ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຜູ້ແທນຢູເຄຣນຊົກຕ່ອຍກັນ ຢູ່ໃນກອງປະຊຸມ ນັດທໍາອິດ ຂອງສະພາ (ສະໄລດ໌ກັບວີດິໂອ)


ສະມາຊິກສະພາ ທະເລາະວິວາດກັນ ໃນຂະນະທີ່ມີການປະຊຸມກັນ ທີ່ນະຄອນຫລວງກຽບ ຂອງຢູເຄຣນ.
ສະມາຊິກສະພາ ທະເລາະວິວາດກັນ ໃນຂະນະທີ່ມີການປະຊຸມກັນ ທີ່ນະຄອນຫລວງກຽບ ຂອງຢູເຄຣນ.
ສະພາແຫ່ງຊາດຊຸດໃໝ່ຂອງຢູເຄຣນໄດ້ປະຊຸມກັນໃນວັນພຸດ
ວານນີ້ ໃນວາລະປະຊຸມທີ່ຖືກລົບກວນໂດຍການປະທ້ວງຕ່າງໆ
ແລະການຊົກກັນ.

ວາລະກອງປະຊຸມດັ່ງກ່າວ ແມ່ນເປັນຄັ້ງທໍາອິດ ນັບຕັ້ງແຕ່ພັກ
Party of Regions ຂອງປະທານາທິບໍດີຢູເຄຣນ ທ່ານ Vikto
Yanukovych ໄດ້ຮັບຄະແນນສຽງສ່ວນຫຼາຍທີ່ຕ່າງກັນພຽງ
ເລັກນ້ອຍ ໃນການເລືອກຕັ້ງເມື່ອເດືອນຕຸລາຜ່ານມາ ທີ່ພວກ
ນັກສັງເກດການເວົ້າວ່າ ມີຄວາມບົກຜ່ອງຍ້ອນການສໍ້ໂກງ
ຄະແນນ.



ໃນລະຫວ່າງການປະຊຸມຢູ່ນັ້ນ ມີການຕໍ່ສູ້ກັນເກີດຂຶ້ນ ເມື່ອພວກຜູ້ແທນຝ່າຍຄ້ານຫລາຍ
ຄົນພາກັນໂຈມຕີ ຜູ້ແທນອີກສອງຄົນ ທີ່ຖືກສົງໄສວ່າ ໜີອອກຈາກພັກຝ່າຍຄ້ານໄປ
ເຂົ້າກັບພັກທີ່ນິຍົມລັດຖະບານ.

ໃນຂະນະດຽວກັນ ຢູ່ນອກຕຶກສະພາແຫ່ງຊາດ ພວກຜູ້ຍິງທີ່ແກ້ເສື້ອກຸ່ມນຶ່ງ ໄດ້ທໍາການ
ປະທ້ວງຕໍ່ການສໍ້ລາດບັງຫລວງຂອງລັດຖະບານ. ນັກເຄື່ອນໄຫວ ຫລາຍຄົນຈາກກຸ່ມ
ແມ່ຍິງແກ້ເສື້ອຜ້າປະທ້ວງທີ່ຊື່ວ່າ Femen ໄດ້ຖືກຈັບໄປ. ເບິ່ງວີດິໂອກ່ຽວກັບຂະບວນການແມ່ຍິງແກ້ເສື້ອຜ້າປະທ້ວງ Femen:
XS
SM
MD
LG