ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຣັດ​ເຊຍ ​ພ້ອມ​ທີ່ຈະຊ່ວຍ​ເຫຼືອ​ ພວກ​ກະບົດ​ ທີ່​ໜູ​ນຫຼັງ​ ໂດຍ​ຕາ​ເວັນ​ຕົກ​ໃນ ຊີ​ເຣຍ


ລັດຖະມົນຕີ​ຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergei Lavrov ກ່າ​ວ່າ ມົສກູ ຢາກ​​ໃຫ້​ ຊີ​ເຣຍ ກຽມພ້ອມ​ສຳລັບ​ການ​ເລືອກ​ຕັ້ງລັດຖະສະພາ ​ແລະ ປະທານາທິບໍດີ, ​ແລະ ​ໄດ້​ລະບຸ​ວ່າ​ລັດຖະບານ​ຂອງ​ທ່ານ ຈະ ປະຕິບັດຢ່າງ​ເດັດດ່ຽວ, ຖ້າ​ມີ​ຄວາມ​ຈຳ​ເປັນ ​ເພື່ອ​ເຄື່ອນ​ຍ້າຍ​ຂະ​ບວນການ​ດັ່ງ​ກ່າວ​ນັ້ນ​ໃຫ້ກ້າວ​ໜ້າໄປ.
ລັດຖະມົນຕີ​ຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergei Lavrov ກ່າ​ວ່າ ມົສກູ ຢາກ​​ໃຫ້​ ຊີ​ເຣຍ ກຽມພ້ອມ​ສຳລັບ​ການ​ເລືອກ​ຕັ້ງລັດຖະສະພາ ​ແລະ ປະທານາທິບໍດີ, ​ແລະ ​ໄດ້​ລະບຸ​ວ່າ​ລັດຖະບານ​ຂອງ​ທ່ານ ຈະ ປະຕິບັດຢ່າງ​ເດັດດ່ຽວ, ຖ້າ​ມີ​ຄວາມ​ຈຳ​ເປັນ ​ເພື່ອ​ເຄື່ອນ​ຍ້າຍ​ຂະ​ບວນການ​ດັ່ງ​ກ່າວ​ນັ້ນ​ໃຫ້ກ້າວ​ໜ້າໄປ.

ຣັດ​ເຊ​ຍ ​ໄດ້​ສະແດງ​ການ​ສະໜັບສະໜູ​ນຂອງຕົນ​ສຳລັບ​ການ​ເລືອກ​ຕັ້ງ​ໃນ ຊີ​ເຣຍ ​ແລະ ກ່າວ​ວ່າ ຕົນ​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ປົ​ດປ່ອຍ​ທະຫານ​ກະບົດຂອງ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ​ປະ​ເທດ​ຕາ​ເວັນ​ຕົກນັ້ນ.

ລັດຖະມົນຕີຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergei Lavrov ​ກ່າວ​ວ່າ ມົສກູ ຢາກ​ໃຫ້ ຊີ​ເຣຍ ກຽ​ມພ້ອມ​ສຳລັບ​ການ​ເລືອກ​ຕັ້ງ​ລັດຖະສະ ພາ ​ແລະ ປະທາ​ນາ​ທິບໍດີ, ​ແລະ ​ທ່ານ​ໄດ້​ລະບຸ​ວ່າ​ລັດ​ຖະບານ​ຂອງ​ທ່ານ​ຈະ​ປະຕິບັດຢ່າງ​ເດັດດ່ຽວ, ຖ້າ​ມີ​ຄວາມ​ຈຳ​ເປັນ ​ເພື່ອ​ເຄື່ອນ​ຍ້າຍ​ຂະ​ບວນການ​ດັ່ງ​ກ່າວ​ນັ້ນ​ໃຫ້ກ້າວ​ໜ້າໄປ.

