ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ພວກຫົວຮຸນແຮງ ທາລິບານ ໂຈມຕີ ຖານທັບອາກາດ ໃນ ປາກິສຖານ


ໜ່ວຍກູ້ໄພສຸກເສີນ ກຳລັງນຳເອົາຜູ້ຊາຍ ທີ່ໄດ້ຮັບບາດເຈັບຄົນນຶ່ງ ໄປໂຮງໝໍ ຫລັງຈາກການໂຈມຕີ ທີ່ຖານທັບອາກາດ ໃກ້ເມືອງ Peshawar ໃນປາກິສຖານ.
ໜ່ວຍກູ້ໄພສຸກເສີນ ກຳລັງນຳເອົາຜູ້ຊາຍ ທີ່ໄດ້ຮັບບາດເຈັບຄົນນຶ່ງ ໄປໂຮງໝໍ ຫລັງຈາກການໂຈມຕີ ທີ່ຖານທັບອາກາດ ໃກ້ເມືອງ Peshawar ໃນປາກິສຖານ.

ພວກຫົວ​ຮຸນ​ແຮງທາ​ລິ​ບານກຸ່ມ​ນຶ່ງໄດ້​ໂຈມ​ຕີຖານ​ທັບ​ອາກາດ
​ໃນພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ ຂອງປາ​ກິ​ສຖານ ​ໃນ​ຕອນ​ເຊົ້າ
​ວັນ​ສຸກ​ມື້​ນີ້ ​ເຮັດ​ໃຫ້​ຢ່າງ​ໜ້ອຍ 17 ຄົນ ​ເສຍ​ຊີວິດ ​ແລະ​ໄດ້​ຮັບ
​ບາດ​ເຈັບ​ອີກ​ຫລາຍ​ຄົນ.

​ໂຄສົກ​ກອງທັບ ນາຍ​ພົນ​ຕີ Asim Bajwa ກ່າວ​ວ່າ ໜ່ວຍ​
ປະຕິ​ບັດ​ງານຕອບ​ໂຕ້ທີ່​ວ່ອງ​ໄວຂອງກອງທັບໄດ້ຮັບມືກັບ
ພວກ​ໂຈມ​ຕີທີ່​ຖານ​ທັບ​ອາກາດ Badaber ​ໃກ້ໆກັບ​ເມືອງ
Peshawar ​ແລະ​ ໄດ້​ສັງຫານ​ ພວກຫົວຮຸນແຮງ 13 ຄົນ.
​ ທ່ານ​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ທະຫານ​ຄົນ​ນຶ່ງ ​ໄດ້ເສຍ​ຊີວິດໃນ
ການ​ຍິງຕໍ່ສູ້​ກັນ ​ໃນ​ຂະນະ​ທີ່ທະຫານ ​ອີກ 10 ຄົນ ​ໄດ້​ຮັບ
​ບາດ​ເຈັບ.

ນາຍ​ພົນ Bajwa ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ພາກັນ​ນຸ່ງ​ເຄື່ອງ​ແບບ​ ກຳລັງຮັກສາຄວາມ
ສະຫງົບ​ ​ແລະໄດ້​ເຂົ້າ​ໄປໃນ​ຖານ​ທັບດັ່ງກ່າວ ໂດຍແບ່ງ​ເປັນ​ສອງ​ກຸ່ມດ້ວຍກັນ.

ກຸ່ມ​ນຶ່ງ​ໄດ້​ໂຈມຕີ​ວັດ ບ່ອນ​ທີ່​ພ​ວກທະຫານຢູ່​ໃນ​ຄ້າຍ ພາກັນ​ສູດ​ມົນ​ ໃນ​ຕອນ​ເຊົ້າ ທ່ານ
​ກ່າວ​ເພີ້​ມອີກ​ວ່າ ການ​ໂຈມ​ຕີນີ້​ໄດ້​ເຮັດ​ໃຫ້ພວກ​ສູດ​ມົນ 16 ຄົນ​ເສຍ​ຊີວິດ.

