ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ລາວ ເລັ່ງຈັດຕັ້ງ ຍົກລະດັບຝີມື ແຮງງານ ລາວ ໃຫ້ໄດ້ມາດຕະຖານ


ການຂາດແຄນແຮງງານທີ່ມີຝີມືກຳລັງເປັນບັນຫາ ແລະ ອຸປະ ສັກອັນສຳຄັນຕໍ່ການພັດທະນາ ອຸດສາຫະກຳການຜະລິດເສື້ອຜ້າສຳເລັດຮູບໃນ ລາວ
ການຂາດແຄນແຮງງານທີ່ມີຝີມືກຳລັງເປັນບັນຫາ ແລະ ອຸປະ ສັກອັນສຳຄັນຕໍ່ການພັດທະນາ ອຸດສາຫະກຳການຜະລິດເສື້ອຜ້າສຳເລັດຮູບໃນ ລາວ

ທາງການ ລາວ ເລັ່ງຈັດຕັ້ງປະຕິບັດໂຄງການຝຶກອົບຮົມເພື່ອການພັດທະນາ ແລະ ຍົກ ລະດັບຝີມືແຮງງານ ລາວ ໃຫ້ໄດ້ມາດຕະຖານ ແລະ ສາມາດເຂົ້າສູ່ລະບົບການຈ້າງງານ ຂອງ ອາຊຽນ ໃຫ້ໄດ້ຢ່າງແທ້ຈິງ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ຢືນຢັນວ່າ ຜົນສຳເລັດທີ່ສຳຄັນປະການໜຶ່ງທີ່ມີຂຶ້ນໃນໂອກາດການປະຊຸມລັດຖະ ມົນຕີແຮງງານ ອາຊຽນ ຄັ້ງທີ 24 ທີ່ນະຄອນຫຼວງວຽງຈັນ ເມື່ອບໍ່ນານມານີ້ ກໍຄືກອງປະ ຊຸມໄດ້ຮັບຮອງເອົາຖະແຫຼງການວຽງຈັນ ວ່າດ້ວຍການຫັນການຈ້າງງານນອກລະບົບໄປ ສູ່ການຈ້າງງານໃນລະບົບສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳໃນ ອາຊຽນ ຊຶ່ງກໍໄດ້ເປັນ ຜົນເຮັດໃຫ້ຈະຕ້ອງມີການເລັ່ງຈັດຕັ້ງປະຕິບັດໂຄງການຝຶກອົບຮົມເພື່ອການ ພັດທະນາ ແລະ ຍົກລະດັບຝີມືແຮງງານ ລາວ ໃຫ້ໄດ້ມາດຕະຖານ ອາຊຽນ ຢ່າງແທ້ຈິງ.

ທັງນີ້ໂດຍຕາມແຜນການພັດທະນາດ້ານແຮງງານໃນຊ່ວງປີ 2016-2020 ນັ້ນ ລັດຖະ ບານ ລາວ ໃຫ້ຄວາມສຳຄັນເປັນພິເສດໃນການພັດທະນາຫຼັກສູດເພື່ອສ້າງແຮງງານທີ່ມີ ຝີມືໃຫ້ໄດ້ຫຼາຍກວ່າ 658,000 ຄົນສຳລັບຕອບສະໜອງໃຫ້ແກ່ບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນ ລາວ ໃຫ້ໄດ້ຢ່າງພຽງພໍ ແລະ ສ້າງມາດຕະຖານຝີມືແຮງງານໃໝ່ໃຫ້ໄດ້ໃນ 25 ສາຂາອາຊີບ ດຳເນີນການທົດສອບ ແລະ ອອກໃບຢັ້ງຢືນມາດຕະຖານຝີມືແຮງງານ 27 ສາຂາອາຊິບໃຫ້ກັບແຮງງານ ລາວ 12,500 ຄົນເພື່ອໃຫ້ສາມາດໄປທຳງານໄດ້ໃນ ທຸກປະເທດໃນ ອາຊຽນ ດ້ວຍກັນ.

ແຕ່ຢ່າງໃດກໍຕາມ ການທີ່ ລາວ ຕ້ອງປະເຊີນກັບບັນຫາຂາດແຄນແຮງງານມີຝີມື ແລະ ບໍ່ສາມາດຕອບສະໜອງແຮງງານມີຝີມືໃຫ້ກັບບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ໄດ້ຢ່າງພຽງພໍນັ້ນ ກໍເຮັດໃຫ້ທາງການ ລາວ ຕ້ອງອະນຸຍາດໃຫ້ບັນດາບໍລິສັດຕ່າງຊາດ ຈ້າງແຮງງານມີຝີມືຈາກຕ່າງປະເທດໄດ້ຈຳນວນ ຫຼາຍໝື່ນຄົນ ແລະ ການທີ່ແຮງງານ ລາວ ສ່ວນຫຼາຍກໍໄດ້ພາກັນເດີນທາງໄປທຳງານຢູ່ໃນປະເທດ ໄທ ກໍຍັງເຮັດໃຫ້ເກີດບັນ ຫາຂາດແຄນແຮງງານຫຼາຍຂຶ້ນນັບມື້ອີກດ້ວຍ.

