ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ອົງການ NASA ແລະ SpaceX ຮ່ວມມືກັນເພື່ອສຶກສາສະພາບແວດລ້ອມຂອງໂລກ


LogOn NASA Climate Satellite USAGM
please wait

No media source currently available

0:00 0:02:00 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ອົງ​ການ NASA ແລະ ບໍລິສັດ SPACE X ແມ່ນ​ກຳ​ລັງ​ຮ່ວມ​ມື​ກັນ​ເພື່ອ​ສຶກ​ສາ ກ່ຽວ​ກັບ ສຸ​ຂະ​ພາບຂອງໂລກ ​ພວກ​ເຮົາ ດັ່ງ​ທີ່​ມັນ​ບໍ່​ເຄີຍ​ເກີດ​ຂຶ້​ນ​ມາ​ກ່ອນ. ໃນ​ລາຍ​ການ LOGON ຂອງ​ອາ​ທິດນີ້, ນັກ​ຂ່າວ​ວີ​ໂອ​ເອ ຈູ​ລີ ທາ​ໂບ ຈະ​ພາ​ເຮົາ​ໄປ​ເບິ່ງ​ການ​ຮ່ວມ​ມື​ທີ່ ​ສຳ​ຄັນ​ນີ້​ນຳ​ກັນ.

ຈະຫຼວດ Falcon 9 ຂອງ​ບໍ​ລິ​ສັດ Space X ໄດ້​ບິນ​ອອກ​ຈາກ​ສະ​ຖາ​ນີ Cape Canaveral ຂອງ​ລັດ ຟ​ລໍ​ຣິ​ດາ ໂດຍບັນທຸກດາວ​ທຽມ​ສຳຫຼວດ​ໂລກໜ່ວຍຫຼ້າ​ສຸດ​ຂອງ​ອົງ​ການ NASA ຊື່​ວ່າ “PACE,” ທີ່​ເປັນ​ຊື່​ຫຍໍ້​ຈາກ Plankton ຫຼືສິ່ງທີ່ມີຊີວິດຂະໜາດນ້ອຍໆໃນທະເລ, Aerosol ຫຼືແກັສທີ່ບັນຈຸໃນປ໋ອງສະເຟ, ເມກ, ລະ​ບົບ​ນິ​ເວດຂອງ​ມະ​ຫາ​ສະ​ໝຸດ ​ຂຶ້ນ​ໄປ​ເທິງ​ອະ​ວະ​ກາດ.

ພາ​ລະ​ກິດ​ຂອງ​ມັນ​ແມ່ນ​ເພື່ອ​ເບິ່ງ​ ອາ​ກາດ ແລະ ນ້ຳ​ ຂອງ​ໂລກ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ.

ທ່ານ ເຈີເຣີ​ມີ ເວີ​ແດ​ລ໌, ນັກ​ວິ​ທະ​ຍາ​ສາດ​ໂຄງ​ການ PACE ກ່າວ​ວ່າ “ພາ​ລະ​ກິດ PACE ຂອງ​ອົງ​ການ NASA ແມ່ນ​ການ​ລົງ​ທຶນ​ຕໍ່​ໄປ​ທີ່​ດີຫຼາຍ​ຂອງ NASA ໃນ​ການ​ສຶກ​ສາທະ​ເລ ແລະ ທ້ອງ​ຟ້າ​ຂອງ​ເຮົາຮ່ວມ​ກັນ.”

“ມັນ​ຖືກ​ອອກ​ແບບ​ມາເພື່ອ​ຄົ້ນ​ຫາ​ສິ່ງ​ນ້ອຍໆ​ອັນ​ນີ້ໂດ​ຍ​ສະ​ເພາະ, ເຊິ່ງ​ມັກ​ຈະ​ບໍ່​ສາ​ມາດ​ແນມ​ເຫັນໄດ້​ຢູ່​ໃນ​ໂລກ ​ທີ່​ລອຍ​ຢູ່​ໃນ​ບັນ​ຍາ​ກາດ​ດັ່ງ​ກັບ​ອາຍ​ແກັສໃນ​ຊັ້ນ​ບັນ​ຍາກ​າດ, ເຊິ່ງ​ເປັນ​ເມັດ​ນ້ອຍໆ​ເຊັ່ນ​ ເກ​ສອນດອກ​ໄມ້, ອາຍ​ນ້ຳ​ທະ​ເລ, ມົນ​ລະ​ພິດ ແລະ ຂີ້​ເຖົ່າຈາກ​ພູ​ໄຟ.”

ແລະ​ຢູ່​ໃນ​ມະ​ຫາ​ສະ​ໝຸດ, ເພື່ອ​ຕິດ​ຕາມ ຟາຍໂຕແພ​ລັງ​ຕັນ…

ເຊິ່ງ​ເປັນ​ພືດມີ​ຊີ​ວິດ​ຂະ​ໜາດ​ນ້ອຍໆ​ທີ່​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ເວົ້າ​ວ່າ ຜະ​ລິດ​ອັອກ​ຊີ​ເຈັນ ທີ່​ເຮົາ​ຫາຍ​ໃຈເຂົ້າ ​ປະ​ມານ 50 ເປີ​ເຊັນ.