ຜູ້ບັນຊາການທະຫານປາກິສຖານ ນາຍພົນ Raheel Sharif ໄດ້ເດີນທາງໄປ ຢ້ຽມຄ້າຍ
ດັ່ງກ່າວ ຫລັງຈາກການໂຈມຕີເປັນເວລາສາມຊົ່ວໂມງຍຸດຕິລົງບ່ອນ ທີ່ທ່ານໄດ້ພົບພໍ້ກັບ
ເຈົ້າໜ້າທີ່ຮັກສາຄວາມສະຫງົບ ທີ່ເຂົ້າຮ່ວມໃນການປະຕິບັດ ງານໂຈມຕີຕອບໂຕ້ຄືນ.

​ໂຄສົກ​ຄົນ​ນຶ່ງ​ຂອງກຸ່ມທາ​ລິ​ບານທ້າວ Mohammad Khurasani ກ່າວ​ວ່າ ພວກ​ວາງ​ລະ​ເບີດ​ສະຫຼະ​ຊີບຂອງຕົນ ເປັນຜູ້​ນຳພາ​ການ​ໂຈມ​ຕີ ​ຄ້າຍດັ່ງກ່າວນີ້ ໂດຍປິດລ້ອມ​ພວກທະ
ຫານ​ຫລາຍ​ສິບ​ຄົນ​ຢູ່​ທີ່​ນັ້ນ​ແລະ​ໄດ້​ສັງຫານ​ສ່ວນໃຫຍ່ຂອງພວກເຂົາ​ເຈົ້າ​. ການກ່າວ​ອ້າງ ຂອງກຸ່ມທາລິບານ ຍັງບໍ່​ສາມ​າດໄດ້ຮັບການຢືນຢັນຢ່າງ​ເປັນ​ອິດສະຫຼະເທື່ອ.

ທະຫານປາກິສຖານ ກຳລັງມຸ່ງໜ້າສູ່ຖານທັບອາກາດ ບ່ອນຖືກໂຈມຕີ
ທະຫານປາກິສຖານ ກຳລັງມຸ່ງໜ້າສູ່ຖານທັບອາກາດ ບ່ອນຖືກໂຈມຕີ

ຕໍ່​ມາໂຄສົກຂອງທາລິບານ ​ໄດ້ອີ​ແມລຮູບ​ພາ​ບວີ​ດີ​ໂອ ມາ​ໃຫ້ວີ​ໂອ​ເອ ທີ່ສະ​ແດງ​ໃຫ້​ເຫັນ​ຜູ້
​ຊາຍ 16 ຄົນ ກຳລັງພົບພໍ້ກັບຜູ້ກຳກັບ​ເຂົາ​ເຈົ້າ ໂດຍກ່າວ​ວ່າ ​ເຂົາ​ເຈົ້າ​ເປັນ ​ຜູ້​ວາງ​ລະ​ເບີດ
ສະຫຼະ​ຊີບ ທີ່​ໄດ້​ເຂົ້າ​ຮ່ວມ​ການໂຈມ​ຕີ​ຢູ່​ທີ່ຖານ​ທັບ​ອາກາດ.

ກຸ່ມທາ​ລິ​ບານ​ໃນປາ​ກິ​ສຖານ ​ໄດ້​ທຳການໂຈມຕີຢ່າງ​ນອງ​ເລື​ອດ​ ເພື່ອຈະນຳໃຊ້ລະ​ບົບສາ
ສະໜາອິສລາມ​ຂອງພວກເຂົາ ​ຢູ່ໃນ​ປະ​ເທ​ດດັ່ງກ່າວ ​ແລະ​ແກ້​ແຄ້ນຕໍ່​ການ​ໂຈມ​ຂອງພວກ
ທະຫານ ໃສ່​ທີ່​ໝັ້ນຂອງ​ເຂົາ​ເຈົ້າ ໃນເຂດຊົນເຜົ່າ ທາງພາກຕາ​ເວັນ​ຕົກ​ສຽງ​ເໜືອທີ່ມີຊາຍ
ແດນ​ຕິດ​ກັບອັຟການິສຖານ.

ຊາວ​ປາ​ກິ​ສຖານ ຫລາຍ​ສິບ​ພັນຄົນ ໄດ້​ເສຍ​ຊີວິດ​ ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ ໃນການກໍ່ກະ
ບົດດັ່ງກ່າວນີ້.

Pakistan Attack
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG