ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ບັນຫາໃຫຍ່ ພວມໝູນວຽນອ້ອມ ກອງປະຊຸມຫຼວງ ຂອງພັກ ຣີພັບບລີກັນຢູ່


ປະຊາຊົນເຂົ້າຮ່ວມໃນການຊຸມນຸມຕໍ່ຕ້ານລັດທິແບ່ງແຍກສີ
ຜິວ, ຄວາມບໍ່ຍຸຕິທຳ ແລະການອ້າງວ່າຕົນເປັນຍອດຄົນ
ໂດຍຄົນຜິວຂາວໃນສວນສາທາລະນະ Perk, ກ່ອນກອງ
ປະຊຸມຫຼວງຂອງພັກຣີພັບບລີກັນ ໃນນະຄອນ Cleveland, ລັດ Ohio, 16 ກໍລະກົດ, 2016.
ປະຊາຊົນເຂົ້າຮ່ວມໃນການຊຸມນຸມຕໍ່ຕ້ານລັດທິແບ່ງແຍກສີ ຜິວ, ຄວາມບໍ່ຍຸຕິທຳ ແລະການອ້າງວ່າຕົນເປັນຍອດຄົນ ໂດຍຄົນຜິວຂາວໃນສວນສາທາລະນະ Perk, ກ່ອນກອງ ປະຊຸມຫຼວງຂອງພັກຣີພັບບລີກັນ ໃນນະຄອນ Cleveland, ລັດ Ohio, 16 ກໍລະກົດ, 2016.

ນັກຊາດນິຍົມຜິວດຳ, ຊາວຜິວຂາວທີ່ອ້າງວ່າຕົນເປັນຍອດຄົນ ຜູ້ນິຍົມອະນາທິປະໄຕ, ແມ່ຊີຜູ້ທີ່ເປັນຫ່ວງ ກ່ຽວກັບ ຄວາມຍຸຕິທຳທາງສັງຄົມ. ເກືອບວ່າໝົດທຸກຄົນຜູ້ທີ່ມີເຫດ ຜົນ, ມີຄວາມຄິດເຫັນ ແລະ ສິ່ງອື່ນໆ, ເບິ່ງຄືວ່າຈະພາກັນເດີນທາງມຸ່ງໜ້າຂຶ້ນໄປພາກ ເໜືອຂອງ ສະຫະລັດ ຫານະຄອນ Cleveland, ລັດ Ohio, ໃນສັບປະດານີ້ເພື່ອປະທ້ວງ ໃນກອງປະຊຸມຫຼວງແຫ່ງຊາດຂອງພັກ ຣີພັບບລີກັນ.

ມັນເປັນເລື່ອງທັມມະສຳລັບກອງປະຊຸມຫຼວງແຫ່ງຊາດຂອງ ພັກ ທີ່ຈະດຶງດູດເອົາບັນດາ ນັກເຄື່ອນໄຫວຈາກຂົງເຂດທີ່ກວ້າງຂວາງມາເຕົ້າໂຮມກັນ. ແຕ່ບັນດາເຈົ້າໜ້າທີ່ຢ້ານວ່າ ຄັ້ງນີ້ ການປະທ້ວງອາດຈະບໍ່ສາມາດຄວບຄຸມໄດ້, ເມື່ອມັນໄດ້ເກີດຂຶ້ນໃນເວລາທີ່ ສະຫະ ລັດ ເບິ່ງຄືວ່າຈະຖືກດຶງລົງສູ່ເລື່ອງຂອງການແບ່ງແຍກຜິວພັນ ແລະ ການເມືອງຢ່າງ ກວ້າງຂວາງ.