ຍິ່ງໄປກວ່ານັ້ນ ຍັງປະກົດວ່າມີແຮງງານຈາກ ຫວຽດນາມ ແລະ ຈີນ ເຂົ້າມາທຳງານຢ່າງ ບໍ່ຖືກຕ້ອງໃນ ລາວ ເພີ່ມຂຶ້ນນັບມື້ເຊັ່ນດຽວກັນ ຊຶ່ງກໍເຮັດໃຫ້ທາງການ ລາວ ຕ້ອງດຳເນີນ ການຂຶ້ນທະບຽນ ແລະ ອອກບັດອະນຸຍາດຊົ່ວຄາວໃຫ້ກັບບັນດາແຮງງານຕ່າງຊາດຫຼາຍ ກວ່າ 30,000 ຄົນນັບຕັ້ງແຕ່ວັນທີ 15 ທັນວາ 2015 ຜ່ານມາ ດັ່ງທີ່ທ່ານ ພົງໄຊສັກ ອິນ ຖາລາດ ຫົວໜ້າກົມຄຸ້ມຄອງແຮງງານຢືນຢັນວ່າ.

"ການມອບໝາຍຈາກລັດຖະບານແຫ່ງ ສປປ ລາວ ກໍເຫັນດີມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງປ້ອງກັນຄວາມສະຫງົບດຳເນີນການແກ້ໄຂ ບັນຫາຄົນຕ່າງປະເທດທີ່ເຄື່ອນໄຫວ ແບບບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ຕາມແຜນການສະບັບເລກທີ 62 ນຍ. ລົງວັນທີ 13 ພະຈິກ 2015 ວ່າ ດ້ວຍການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ແກ່ຊາວຕ່າງປະເທດ."

ແຕ່ຢ່າງໃດກໍຕາມ ທ່ານ ສົມພຽນ ໄຊຍະເດດ ຮອງປະທານສະມາຄົມອຸດສາຫະກຳຕັດ ຫຍິບ ລາວ ຍອມຮັບວ່າ ການຂາດແຄນແຮງງານທີ່ມີຝີມືກຳລັງເປັນບັນຫາ ແລະ ອຸປະ ສັກສຳຄັນຕໍ່ການພັດທະນາ ອຸດສາຫະກຳການຜະລິດເສື້ອຜ້າສຳເລັດຮູບໃນ ລາວ ຊຶ່ງຈະ ເຫັນໄດ້ຈາກຈຳນວນໂຮງງານຕັດຫຍິບທີ່ຫຼຸດຈາກ 110 ໂຮງງານໃນເດືອນກຸມພາ 2015 ລົງມາເປັນ 99 ໂຮງງານໃນປັດຈະບັນ.

ທັງນີ້ໂດຍຄາດໝາຍວ່າບັນດາໂຮງງານຕັດຫຍິບໃນ ລາວ ມີຄວາມຕ້ອງການແຮງງານທີ່ ມີຝີມືແຮງງານທີ່ມີຝີມືເກີນກວ່າ 60,000 ຄົນໃນໄລຍະນີ້ຈົນເຖິງປີ 2017 ແຕ່ໃນຄວາມ ເປັນຈິງ ກໍປະກົດວ່າຢູ່ໃນ ລາວ ມີແຮງງານທີ່ຕອບສະໜອງໄດ້ພຽງ 31,000 ກວ່າຄົນເທົ່າ ນັ້ນ ຊຶ່ງດ້ວຍສະພາບການດັ່ງກ່າວນີ້ກໍຍັງເຮັດໃຫ້ມູນຄ່າການສົ່ງອອກຜະລິດຕະພັນເສື້ອ ຜ້າ ສຳເລັດຮູບຂອງ ລາວ ຫຼຸດຈາກຫຼາຍກວ່າ 201 ລ້ານໂດລາໃນປີ 2013 ລົງມາເປັນ 186 ລ້ານໂດລາໃນປີ 2014 ແລະ ຍັງຫຼຸດລົງຕື່ມອີກໃນປີ 2015 ອີກດ້ວຍ.

ໂດຍໃນໄລຍະທີ່ຜ່ານມາ ບັນດາບໍລິສັດຕ່າງຊາດໄດ້ນຳເຂົ້າແຮງງານມີຝີມືຈາກຕ່າງປະ ເທດແລ້ວ 5 ໝື່ນກວ່າຄົນ ແລະ ຍັງຕ້ອງການທີ່ຈະນຳເຂົ້າມາເພີ່ມຂຶ້ນອີກ 5 ໝື່ນກວ່າຄົນ ໃນປີ 2016 ນີ້.

XS
SM
MD
LG