ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ກຳລັງປະສົມ ນຳພາ​ ໂດຍຊາ​ອຸ​ດີ ​ສະກັດ​ກັ້ນ ​ລູກ​ສອນ​ໄຟ scud ທີ່ຍິງຈາກເຢເມນ


ແຜນທີ່ເຢເມນ ສະແດງໃຫ້ເຫັນເຂດທີ່ພວກະບົດ Houthi ຄວບຄຸມແລະມີອິດທິພົນ.
ແຜນທີ່ເຢເມນ ສະແດງໃຫ້ເຫັນເຂດທີ່ພວກະບົດ Houthi ຄວບຄຸມແລະມີອິດທິພົນ.

ຊາ​ອຸ​ດີ ອາຣ​າເຍບ ກ່າວ​ວ່າ ກຳລັງປະສົມພາຍໃຕ້ການນຳພາ​
ຂອງຊາ​ອຸ​ດີ​ໄດ້​ສະກັດ​ກັ້ນລູກ​ສອນ​ໄຟ scud ທີ່​ຍິງ​ເຂົ້າ​ມາ​ໃສ່
ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງລາດຊະອານາຈັກ ໂດຍ​ພວກ​ກະ
ບົດ Shi’ite ຈາກ​ປະ​ເທດ​ Yemen ທີ່ເປັນ ເພື່ອນ​ບ້ານ.

ອົງການ​ຂ່າວຂອງລັດຖະບານ ຊາ​ອຸ​ດີ ກ່າວ​ວ່າ ລູກ​ສອນ​ໄຟ
Pariot ທີ່​ເຮັດ​ຢູ່ໃນສະຫະລັດ ​ໄດ້​ໃຊ້​ຍິງທຳລາຍ​ລູກສອນໄຟscud ​ໃນ​ຕອນ​ເຊົ້າ​ວັນ​ເສົາ​
ມື້​ນີ້ ​ໃກ້​ກັບ​ເມືອງ Khamis Mushait.

ອົງ​ການຂ່າວລາຍານ​ວ່າ ລູກສອນໄຟ scud ​ໄດ້​ຍິງ​ຂຶ້ນຈາກສູນ​ກາງພວກ​ກະບົດ Houthi
ໃນເຂດ Saada ​ທີ່ເປັນພູຜາທາງພາກ​ເໜືອຂອງ Yemen.

ຫລາຍ​ພັນ​ຄົນ​ໄດ້​ເສຍ​ຊີວິດ ນັບ​ແຕ່​ກຳລັງ​ປະສົມ​ທາງອາກາດຂອງຂົງເຂດ ​ໄດ້​ເລີ້ມ​ທຳ​ການ
​ໂຈມ​ຕີ ພວກ​ນັກ​ລົບ Houthi ​ໃນ​ທ້າຍ​ເດືອນ​ມີນາ.

Saudi Arabia says the Saudi-led coalition has intercepted a scud missile launched into the kingdom's southwestern region from neighboring Yemen by Shi'ite rebels.

The Saudi state news agency said a U.S.-made Patriot missile was used to shoot down the scud early Saturday close to the city of Khamis Mushait.

The scud was launched near the Houthi rebel center of Saada in Yemen's northern mountains, the agency said.

Thousands have died since a regional air force coalition began an offensive against Houthi fighters in late March.

XS
SM
MD
LG