ທ່ານ ເຈີ​ເຣີ​ມີ ເວີ​ແດ​ລ໌ ກ່າວ​ວ່າ “ດ້ວຍ PACE ພວກ​ເຮົາ​ສາ​ມາດ​ເຈາະ​ເລິກ​ເຂົ້າ​ໄປ​ໃນ​ກຸ່ມ​ຂ​ອງສິ່ງ​ທີ່​ມີ​ຊີ​ວິດ​ນັ້ນ, ກຸ່ມຟາຍໂຕແພ​ລັງ​ຕັນ​ ຫຍັງແດ່ຢູ່ໃນ​ຫັ້ນ​, ສິ່ງ​ທີ່​ເປັນ​ປະ​ໂຫຍດ​ທີ່​ແຕກ​ຕ່າງ​ກັນທຸກ​ຢ່າງ, ແລະ ວິ​ທີ​ທີ່​ມັນ​ປ່ຽນ​ແປງ​ໃນ​ອະ​ວະ​ກາດ ແລະ ເວ​ລາ, ແຕ່​ເຊັ່ນ​ດຽວ​ກັບ​ການ​ກະ​ຈາຍ​ຂອງ​ສິ່ງ​ທີ່​ເປັນ​ອັນ​ຕະ​ລາຍ​ດ້ວຍ.”

ການ​ສຳຫຼວດ​ຂອງ PACE ຈະ​ຊ່ວຍ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ສ້າງ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ ກ່ຽວ​ກັບ ຜົນ​ກະ​ທົບ​ຂອງ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ຢູ່​ເທິງ​ໂລກ ແລະ ນຳ​ພາ​ການ​ຕັດ​ສິນ​ໃຈ ກ່ຽວ​ກັບນະ​ໂຍ​ບາຍ​ເພື່ອ​ຊ່ວຍ​ຫຼຸດ​ຜ່ອນ​ຜົນ​ກ​ະ​ທົບ​ໃນ​ແງ່​ລົບ​ຂອງ​ມັນ.

PACE ຍັງ​ຖືກ​ຄາດ​ວ່າ ​ຈະ​ຊ່ວຍ​ເລັ່ງ​ການ​ພັດ​ທະ​ນາ​ເທັກ​ໂນ​ໂລ​ຈີ​ໃໝ່​ຕ່າງໆ.

ທ່ານ ເຈີ​ເຣີ​ມີ ເວີ​ແດ​ລ໌ ກ່າວ​ວ່າ “ອຸ​ປະ​ກອນ​ທີ່ຕິດຕັ້ງຢູ່​ເທິງຍານ​ສຳຫຼວດ​ດັ່ງ​ກ່າວ​ ກໍ​ໃໝ່ຫຼາຍ ເຊິ່ງ​ມັນ​ຈະ​ມີ​ການ​ຄົ້ນ​ພົບ​ຢ່າງບໍ່​ມີ​ສິ້ນ​ສຸດ​ທີ່​ຈະ​ຖືກຮັບ​ຮູ້​. ຈຳ​ນວນ​ຂອງ​ມັນ, ແລະ ຄວາມ​ຫຼວງຫຼາຍ​ຂອງ​ຂໍ້​ມູນ​ກໍ​ອາດ​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ພາຍ​ໃນ​ວິ​ທະ​ຍາ​ສາດ​ຂອງ​ພວກ​ເຮົາ ​ເພື່ອ​ສ້າງ​ຄວາມ​ສົນ​ໃຈ​ໃໝ່​ ໃນ​ວິ​ທີ​ທີ່​ຂໍ້​ມູນ​ຖືກ​ຈັດ​ການ​ແນວ​ໃດ​ ໃນ​ຊຸ​ມ​ຊົນຂອງນັກ​ວິ​ທະ​ຍາ​ສາດ, ການ​ຮຽ​ນ​ຮູ້​ເຄື່ອງ​ຈັກ ແລະ ປັນ​ຍາ​ປະ​ດິດ.”

PACE ແມ່ນ​ຖືກ​ອອກ​ແບບ​ມາ​ເພື່ອ​ໃຫ້​ຢູ່​ໃນ​ອະ​ວະ​ກາດ​ເປັນ​ເວ​ລາ​ສາມ​ປີ, ແຕ່​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ​ຫວັງ​ວ່າ ​ມັນ​ອາດຈະ​ຢູ່​ໄດ້​ຢ່າງ​ໜ້ອຍ​ນຶ່ງ​ທົດ​ສະ​ວັດ ເພື່ອ​ຊ່ວຍ​ຕິດ​ຕາມ​ໂລກ​ຂອງ​ພວກ​ເຮົາ.

A SpaceX Falcon 9 rocket takes off from Florida’s Cape Canaveral…

… carrying NASA’s latest Earth-observing satellite called “PACE;” short for Plankton, Aerosol, Cloud, ocean Ecosystem.

Its mission is to take an unprecedented look at Earth’s air and water.

“The NASA PACE mission is NASA’s next great investment in the combined study of our sea and sky.”

“It's particularly designed to search for this microscopic, often invisible universe that manifests itself in the atmosphere as atmospheric aerosols, which are particles such as pollen, sea spray, pollution, volcanic ash.”

And in the ocean, to track phytoplankton...

...the tiny organisms that scientists say produce some 50% of the oxygen we breathe.

“With PACE we can get down into the community; what phytoplankton community is there, all the different beneficial ones, and how they're changing in space and time, but also distributions of the harmful ones as well.”

PACE observations will help scientists form a deeper understanding of the effects of climate change on the planet and guide policy decisions to help mitigate its negative impact.

PACE is also expected to help advance the development of new technologies.

“The instruments on board the observatory are so revolutionary that there is an infinite amount of discovery that's going to be realized.”

“The volume of it, and richness of the information content could also help within our science [[to]] create a renaissance in how data are managed in science communities, machine learning, artificial intelligence.”

PACE is designed to stay in space for three years, but scientists hope it could last at least a decade to help us monitor our home planet.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG