໝັ້ນຄົງທີ່ສ້າງຂຶ້ນໂດຍໂຄງການອາວຸດນິວເຄລຍແລະລູກ ສອນໄຟຂອງເກົາຫຼີເໜືອ.
XS
SM
MD
LG