ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານ ໂອບາມາ ເຂົ້າຮ່ວມພິທີເປີດ ຫໍພິພິທະ ພັນ ຄົນອາເມຣິກາ ເຊື້ອສາຍ ອາຟຣິກາ


America's Newest Museum Opens, Is a Showcase of African-American Experience
please wait

No media source currently available

0:00 0:02:12 0:00

ຫໍພິພິທະພັນທີ່ໃໝ່ທີ່ສຸດຂອງ ອາເມຣິກາ ເປີດແລ້ວ, ເຊິ່ງສະແດງໃຫ້ເຫັນປະສົບການຂອງ ຄົນອາເມຣິກັນ ເຊື້ອສາຍ ອາຟຣິກາ.

ໃນການກ່າວຄຳປາໄສເນື່ອງໃນໂອກາດສະເຫຼີມສະຫຼອງຫໍພິພິດທະພັນອາເມຣິກັນໃໝ່ ເພື່ອອຸທິດໃຫ້ແກ່ປະຫວັດສາດຂອງຊາວອາເມຣິກັນເຊື້ອສາຍອາຟຣິການັ້ນ ທ່ານບາຣັກ ໂອບາມາ ປະທານາທິບໍດີ ສຫຣ ກ່າວວ່າ ປະຫວັດຂອງພວກເຂົາເຈົ້າເປັນຈຸດໃຈ ກາງ ຂອງປະຫວັດສາດ ອາເມຣິກັນ ເມື່ອເບິ່ງກັບຄືນໄປຫາພວກຜູ້ເປັນພໍ່ກໍ່ຕັ້ງປະເທດນີ້ຂຶ້ນ ມາ.

ທ່ານໂອບາມາກ່າວວ່າ “ພວກເຮົາພາກັນບໍ່ເອົາຫົວຊາ ຫຼື ຫຼົງລືມຫຼາຍໂພດ ປະຫວັດ ສາດຂອງຜູ້ຄົນນັບເປັນລ້ານໆ ຜູ້ທີ່ໄດ້ກໍ່ຕັ້ງປະເທດຊາດນີ້ຂຶ້ນມາ.”

ບາງເທື່ອພວກເຮົາກໍໄດ້ເຫັນຄົນເຊັດນໍ້າຕາ ເວລາທ່ານໂອບາມາເວົ້າເຖິງ ທັງສິ່ງທີ່ດີ ແລະ ຮ້າຍຂອງຊາວຜິວດຳ ຈາກການເປັນຂ້າທາດ, ຈາກການຈຳແນກເຊື້ອຊາດຜິວພັນ, ຕັດ ສິດບໍ່ໃຫ້ລົງຄະແນນສຽງ ໄປຈົນເຖິງການເລືອກຕັ້ງເອົາປະທານາທິບໍດີຜິວດຳຄົນທຳອິດ.

ທ່ານ ໂອບາມາໄດ້ບອກຝູງຊົນນັບເປັນພັນໆ ທີ່ໄປເຕົ້າໂຮມຢູ່ສະໜາມຫຼວງແຫ່ງຊາດ ເນື່ອງໃນໂອກາດນີ້ວ່າ “ພວກເຮົາບໍ່ໄດ້ເປັນພາລະໜັກໜ່ວງໃຫ້ແກ່ອາເມຣິກາ ຫຼື ເປັນ ຮອຍດ່າງພ້ອຍໃດໆໃຫ້ອາເມຣິກາ​ ພວກເຮົາແມ່ນ ອາເມຣິກາ ແລະນັ້ນແຫຼ໊ະຄືຄຳອະ ທິບາຍຂອງຫໍພິພິດທະພັນແຫ່ງນີ້.”

ຫຼັງຈາກການກໍ່ສ້າງມາໄດ້ຫຼາຍປີແລ້ວ ຫໍພິດທະພັນຢູ່ສະາມຫຼວງແຫ່ງຊາດ ວໍຊິງຕັນ ຊຶ່ງ ແມ່ນຫໍພິພິດທະພັນແຫ່ງຊາດດ້ານປະຫວັດສາດແລະວັດທະນະທຳອາເມຣິກັນເຊື້ອສາຍ ອາຟຣິກາ ກໍໄດ້ເປີດຂຶ້ນຢ່າງເປັນທາງການຕໍ່ສາທາລະນະຊົນໃນວັນເສົາວານນີ້.

Speaking at the dedication of a new U.S. museum devoted to the history of African Americans, U.S. President Barack Obama said their history is central to America's history dating back to the country's traditional founding fathers.

"Too often we ignored or forgot the stories of millions upon millions of others who built this nation just as surely," Obama said.

At times brushing away a tear, Obama pointed out the highs and lows of being black in America, from slavery and Jim Crow segregation to voting rights and election of the first black president.

"We are not a burden on America. Or a stain on America ... we are America. And that's what this museum explains," he told the thousands who had gathered on the National Mall for the event.

After years in the making, the newest museum on Washington's National Mall, the National Museum of African American History and Culture, officially opened to the public on Saturday.

XS
SM
MD
LG