ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ປາ​ກີ​ສຖານ ​ກ່າວ​ວ່າ ຕົນ​ປະສົບ ​ຜົນ​ສໍາ​ເລັດ​​ ໃນການ​​ທົດ​ລອງ​ ລູກ​ສອນ​ໄຟ


ປາກີສຖານທົດລອງຍິງລູກສອນໄຟລຸ້ນປັບປຸງໃໝ່ຂອງຕົນຢ່າງສໍາເລັດຜົນ
ປາກີສຖານທົດລອງຍິງລູກສອນໄຟລຸ້ນປັບປຸງໃໝ່ຂອງຕົນຢ່າງສໍາເລັດຜົນ

ກອງທັບ​ປາ​ກີ​ສຖານ​ກ່າວ​ວ່າ ຕົນ​ປະສົບ​ຜົນ​ສໍາ​ເລັດໃນການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ Shaheen-1 ​ທີ່​ ປັບປຸງ​ໃໝ່ເມື່ອ ​ວັນ​ພຸດ​ມື້​ນີ້. ລູກ​ສອນ​ໄຟ Shaheen-1 ສາມາດທໍາລາຍ​ເປົ້າໝາຍຕ່າງໆ​ໃນ​ອິນ​ເດຍ​ໄດ້​ດ້ວຍຫົວລະ​ເບີດນີວ​ເຄລຍ ​ແລະ​ລຸ້ນທີ່​ຖືກ​ປັບປຸງ​ໃຫ້​ດີຂຶ້ນດັ່ງກ່າວ​ນີ້ ​ເຂົ້າ​ໃຈ​ວ່າ ຈະ​ສາມາດ​ຍິງ​ໄດ້​ໃນ​ລັດສະໝີ​ທີ່​ໄກ​ກວ່າ​ເກົ່າ.

ການ​ລົດ​ລອງ​ຍິງ​ລູກ​ສອນ​ໄຟດັ່ງກ່າວ​ນີ້ ​ແມ່ນ​ມີ​ຂຶ້ນບໍ່​ເຖິງ​ນຶ່ງ​ອາທິດ​ຫລັງ​ຈາກອິນ​ເດ​ຍກ່າວອ້າງ​ວ່າ ​ຕົນ​ໄດ້​ທົດ​ລອງ​ລູກ​ສອນ​ໄຟລຸ້ນ​ໃໝ່​ຂອງ​ຕົນ​ຢ່າງ​ສໍາ​ເ​ລັດຜົນທີ່​ສາມາດ​ຕິດ​ຫົວ​ລະ​ເບີດ​ນີວ​ເຄລຍ​ໄປ​ໄດ້​ໄກ​ເຖິງ​ປັກ​ກິ່ງ ບັນດາ​ເຈົ້າໜ້າ​ທີ່​ອິນ​ເດຍກ່າວ​ວ່າ ການ​ທົດ​ລອງ​ຍິງ​ລູກ​ໄຟ​ດັ່ງກ່າວ​ນີ້ ສະ​ແດງ​ໃຫ້​ວ່າຕົນ​ຖືກ​ຈັດ​ເຂົ້າຢູ່​ໃນ​ລະດັບ​ດຽວ​ກັນ​ກັບປະ​ເທດ​ມະຫາ​ອໍາ​ນາດ​ລູກ​ສອນ​ໄຟຂອງ​ໂລກ​ແລ້ວ.

ລູກ​ສອນ​ໄຟ Agni-V ຂອງ​ອິນ​ເດຍ ມີ​ຄວາມ​ສາມາດ​ຍິງ​ໄດ້​ໄກ 5,000 ກິ​ໂລແມັດ ​ແລະ​ຖືກ​ຂະໜານ​ນາມ​ວ່າ “​ເປັນ​ການ​ກ້າວ​ໜ້າ​ທີ່​ສຳຄັນ” ໃນ​ສະມັດຖະພາບ ດ້ານ​ຍຸ​ດທະ​ສາດ​ຂອງ​ອິນ​ເດຍ ທີ່​ສາມາດ​ຍິງຫົວລະ​ເບີດ​ນີວ​ເຄລຍ​ໄປ​ໄດ້​ໄກ​ເຖິງນະຄອນ​ຫລວງປັກ​ກິ່ງຂອງ​ຈີນ ພ້ອມ​ທັງ​ນະຄອນ ​ Shanghai ຫົວ​ເມືອງ​ສຳຄັນຂອງຈີນ​ນັ້ນ​ນໍາ.

ໜັງສືພິມ Global Times ຂອງ​ພັກ​ຄອມ​ມີ​ວນີສຈີນໄດ້ຕອບ​ໂຕ້​ຕໍ່ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ​ຂອງ​ອິນ​ເດ​ຍ ດ້ວຍການ​ເຕືອນວ່າອິນ​ເດຍ​ແມ່ນບໍ່​ມີ​ໂອກາດ​ເລີຍ​ໃນ​ການ​ແຂ່ງຂັນ ກັນ​ດ້ານ​ອາວຸດ​ກັບ​ຈີນ​ ​ໃນ​ອະ
ນາຄົດ​ອັນ​ໃກ້ໆ​ນີ້ໄດ້.

ທ່ານ Kapil Kak ນັກວິ​ເຄາະດ້ານປ້ອງ​ກັນ​ປະ​ເທດອິນ​ເດຍ ​ໄດ້​ເວົ້າ​ໄວ້​ວ່າ ອິນ​ເດຍ​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ຂຶ້ນກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ ​ແລະ​ປາ​ກີ​ສຖານ ທີ່​ອາດ​ເປັນ​ໄປ​ໄດ້​ວ່າ​ ຈະແນ​ເປົ້າ​ໃສ່​ອິນເດຍນັ້ນ ຊຶ່ງ​ໃນ​ກໍລະນີ​ນີ້ ອິນ​ເດຍຈະ​ຕ້ອງຕຽມ​ຮັບ​ມື​ກັບ​ສົງຄາມ​ຈາກ​ສອງປະ​ເທດນີ້​ໄວ້​ໃຫ້​ດີ.

XS
SM
MD
LG