ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ທ່ານ ໂອບາມາ ກ່າວປົກປ້ອງ ການເຮັດ ສົງຄາມ ກັບພວກ ລັດອິສລາມ ດ້ວຍ ຄວາມໃຈຮ້າຍ


ປະທານາທິບໍດີ ໂອບາມາ ໄດ້ກ່າວປ້ອງກັນຢ່າງແຂງຂັນ ກ່ຽວກັບ ແຜນຍຸດທະສາດຂອງທ່ານ ແລະ ປະຫວັດຂອງກອງທັບສະຫະ ລັດ ໃນການຕໍ່ສູ້ທົ່ວໂລກ ເພື່ອທຳລາຍພວກ ລັດອິສລາມ.
ປະທານາທິບໍດີ ໂອບາມາ ໄດ້ກ່າວປ້ອງກັນຢ່າງແຂງຂັນ ກ່ຽວກັບ ແຜນຍຸດທະສາດຂອງທ່ານ ແລະ ປະຫວັດຂອງກອງທັບສະຫະ ລັດ ໃນການຕໍ່ສູ້ທົ່ວໂລກ ເພື່ອທຳລາຍພວກ ລັດອິສລາມ.

​ໃນ​ໄລຍະ 24 ຊົ່ວໂມງທີ່ຜ່ານມານີ້, ໂຄສົກທຳນຽບຂາວ ທ່ານ Josh Earnest ໄດ້ຖືກຖາມໂດຍບັນດານັກຂ່າວ​ໃນການຖະແຫຼງຂ່າວປະຈຳວັນ ກ່ຽວກັບ ການ ວິຈານຢ່າງຮຸນແຮງ ໂດຍຜູ້ຖືກສະເໜີຊື່​ເຂົ້າແຂ່ງຂັນເອົາຕຳແໜ່ງປະທານາທິ ບໍດີ ຈາກພັກຣີພັບບລີກັນທ່ານ Donald Trump ແລະ ຄົນອື່ນໆໃນພັກຂອງ ທ່ານ ກ່ຽວ​ກັບ ​ວ່າປະທານະທິບໍດີ ໂອບາມາ ສຳລັບ "ການສະແດງພຶດຕິກຳ ທີ່ຖືກຕ້ອງທາງການເມືອງຫຼາຍໂພດ” ຕໍ່ກັບແມ່ນກະທັ້ງຄຳເວົ້າ ກ່ຽວກັບ “ພວກອິສລາມ ຫົວຮຸນແຮງ” ຫຼື “ລັດທິກໍ່ການຮ້າຍອິສລາມ.”

ທ່ານ Trump ແລະ ຄົນອື່ນໆໄດ້ກ່າວຢ່າງຊ້ຳແລ້ວຊ້ຳອີກວ່າ ທ່ານຈະບໍ່ມີວັນເອົາ ຊະນະສັດຕູໄດ້ ຈົນກວ່າທ່ານຈະກຳນົດໄດ້ຢ່າງຊັດເຈນວ່າທ່ານກຳລັງຕໍ່ສູ້ກັບໃຜ. ທ່ານ Earnest ໄດ້ປະຕິເສດຕໍ່ການວິຈານວ່າເປັນບັນຫາທີ່ “ນ້ອຍ” ໂພດທີ່ໃຫ້ ຄຳເຫັນໄດ້, ໃນການປະເຊີນໜ້າກັບສິ່ງທ້າທາຍຢ່າງ​ໃຫຍ່ຫຼວງທີ່ທ່ານປະທານາ ທິບໍດີກຳລັບຮັບມືນຳ.

ຫລັງ​ຈາກ​ນັ້ນຕໍ່​ມາອີກ 24 ຊົ່ວໂມງ ແລະ ນ້ຳສຽງກໍໄດ້ປ່ຽນໄປຢ່າງໃຫຍ່ຫຼວງ.

ປະທານາທິບໍດີ ໂອບາມາ ໄດ້ສະແດງການປ້ອງກັນທີ່ຮຸນແຮງ ກ່ຽວກັບ ແຜນ ຍຸດທະສາດຂອງທ່ານ ແລະ ປະຫວັດຂອງກອງທັບ ສະຫະລັດ ໃນການຕໍ່ສູ້ ທົ່ວໂລກເພື່ອທຳລາຍພວກ ລັດອິສລາມ. ແລະ ທ່ານກໍໄດ້ເປີດເຜີຍເຖິງຄວາມ ໃຈຮ້າຍ ທີ່ບໍ່ຄ່ອຍເກີດຂຶ້ນ ຕໍ່ການວິຈານຂອງສະມາຊິກພັກຣີພັບບລີກັນ ກ່ຽວ ກັບການທີ່ ທ່ານໄດ້ປະຕິເສດທີ່ຈະກ່າວເຖິງພວກ “ກໍ່ການຮ້າຍອິສລາມ.” ຢືນ ຢູ່ຮຽງຂ້າງ ທ່ານໂດຍຄະນະ​ທີ່​ປຶກ ສາດ້ານຄວາມໝັ້ນຄົງແຫ່ງຊາດຂັ້ນສູງຂອງ ທ່ານ, ທ່ານ ໂອບາມາ ໄດ້ ຖືກຖາມວ່າ ການໃຊ້ນຳນິຍາມນີ້ ຈະບັນລຸຫຍັງແທ້? ມັນຈະໄປ ປ່ຽນ ແປງອັນໃດແທ້? ມັນຈະເຮັດໃຫ້ພວກ ISIL ຂ້າຄົນ ອາເມຣິ ກັນ ໜ້ອຍລົງບໍ? ມັນຈະເຮັດໃຫ້ມີພັນທະມິດຫຼາຍຂຶ້ນບໍ? ມັນມີແຜນຍຸດ ທະສາດທາງທະຫານທີ່ ພວກເຮົາຈະໄດ້ປະຕິບັດບໍ?

