ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຣັດເຊຍ ຍົກເລີກ ໂຄງການສົ່ງແກັສ ໄປຍັງອີຢູ ແລ້ວ ຫັນໄປຫາ ເທີກີແທນ


ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin (ຊ້າຍ) ແລະ ຄູ່ຕຳແໜ່ງປະເທດເທີກີ ທ່ານ Recep Tayyip Erdogan ຈັບມືກັນ ຫຼັງຈາກ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ທຳນຽບປະທານາທິບໍດີ ໃນນະຄອນຫລວງ ອັງກາຣາ ປະເທດເທີກີ, ວັນທີ 1 ທັນວາ 2014.
ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin (ຊ້າຍ) ແລະ ຄູ່ຕຳແໜ່ງປະເທດເທີກີ ທ່ານ Recep Tayyip Erdogan ຈັບມືກັນ ຫຼັງຈາກ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ທຳນຽບປະທານາທິບໍດີ ໃນນະຄອນຫລວງ ອັງກາຣາ ປະເທດເທີກີ, ວັນທີ 1 ທັນວາ 2014.

ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin ກ່າວ​ວ່າ ມົສກູ
​ຍົກ​ເລີກ ​ໂຄງການ​ກໍ່ສ້າງ​ທໍ່ແກັສ ທີ່​ມີ​ມູນ​ຄ່າ ຫຼາຍຕື້​ດອນ​ລາ
ສຳ​ຫລັບ ພາກ​ໃຕ້​ຂອງຢູ​ໂຣບ ​ແລະ ​ຈະ​ເພີ້​ມ​ແກັສ​ໃຫ້​ແກ່​ປະ​ເທດ
ເທີ​ກີ ແທນ.

​ລະຫວ່າງ ການ​ເດີນທາງ​ໄປ​ຢ້ຽມຢາມ ນະຄອນຫລວງ ອັງກາຣາ
ຂອງ​ເທີ​ກີ ໃນວັນ​ຈັນ​ວານ​ນີ້ ​ປະທານາທິບໍດີ ປູ​ຕິນ ກ່າວ​ວ່າ ການ
​ທີ່ສະຫະພາບ​ຢູ​ໂຣບ ​ໄດ້​ປະຕິ​ເສດ​ໂຄງການ​ທໍ່​ສົ່ງແກັສ South
Stream ນັ້ນ ​ໄດ້​ກົດດັນ​ໃຫ້ຣັດ​ເຊຍ ຫັນປ່ຽນ​ເປົ້າໝາຍ​ຂອງ​ຕົນ
​ໄປ​ບ່ອນ​ອື່ນ.

ຫຼັງຈາກ​ທີ່​ໄດ້​ພົບ​ປະ​ກັບ ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ​ແລ້ວ
ທ່ານ ປູ​ຕິນ ກ່າວ​ວ່າ ຣັດ​ເຊຍ ຈະ​ເພີ້​ມການ​ລຳລຽງ​ແກັສ​ໃຫ້​ເທີ​ກີ ຜ່ານ​ທໍ່​ແກັສທີ່​ມີ​ຢູ່​ແລ້ວນັ້ນ. ທ່ານ ກ່າວ​ອີກ​ວ່າ ມົສກູ ຈະ​ທຳ​ງານ​ເພື່ອ​ສ້າງຕັ້ງ ທໍ່​ສົ່ງ​ແກັສສາຍ​ໃໝ່ຢູ່​ໃຕ້​ທະ​ເລ​ສາບ​ດຳ ຫຼື Black Sea ​ໄປຫາ​ເທີ​ກີ.

​ໃນ​ຂະນະ​ທີ່ ​ແຜນການ​ດັ່ງກ່າວ​ຍັງ​ຢູ່​ໃນ​ຂັ້ນຕົ້ນໆ ນັ້ນ ທ່ານ ປູ​ຕິນ ກ່າວ​ວ່າ ຣັດ​ເຊຍ ຈະ​ສະ​ເໜີ ລຸດລາຄາ​ແກັສລົງ 6 ​ເປີ​ເຊັນ ສຳ​ຫລັບ ການ​ລຳລຽງ​ແກັສ​ໃຫ້​ແກ່​ເທີ​ກີ ​ໃນ​ປີໜ້າ ​ເພື່ອ​ເສີມ​ສ້າງ
ສາຍ​ພົວພັນ​ ທາງ​ດ້ານ​ພະລັງງານຂອງ​ຕົນ.

​ເທີ​ກີ ເປັນປະ​ເທດ​ທີ່​ຊື້​ແກັສທຳ​ມະ​ຊາດ​ຈາກຣັດ​ເຊຍ ທີ່ໃຫຍ່​ສຸດອັນ​ດັບ​ສອງ ຕາມ​ຫລັງ ປະ​ເທດເຢຍຣະມັນ. ປະມານ 60 ​ເປີ​ເຊັນ ຂອງແກັສທຳ​ມະ​ຊາດ​ທີ່ເທີ​ກີ ນຳ​ເຂົ້າ ​ແມ່ນ​ມາ​ຈາກຣັດ​ເຊຍ ຊຶ່ງຍັງ​ມີ​ຄວາມ​ພ້ອມ​ພຽງ ທີ່​ເທີ​ກີ​ຈະ​ສ້າງ​ໂຮງງານພະລັງ​ນິວ​ເຄຣຍ​ແຫ່ງ​ທຳ​ອິດ​ອີກ​ດ້ວຍ.

RUSSIA TURKEY VOSOT
please wait
Embed

No media source currently available

0:00 0:01:17 0:00

Russian President Vladimir Putin says Moscow is scrapping a multi-billion-dollar gas pipeline project for southern Europe, and instead will increase gas supplies to Turkey.

During a visit to Turkey's capital, Ankara, on Monday, President Putin said the European Union's objections to the South Stream pipeline have forced Russia to shift its focus elsewhere.

After talks with Turkish President Recep Tayyip Erdogan, Mr. Putin said Russia will increase gas supplies to Turkey across an existing pipeline. He also said Moscow will work to create a new pipeline to Turkey under the Black Sea.

Turkey is the second largest buyer of Russian natural gas after Germany.Around 60 percent of Turkey's natural gas imports come from Russia, which also is set to build Turkey's first nuclear plant.

XS
SM
MD
LG