ກຳມະກອນນຳເອົາໝາກປູມເປົ້າມາຕິດຕັ້ງໃສ່ສະໜາມກິລາ Quicken Loans, ເຊິ່ງເປັນສະຖານ ທີ່ຈັດກອງປະຊຸມໃຫຍ່ແຫ່ງຊາດຂອງພັກ ຣີພັບບລີກັນ. ນະຄອນ Cleveland ລັດ Ohio. 15 ກໍລະກົດ 2016.
ກຳມະກອນນຳເອົາໝາກປູມເປົ້າມາຕິດຕັ້ງໃສ່ສະໜາມກິລາ Quicken Loans, ເຊິ່ງເປັນສະຖານ ທີ່ຈັດກອງປະຊຸມໃຫຍ່ແຫ່ງຊາດຂອງພັກ ຣີພັບບລີກັນ. ນະຄອນ Cleveland ລັດ Ohio. 15 ກໍລະກົດ 2016.

ທ່ານ Errol Southers ຜູ້ທີ່ເປັນຫົວໜ້າໂຄງການຄວາມຮຸນແຮງຂອງລັດທິຫົວຮຸນແຮງ ເກີດຂຶ້ນພາຍໃນທ້ອງຖິ່ນ ທີ່ມະຫາວິທະຍາໄລ ຄາລີຟໍເນຍໃຕ້ ໄດ້ກ່າວວ່າ “ມັນມີພາຍຸ ໃຫຍ່ຂອງບັນຫາທີ່ປະກອບມີ ເຊື້ອຊາດ, ສາສະໜາ, ຊົນເຜົ່າ, ບໍ່ເກີດແຫ່ງຊາດ, ການ ຍົກຍ້າຍຖິ່ນຖານ, ແລະ ລັກສະນະທາງເພດ, ຂ້າພະເຈົ້າບໍ່ເຄີຍເຫັນຫຼາຍບັນຫາປານ ນີ້ຈົນເປັນວິກິດການ ໃນກໍລະນີຂອງການປະເຊີນໜ້າກັນນີ້.”

ປະຊາຊົນ 6 ພັນຄົນແມ່ນຄາດວ່າຈະໄປລວມກັນໃນລັດທາງພາກຕາເວັນຕົກກາງຂອງ ປະເທດ ສຳລັບເຫດການທີ່ຈັດຂຶ້ນ 4 ມື້ ເຊິ່ງຈະເລີ່ມຂຶ້ນໃນວັນຈັນມື້ອື່ນນີ້.

ປະຊາຊົນຫຼາຍຄົນຈະເດີນທາງໄປນະຄອນ Cleveland ຍ້ອນວ່າພວກເຂົາເຈົ້າບໍ່ມັກ ທ່ານ Donald Trump, ຜູ້ລົງແຂ່ງຂັນເອົາຕຳ

ແໜ່ງປະທານາທິບໍດີທີ່ມີລັກສະນະແບ່ງແຍກຢ່າງແຮງ ທີ່ຄາດວ່າຈະປະກົດຕົວຈາກກອງ ປະຊຸມຫຼວງວ່າຈະເປັນຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຂອງພັກ ຣີພັບບລີກັນ.

Black nationalists. White supremacists. Anarchists. Nuns concerned about social justice. Pretty much anyone with a cause, extreme and otherwise, seems to be headed to the northern U.S. city of Cleveland, Ohio, this week to protest at the Republican National Convention (RNC).

It's not unusual for national party conventions to attract a wide array of activists. But authorities fear this time the demonstrations could get out of hand, since it comes at a time when the U.S. is seemingly being dragged into a widening racial and political divide.

"You have a perfect storm of issues involving race, religion, ethnicity, national origin, immigration, and sexual orientation," says Errol Southers, who heads the Homegrown Violent Extremism program at the University of Southern California. "I've never seen so many issues come to a head in terms of being confrontational."

Fifty-thousand people are expected to converge on the Midwestern city for the four-day event that begins Monday.

Trump protests

Many are coming to Cleveland simply because they don't like Donald Trump, the highly polarizing candidate who is expected to emerge from the convention as the Republican presidential nominee.

XS
SM
MD
LG