ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ເກົາຫຼີເໜືອ ຊ້ອມຍິງປືນໃຫຍ່ ໃຊ້ລູກປືນແທ້ ໃກ້ຊາຍແດນ ທີ່ຂັດແຍ້ງກັນ (ວີດີໂອ)


NOKOR DRILL VOSOT
please wait
Embed

No media source currently available

0:00 0:01:12 0:00
ເກົາຫລີ​ເໜືອໄດ້​ເລີ້ມທຳການ​ຊ້ອມ​ລົບ ​ຍິງ​ປືນ​ໃຫຍ່ທີ່ໃຊ້​ລູກແທ້
ຢູ່​ໃກ້​ໆກັບເຂດ ຊາຍແດນ ທາງທະເລກ້ຳຕາເວັນຕົກ ​ທີ່​ມີ​ການ​
ຂັດ​ແຍ້​ງກັນ ກັບເກົາຫລີໃຕ້.

​ໂຄສົກກະຊວງ​ປ້​ອງກັນ​ປະ​ເທດເກົາຫລີໃຕ້ທ່ານ Kim Min-seok
ກ່າວ​ໃນ​ວັນ​ ອັງຄານ​ມື້​ນີ້​ວ່າ ຕົນ​ໄດ້​ຖືກ​ແຈ້ງ​ໃຫ້​ຊາບ ຈາກພຽງ​ຢາງ
​ ກ່ຽວກັບແຜນການ​ຊ້ອມ ລົບດັ່ງກ່າວ.

ທ່ານ Kim Min-seok ​ເວົ້າ​ວ່າ: “​ເຖິງ​ແມ່ນ​ວ່າ ​ຂົງ​ເຂດ​ທີ່​ຖືກ
ແຈ້ງ​ໃຫ້​ຊາບຢູ່ເໜືອເຂດແດນໃນທະເລເຫລືອງກໍຈິງ ແຕ່
ທະຫານເກົາ​ຫລີໃຕ້ ກໍ​ໄດ້​ເອົາ​ມາດ​ຕະການ​ຄຸ້ມຄອງຄວາມ​
ປອດ​ໄພໃຫ້​ແກ່​ປະຊາຊົນ ຮວມທັງການ​ຄວບ​ຄຸມ​ເຮືອ​ຫາ​ປາ​ຂອງພົນລ​ະ​ເຮືອນ.
ພວກ​ເຮົາ​ໄດ້​ເຕືອນ​ເກົາຫລີ​ເໜືອວ່າ ພວກ​ເຮົາ​ຈະ​ຕອບ​ໂຕ້ຢ່າງ​ຮຸນແຮງ ຖ້າ​ຫາກວ່າ
ລູ​ກປືນ​ໃຫຍ່​ຂອງເກົາຫຼີເໜືອຕົກລົງ​ຂ້າມເສັ້ນແບ່ງເຂດແດນໃນທະເລເຫລືອງ.
ທະຫານ​ຂອງ​ພວກ​ເຮົາ ກຳລັງ​ຕິດຕາມ​ຢ່າງ​ໃກ້ຊິດ​ວ່າ ​ເກົາຫລີ​ເໜືອຈະ​ທຳການ
ຊ້ອມລົບແບບ​ໃຊ້​ລູກປືນ​ແທ້ ​ແລະບໍລິເວນ​ທີ່​ລູ​ກປືນ​ໃຫຍ່ຕົກລົງ​ມາ ​ໃນ​ຂະນະ​ທີ່​ວາງກຳລັງຢູ່ໃນທ່າ​ຕຽມພ້ອມ.”


ເຈົ້າໜ້າທີ່ທະຫານເກົາຫລີໃຕ້ກ່າວວ່າ ເກົາຫລີເໜືອໄດ້ຍິງປືນໃຫຍ່ 50 ລູກແລະທັງໝົດ
ບໍ່ໄດ້ຕົກໃສ່ເຂດແດນຂອງເກົາຫລີໃຕ້.

​ເກົາຫລີ​ເໜືອ ​ໄດ້​ຊ້ອມລົບຄ້າຍຄື​ກັນນີ້ ​ໃນ​ເດືອນ​ແລ້ວ​. ລູກປືນ​ໃຫຍ່​ຈຳນວນ​ນຶ່ງ​ໄດ້​ຕົກ
ລົງ​ມາ​ໃສ່ເຂດ​ນ່ານ​ນໍ້າຂອງເກົາຫລີ​ໃຕ້ ​ເຮັດ​ໃຫ້ເກົາຫຼີໃຕ້ຍິງ​ຕອບ​ໂຕ້​ຂ້າມ​ຊາຍ​ແດນຄືນ.

ເກົາຫລີເໜືອໂຕ້ແຍ້ງກ່ຽວກັບເຂດແດນໃນທະເລເຫລືອງໂດຍເວົ້າວ່າ ມັນກຳນົດ ຂຶ້ນ
ແຕ່ພຽງຝ່າຍດຽວ ແລະຄວນຈະຢູ່ທາງໃຕ້ລົງມາ.

ການຊ້ອມ​ໃນທຳນອງນີ້ ບໍ່​ເປັນ​ທີ່​ແປກ​ປະຫລາດຫຍັງເລີຍ ແຕ່​ເຮັດ​ໃຫ້ຄວາມສຳ​ພັນ​ ລະຫວ່າງປະເທດຄູ່ປໍລະປັກທັງສອງ ຊຶ່ງ​ຕາມທາງຫ​ລັກ​ການ​ແລ້ວແມ່ນ​ຍັງຢູ່ໃນພາວະ
ສົງຄາມກັນນັ້ນ ຮ້າຍແຮງລົງຕື່ມ.

ຄວາມເຄັ່ງຕຶງ​ແມ່ນ​ສູງ​ກວ່າ​ປົກກະຕິຢູ່ແລ້ວ ຫລັງຈາກມີການ​ເຕືອນ​ວ່າພຽງ​ຢາງ​ອາດຈະ
ຕຽມ​ທົດ​ລອງ​ອາວຸດນິວ​ເຄລຍ​ເທື່ອ​ທີ​ສີ່.
XS
SM
MD
LG