ທ່ານປະທານາທິບໍດີ ໄດ້ອະທິບາຍເຖິງການໃຊ້ຄຳເວົ້າຂອງທ່ານວ່າ “ເຫດຜົນ ການທີ່ຂ້າພະເຈົ້າລະມັດລະວັງ ບໍ່ໄດ້ມີຫຍັງກ່ຽວຂ້ອງກັບພຶດຕິກຳທີ່ຖືກຕ້ອງ ທາງການເມືອງ ແລະ ທຸກໆຢ່າງທີ່ກຽວກັບການເອົາຊະນະພວກລັດທິຫົວຮຸນ ແຮງ.” ທ່ານໄດ້ຊີ້ໃຫ້ເຫັນວ່າ ຫລາຍ​ປະເທດ​ໃນ​ແນ​ວ​ໂຮມ ​ທີ່​ເປັນຄູ່ຮ່ວມທຳ ການຕໍ່ສູ້ກັບພວກ IS ສ່ວນໃຫຍ່ແມ່ນປະເທດມຸສລິມ. ແລະ ທ່ານປະທານາ ທິບໍ ດີໄດ້ກ່າວວ່າ ສະຫະລັດ ແລະ ພວກກອງກຳລັງ​ແນວ​ໂຮມຮູ້ຢ່າງແນ່ ນອນວ່າ ພວກເຂົາເຈົ້າກຳລັງຕໍ່ສູ້ກັບໃຜ, ແລະ ພວກເຂົາເຈົ້າມີພວກ ISIL ກຳລັງລອຍ ນວນຢູ່. ທ່ານໄດ້ກ່າວວ່າ ການຄວບຄຸມເຂດແດນໂດຍພວກ ລັດອິສລາມ ແມ່ນ ກຳລັງຫຼຸດໜ້ອຍລົງ, ຂວັນຂອງພວກເຂົາເຈົ້າກໍກຳລັງ ຕົກຕ່ຳລົງ, ຖັນ​ແຖວຂອງ ເຂົາເຈົ້າແມ່ນກຳລັງອ່ອນ​ເພຍລົງ ແລະ ຕອນນີ້ ແມ່ນຕົກລົງສູ່​ຈຸດຕ່ຳສຸດໃນຮອບ 2 ປີເຄິ່ງ. ທ່ານໄດ້ກ່າວວ່າ ພວກ​ແນວ​ໂຮມໄດ້ຕັດລາຍໄດ້ ຈາກການ​ຂາຍນ້ຳມັນ ຂອງພວກ IS ຫຼາຍລ້ານ ໂດລາ​ໃນແຕ່ລະເດືອນ.

ແລະ ການໄຕ່ຕອງຕາມປົກກະຕິຂອງທ່ານ ໂອບາມາ ແມ່ນຍັງບໍ່ໄດ້ຈົບເທື່ອ. ໂດຍປາສະຈາກທີ່ຈະກ່າວເຖິງຊື່ຂອງທ່ານ, ທ່ານສືບຕໍ່ເວົ້າໃສ່ທ່ານ Trump ວ່າ “ການກ່າວເວົ້າໂຈມຕີ” ຂອງທ່ານ ແມ່ນກຳລັງເຮັດໃຫ້ ອາເມຣິກາ ມີຄວາມ ປອດ ໄພໜ້ອຍລົງ.

Obama Islamic State
please wait
Embed

No media source currently available

0:00 0:02:38 0:00

Just 24 hours ago, White House Press Secretary Josh Earnest was asked by reporters at the daily briefing about sharp criticism by likely Republican nominee Donald Trump and others in his party of President Obama for being "too politically correct" to even utter the words "radical Islam" or "Islamic terrorism."

Trump and others have repeatedly said you can never defeat an enemy unless you define who it is you are fighting against. Earnest dismissed the criticism as too "small" to comment on, in the face of the huge challenges the president is facing.

Fast-forward 24 hours, and the tone changed dramatically.

President Obama mounted a passionate defense of his strategy and the U.S. military's record in the global campaign to destroy Islamic State. And he revealed a seldom seen flash of anger at Republican criticism of his refusal to say "Islamic terrorists."Flanked by his top national security advisers, Obama asked: "What exactly would using this label accomplish? What exactly would it change? Would it make ISIL less committed to killing Americans? Would it bring in more allies? Is there a military strategy that would be served?"

The president explained his choice of words, saying: "The reason I am careful has nothing to do with political correctness and everything to do with defeating extremism."He pointed out that several of the coalition partners in the fight against IS are Muslim majority countries. And the president said U.S. and coalition forces know exactly who they are fighting, and they have ISIL on the run. He said the territory controlled by Islamic State is shrinking, morale is plummeting, its ranks are thining and are now down to the lowest levels in two-and-a-half years. He said the coalition has cut IS oil revenues by millions of dollars each month.

And the normally measured Obama was not finished. Without mentioning his name, he took on Trump head-on, saying his "loose talk" is making Americans less safe.

XS
SM
MD
LG