ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເກົາຫຼີໃຕ້ ລາຍງານ ການເສຍຊີວິດ ຍ້ອນ MERS ຕື່ມອີກ 3 ຄົນ


South Korea MERS
please wait
Embed

No media source currently available

0:00 0:00:52 0:00

ຈຳນວນຜູ້ເສຍຊີວິດ ຍ້ອນການລະບາດຂອງໂຣກລະບົບຫາຍ
ໃຈອັກເສບຮ້າຍແຮງຈາກພາກຕາເວັນອອກກາງ ຫລື MERS
ເພີ້ມຂຶ້ນເປັນ 23 ຄົນ ອີງຕາມເຈົ້າໜ້າທີ່ ນຶ່ງມື້ຫຼັງຈາກອົງການ
ສະຫະປະຊາຊາດ ກ່າວວ່າ ການຂາດຄວາມ ສາມາດພາໃຫ້ ເຊື້ອໄວຣັສດັ່ງກ່າວແຜ່ລະບາດ.

ນອກນັ້ນ ກະຊວງສາທາລະນະສຸກເກົາຫຼີໃຕ້ ຍັງກ່າວໃນວັນ
ພະຫັດມື້ນີ້ວ່າ ຕົນໃຫ້ການຢືນຢັນ ກ່ຽວກັບການຕິດເຊື້ອໄວ
ຣັສ MERS 3 ກໍລະນີໃໝ່ ເຮັດໃຫ້ຈຳນວນຜູ້ຕິດເຊື້ອທີ່ຮູ້ກັນ
ທັງໝົດເພີ້ມຂຶ້ນເປັນ 165 ຄົນ.

ເຈົ້າໜ້າທີ່ເກົາຫລີໃຕ້ຢືນຢັດວ່າ ​ເຊື້ອ​ໄວຣັສນີ້ໄດ້ລະບາດສຸດຂີດແລ້ວ ແລະສ່ວນໃຫຍ່ກໍ
ສາມາດ​ຄວບ​ຄຸມ​ໄວ້ໄດ້ຢູ່​ແຕ່ພາຍໃນ​ສະຖານ​ທີ່ການ​ແພດ​ຕ່າງໆ ແຕ່ແນວໃດກໍຕາມ ຍັງ
ສືບຕໍ່ມີຄວາມກັງວົນເພີ້ມຂຶ້ນ ກ່ຽວກັບອັນທີ່ເປັນການລະບາດທີ່ໃຫຍ່ທີ່ສຸດຂອງ MERS
ຢູ່ນອກພາກຕາເວັນອອກກາງ.

ອົງການ​ອະນາ​ໄມ​ໂລກ ກ່າວ​ໃນ​ວັນ​ພຸດ​ວານ​ນີ້ວ່າ ເຈົ້າໜ້າທີ່ເກົາຫລີໃຕ້ ບໍ່ໄດ້ເອົາມາດຕະ
ການພຽງພໍ ເພື່ອປ້ອງກັນບໍ່ໃຫ້ມີການແຜ່ລະບາດຂອງເຊື້ອພະຍາດຊຶ່ງ ໃນປັດຈຸບັນຍັງບໍ່
ມີຢາຊະນິດໃດ ສາມາດປິ່ນປົວໃຫ້ຫາຍດີໄດ້ ຫລືຢາວັກຊີນປ້ອງກັນເທື່ອ.

ສາເຫດສຳຄັນ ທີ່ທາງອົງການອະນາໄມໂລກ ໄດ້ຍົກຂຶ້ນມາອ້າງວ່າ ຊ່ອຍໃນການແຜ່ລະ ບາດນັ້ນ ກໍຄືບໍ່ໄດ້ມີການເຕືອນໃຫ້ລະມັດລະວັງ ກ່ຽວກັບເຊື້ອພະຍາດດັ່ງກ່າວໃນໝູ່ເຈົ້າ ໜ້າທີ່ການແພດແລະການເອົາມາດຕະການປ້ອງກັນທີ່ບໍ່ພຽງພໍເພື່ອຄວບຄຸມການລະບາດ ຢູ່ຕາມໂຮງໝໍຕ່າງໆ.

ນອກນັ້ນອົງການອະນາໄມໂລກຍັງໄດ້ຕິຕຽນການຕິດຕໍ່ສຳຜັດທີ່ໃກ້ຊິດແລະແກ່ຍາວກັບ
ພວກຄົນເຈັບ ທີ່ເປັນ MERS ຢູ່ໃນຫ້ອງສຸກເສີນ ທີ່ແອອັດ ແລະມີຫຼາຍຕຽງ ຂອງໂຮງໝໍ ແລະການປະຕິບັດໜ້າທີ່ໃນການໃຫ້ການປິ່ນປົວຢູ່ຕາມໂຮງໝໍ ຫລາຍໆແຫ່ງ.

XS
SM
MD
LG