ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ເກົາຫຼີເໜືອ ທົດລອງ ຍິງລູກສອນໄຟ ຂີປະນາວຸດ ໄລຍະໃກ້ 3 ລູກ


ຊາຍຄົນໜຶ່ງ ກຳລັງເບິ່ງໂທລະພາບ ຖ່າຍທອດການທົດລອງ​ ຍິງ ລູກ​ສອນ​ໄຟ​ ຂີ​ປະ​ນາ​ວຸດ​ໄລຍະ​ໃກ້.
ຊາຍຄົນໜຶ່ງ ກຳລັງເບິ່ງໂທລະພາບ ຖ່າຍທອດການທົດລອງ​ ຍິງ ລູກ​ສອນ​ໄຟ​ ຂີ​ປະ​ນາ​ວຸດ​ໄລຍະ​ໃກ້.

ວັນ​ອາທິດ​ວານ​ນີ້ ​ເກົາຫຼີ​ເໜືອ ​ໄດ້​ທົດ​ລອງ​ການ​ຍິງລູກ​ສອນ​ໄຟ
​ຂີ​ປະ​ນາ​ວຸດ​ໄລຍະ​ໃກ້ຈຳນວນ 3 ລູກ ​ເຂົ້າ​ໄປ​ໃນ​ທະ​ເລ​ຍີ່​ປຸ່ນ, ພຽງ​ໜຶ່ງ​ອາທິດ​ຫຼັງ​ຈາກ​ທີ່​ໄດ້​ອ້າງ​ວ່າຕົນປະສົບ​ຜົນ​ສຳ​ເລັດໃນການ
ທົດ​ລອງ​ຍິງ​ລູກ​ສອນ ​ໄຟ​ຂີ​ປະ​ນາ​ວຸດ​ຕິດ​ເຮືອ​ດຳ​ນ້ຳ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ​ເກົາຫຼີ​ໃຕ້ ກ່າວ​ວ່າ ​ເກົາຫຼີ​ເໜືອ​ໄດ້​ຍິງ​ລູກສອນ​ໄຟ KN-01 ສາມ​ລູກ​ ຈາກ​ເມືອງ Wonsan ທີ່​ເຂດ​ຊາຍແດນທາງ​ພາກ​ຕາ​ເວັນ​ອອກ ປະ​ມານ ​7 ໂມງ 30 ຕອນ​ເຊົ້າ​ ຕາມ​ເວລາ​ສາກົນ.

ພວກ​ເຂົາ​ກ່າວ​ວ່າ ​ລູກ​ສອນໄຟ​ບິນ​ໄປໄກ​ປະມານ 100 ກິ​ໂລ​ແມັດ ​ແລະ ​ໄດ້​ຕົກລົງ​ໃສ່​ທະ​ເລ.

ການ​ທົດ​ລອງນີ້ແມ່ນຄັ້ງ​ຫຼ້າ​ສຸດຕັ້ງ​ແຕ່​ Pyongyang ​ໄດ້​ຍິງ​ລູກ​ສອນໄຟໄລ​ຍະ​ໄກຕ້ານ​ເຮືອ​ຮົບ ສາມ​ລູກ​ໃນ​ວັນ​ທີ 9 ​ເດືອນພຶດສະພາທີ່ຜ່ານມາ​.

ສະຫະລັດ​ ກ່າວ​ວ່າ ການ​ຍິງ​ດັ່ງກ່າວແມ່ນ “ການລະ​ເມີດ​ຢ່າງ​ຊັດ​ເຈນ” ຕໍ່ມັດ​ຕິ​ສະພາ​ຄວາ​ມ ໝັ້ນຄົງສະຫະປະຊາຊາດ. ​ເກົາຫຼີເໜືອ​ແມ່ນ​ຢູ່ໃນ​ລະຫວ່າງ​ການ​ຖືກ​ລົງ​ໂທດ​ຂອງ​ສະຫະປະຊາຊາດ ຫ້າມ​ພວກ​ເຂົາ​ບໍ່​ໃຫ້​ຜະລິດ ຫຼື ​ໃຊ້​ເທັກ​ໂນ​ໂລ​ຈີ​ລູກສອນ​ໄຟ​ຂີ​ປະ​ນາ​ວຸດ.

​ເກົາຫຼີ​ເໜືອ ​ແມ່ນ​ຢູ່​ພາຍ​ໃຕ້​ການ​ກົດ​ດັນ​ເພີ້ມຂຶ້ນຈາກ​ການ​ລົງ​ໂທດ​ຂອງ ນາໆ​ຊາດ ກ່ຽວ​ພັນ​ກັບ​ໂຄງການນິ​ວ​ເຄຼຍ ​ແລະ ຂີ​ປະ​ນາ​ວຸດ.

XS
SM
MD
LG