ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຟີລິບ​ປິນ ຄົ້ນພົບ ແຜນການໂຈມຕີ ເດີ່ນບິນສາກົນ ແລະ ເປົ້າໝາຍ ຂອງຈີນ (ວີດີໂອ)


ເຈົ້າໜ້າທີ່ຕຳຫລວດເດີ່ນບິນ ແລະໝາດົມກິ່ນ ກຳລັງລາດຕະເວນ ເດີ່ນບິນສາກົນ Ninoy Aquino ທີ່ຄຸ້ມ Pasay ຂອງນະຄອນ Manila ວັນທີ 1 ຕຸລາ 2014.
ເຈົ້າໜ້າທີ່ຕຳຫລວດເດີ່ນບິນ ແລະໝາດົມກິ່ນ ກຳລັງລາດຕະເວນ ເດີ່ນບິນສາກົນ Ninoy Aquino ທີ່ຄຸ້ມ Pasay ຂອງນະຄອນ Manila ວັນທີ 1 ຕຸລາ 2014.

ເຈົ້າໜ້າ​ທີ່ຕຳຫລວດ​ຟີລິບ​ປິນໄດ້​ຈັບ​ກຸມຜູ້​ຊາຍ 3 ຄົນທີ່​ໄດ້
​ວາງ​ແຜນ​ທຳ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ ຊຶ່ງ​ປະກົດ​ວ່າ ​ເປັນ
ການ​ປະ​ທ້ວງ ຕໍ່ອັນ​ທີ່​ພວກ​ເຂົາ​ເຈົ້າ​ເຫັນວ່າ​ ເປັນທ່າທີ “ທີ່​
ອ່ອນ​ແອ”
ຂອງມານີລາຕໍ່ຈີນນັ້ນ.

​ລັດຖະມົນຕີກະຊວງຍຸຕິທຳຟີລິບປິນ ທ່ານນາງ Leila de
Lima ກ່າວ​ວ່າ ພວກ​ຜູ້​ຊາຍຈຸ​ດັ່ງກ່າວ ​ໄດ້​ຖືກ​ຈັບ​ກຸມ ​ໃນ​
ວັນ​ຈັນ​ວານ​ນີ້ ພ້ອມ​ກັບລົດຕູ້ທີ່ບັນທຸກລະ​ເບີດ​ຄັນ​ນຶ່ງ​ຢູ່
ເດີ່ນ​ບິນ​ສາກົນ​ຂອງ​ນະຄອນມານີ​ລາຊຶ່ງ​ເປັນນຶ່ງຂອງຈຳ
ນວນທັງໝົດ​ 4 ​ເປົ້າໝາຍ ທີ່ພວກຜູ້ຊາຍຈຸນີ້ ຈະທຳການ
ໂຈມຕີນັ້ນ.

ທ່ານນາງ de Lima ກ່າວ​ວ່າ ພວກ​ກ່ຽວ ຍັງ​ໄດ້ວາງ​ແຜນທີ່​ຈະ​ໂຈມຕີ ສະຖານ​ທູດ​ຈີນ
ພ້ອມ​ກັນ​ກັບ ກຸ່ມ​ບໍລິສັດ​ກໍ່ສ້າງ DMCI ​ແລະສູນ​ການ​ຄ້າ SM Mall of Asia ຊຶ່ງ​ທັງ
​ສອງ​ແຫ່ງ​ນີ້​ ແມ່ນ​ບໍລິຫານງານ​ ໂດຍ ບັນດານັກທຸລະກິດ​ຊາວ​ຟີ​ລິບ​ປິນເຊື້ອສາຍຈີນ.

ທ່ານ​ນາງ​ກ່າວອີກ​ວ່າ ພວກ​ຜູ້ຊາຍກຸ່ມນີ້ຍັງອ້າງ​ວ່າ ​ເປັນ​ສະມາ​ຊິກ​ກຸ່ມ​ຂອງຕຳຫລວດ
ທະຫານ ​ແລະອື່ນໆ ທັງໃນປັດຈຸບັນແລະອະດີດ ​ທີ່​ຕ້ອງການຈະ “ປົກ​ປ້ອງ” ຟີ​ລິບ​ປິນ
ຈາກ​ຈີນ ທີ່​ພວມມີບັນຫາຂັດ​ແຍ້​ງ​ໃນເລື່ອງເຂດ​ນ້ຳ​ແດນ​ດິນ ​ກັບ​ມະນີ​ລາ.

ທ່ານ​ນາງ​ de Lima ເວົ້າວ່າ “ພວກ​ເຂົາ​ເຈົ້າຕ້ອງການໃຫ້​ລັດຖະບານ​ນີ້ ​ເອົາທ່າທີ
ທີ່ແຂງຂັ້ນກວ່າເກົ່າ ​ໃນ​ການຂັດແຍ້ງກັບ​ຈີນ. ດັ່ງນັ້ນ ຈຶ່ງ ປະກົດ​ວ່າເປັນກຸ່ມທີ່​
ເຂົ້າ​ໃຈ​ຜິດ​ ​ແລະ ພວກ​ເຂົາອ້າງ​ວ່າ ​ເປັນ​ “ພວກ​ທີ່ປົກ​ປ້ອງ​ພົນລະ​ເມືອງ​ຊາວ​
ຟີ​ລິບ​ປິນ ​ແລະຖືຈີນວ່າ ​ເປັນຜູ້​ມີ​ອຳນາດ​ທີ່​ ເຮັດທຸລະ​ກິດ​ແບບ​ຜູກຂາດ ​ແລະ
ທຳການ​ຂຸດຄົ້ນບໍ່ແຮ່ ທີ່​ຜິດ​ກົດໝາຍ” ນັ້ນວ່າ​ເປັນ​ສັດຕູ​ຂອງ​ຕົນ.”

ຊື່ຂອງກຸ່ມ​ດັ່ງກ່າວ​ແມ່ນ​ USAFFE ທີ່​ເປັນ​ຕົວ​ຫຍໍ້​ຊຶ່ງ​ໝາຍເຖິງອະດີດ ກຳລັງສະຫະລັດ
ໃນເຂດຕາເວັນອອກໄກ ທີ່ມີຖານ​ປະຕິບັດງານຢູ່ມານີ​ລາ​ ທີ່ໄດ້​ສູ້ລົບໃນ​ສົງຄາມ​ໂລກ​ຄັ້ງທີ​ສອງ.

ທ່ານ​ນາງ​ de Lima ກ່າວ​ວ່າ ​ບັນດາ​ເຈົ້າໜ້າ​ທີ່ ກຳລັງ​ສືບສວນ​ສອບ​ສວນກ່ຽວກັບ ຂະໜາດ ​ແລະຄວາມ​ສາມາດ​ຂອງ​ກຸ່ມ​ດັ່ງກ່າວ​ນີ້. ທ່ານ​ນາງກ່າວ​ອີກ​ວ່າ ​“ແນວ​ທາງ​ທີ່​ແທ້​ຈິງ​” ຂອງກຸ່ມ​ນີ້ ​ແມ່ນກຳລັງຖືກສືບ ສວນ​ສອບ​ສວນຢູ່ຄືກັນ ແຕ່ທ່ານ​ນາງ​ບໍ່​ໄດ້​ອະທິບາຍ​ຕື່ມ.

PHILIPPINES CHINA PLOT VOSOT
please wait

No media source currently available

0:00 0:01:40 0:00

XS
SM
MD
LG