​ໃນ​ການ​ກ່າວຕໍ່​ໂທລະພາບ Rossiya ຂອງ​ລັດຖະບານ​ ໃນ​ວັນ​ເສົາ​ວານ​ນີ້ ທ່ານ Lavrov ​ໄດ້ຖະແຫຼງ​ວ່າ ລັດ​ບານ​ຂອງ ຣັ​ດ​ເຊຍ ​ແມ່ນ​ກຳລັງເພີ່ມການ​ຜັກ​ດັນຢ່າງ​ຈິງ​ຈັງ​ “ທີ່​ຈະ​ປ່ຽນ​ການ​ໂຈມຕີ​ທີ່ເພີ່ມ​ຂຶ້ນ​ຂອງ​ຕົນ​ກັບ​ນະຄອນຫຼວງ Damascus ​ໃຫ້​ເປັນ​ການ​ແກ້​ໄຂ​ບັນຫາ​ທາງ​ການ​ເມືອງ.”

​ແນວ​ໃດ​ກໍ​ຕາ​ມ, ທ່ານ​ບໍ່​ໄດ້​ລະບຸ​ຂໍ້​ມູນ​ກ່ຽວ​ກັບ ​ວິ​ທີຂອງ​ການ​ປ່ຽນ​ແປງ​ທາງດ້ານການ​ແກ້​ໄຂ​ບັນຫາ​ທາງ​ການ​ເມືອງ ຈາກ​ສົງຄາມ​ເຢັນ​ທີ່​ດຳ​ເນີນ​ມາ​ຫຼາຍ​ປີ​ໃນ ຊີ​ເຣຍ ທີ່ພາໃຫ້​ຈຳ​ນວນ​ຂອງ​ພົນລະເຣືອນໄດ້

​ເສ​ຍຊີວິດ​ຢ່າງ​ມະຫາສານ ​ແລະ ​ເຮັດ​ໃຫ້​ປະຊາຊົນ​ບໍ່​ມີ​ທີ່ຢູ່​ອາ​ໄສ,

​ໂດຍ​ປຽບທຽບ​ໃສ່​ກັບ ຖະ​ແຫຼ​ງການ​ໄປທົ່ວ​ໂລກ​ຂອງ ຣັດ​ເຊຍ ​ໃນ​ຄັ້ງ​ທີ່​ຜ່ານ​ມາ ກ່ຽວ​ກັບ ການ​ເມືອງ ຊີ​ເຣຍ, ຄຳ​ເຫັນ​ຂອງ​ທ່ານ Lavrov ​ປະກົດ​ວ່າ​ໄດ້​ໃຫ້​ສັນຍານ​ການ​ຮຽກຮ້ອງ​ ​ເຈາະ​ຈົງ​ຂ​ອງ ລະຖະ​ບານ ຣັດ​ເຊຍ ໃສ່ການ​ເຮັດ​ໃຫ້ມີການແກ້ໄຂທາງ​ເມືອງຢູ່​ໃນ​ປະ​ເທດ​ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ສົງຄາມ​ ກັບ​ຄືນ​ສູ່​ສະພາບ​ເດີ​ມ.

ລັດຖະມົນຕີ​ການ​ຕ່າງປະ​ເທດ ຣັດ​ເຊຍ ​ໄດ້​ຕຳ​ໜິນ​ະ​ໂຍບາຍ​ຂອງ ສະຫະລັດ ກ່ຽວ​ກັບ ຊີ​ເຣຍ ​ແລະ ​ໄດ້​ປະຕິ​ເສດ​ຂໍ້​ກ່າວ​ຫາຂອງ​ປະ​ເທດ​ຕາ​ເວັນ​ຕົກວ່າ ການ​ໂຈມ​ຕີ​ທາງ​ອາກາດ ຂອງ ຣັດ​ເຊຍ ​ໃນ ຊີ​ເຣຍ ​ໄດ້​ ແນ​ເປົ້າ​ໃສພວກ​ກະບົດ​ຕໍ່ຕ້ານ​ທ່ານ Assad ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ໂດຍ​ພັນທະ​ມິດ​ຕາ​ເວັນ​ຕົກ ລວມທັງ​ພວກ​ຫົວ​ຮຸນ​ແຮງ ລັດ​ອິສລາມ ຢ່າງ​ບໍ່ມີການ​ຈຳ​ແນ​ກ.

XS
SM
MD
LG