ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກຸ່ມທາລີບານ ອ້າງເອົາ ຄວາມຮັບຜິດຊອບ ການວາງ ລະເບີດສະຫຼະຊີບ


ຊາຍອັຟການິສຖານຄົນໜຶ່ງ ຮ້ອງໄຫ້ ໃນຂະນະທີ່ ລາວຊອກຫາຍາດຕິພີ່ນ້ອງຂອງລາວ ຢູ່ໃກ້ໆ ຄ້າຍ Integrity ທີ່ເປັນຖານທັບ ຂອງກຳລັງພິເສດ ສະຫະລັດ ຊຶ່ງຖືກໂຈມຕີ ໂດຍພວກຫົວຮຸນແຮງ ໃນນະຄອນຫຼວງ ກາບູລ, ວັນທີ 8 ສິງຫາ 2015.
ຊາຍອັຟການິສຖານຄົນໜຶ່ງ ຮ້ອງໄຫ້ ໃນຂະນະທີ່ ລາວຊອກຫາຍາດຕິພີ່ນ້ອງຂອງລາວ ຢູ່ໃກ້ໆ ຄ້າຍ Integrity ທີ່ເປັນຖານທັບ ຂອງກຳລັງພິເສດ ສະຫະລັດ ຊຶ່ງຖືກໂຈມຕີ ໂດຍພວກຫົວຮຸນແຮງ ໃນນະຄອນຫຼວງ ກາບູລ, ວັນທີ 8 ສິງຫາ 2015.

ກຸ່ມ​ທາ​ລີ​ບານ ອ້າງ​ເອົາ​ຄວາມ​ຮັບຜິ​ດຊອບ ສຳ​ຫລັບ ລົດ​
ລະ​ເບີດສະຫລະຊີບ ທີ່​ຮ້າຍ​ແຮງ​ເຖິງ​ແກ່​ຊີວິດ ອີກຄັ້ງ​ໜຶ່ງ
ໃນ​ອັຟກາ​ນິສຖານ ມື້​ນຶ່ງຫຼັງຈາກ​ທີ່ໄດ້ມີ​ການໂຈມ​ຕີ​ ກໍ່​ການ
​ຮ້າຍດ້ວຍ​ລະ​ເບີດຫຼາຍໆ​ບັ້ນ ທີ່​ໄດ້​ສັງຫານ ຫຼາຍກວ່າ 50
ຄົນ ໃນນະຄອນຫຼວງກາ​ບູລ ​ແລະ ບໍລິ​ເວນ​ໃກ້​ຄຽງ.

​ໃນ​ຄຳ​ຖະ​ແຫລ​ງສະບັບ​ໜຶ່ງ​ທີ່​ສົ່ງ​ໃຫ້ ວີ​ໂອ​ເອ ນັ້ນ ກຸ່ມ​ທາ​ລີ​ບານ
ກ່າວ​ວ່າ ຕົນ​ແມ່ນ​ຢູ່​ເບື້ອງຫຼັງ ລະ​ເບີດ​ທີ່​ແຕກ​ຂຶ້ນເມື່ອ​ວັນ​ເສົາ​
ວານ​ນີ້ ​ໃນ​ເມືອງ Khanabad ຂອງ​ແຂວງ Kunduz ຢູ່​ທາງ​
ພາກ​ເໜືອຂອງ​ປະ​ເທດ. ຕຳຫລວດ​ກ່າວ​ວ່າ ຄວາມ​ແຮງ​ຂອງ
​ລະ​ເບີດ ​ໄດ້​ສັງຫານ​ສະມາຊິກ ທະຫານ​ບ້ານ​ທີ່​ສະໜັບສະໜູນ
ລັດຖະບານ ຢ່າງ​ນ້ອຍ 22 ຄົນ.

ພົນລະ​ເມືອງ​ຢູ່​ນະຄອນຫຼວງອັຟກາ​ນິສຖານ ກຳລັງ​ຕື່ນ​ຕົກ​ໃຈ ​ແລະ ຢ້ານ​ກົວ ຫຼັງ​ການລະ
ເບີດຂຶ້ນ ຂອງ​ການ​ກໍ່​ການ​ຮ້າຍ ທີ່​ຮ້າຍ​ແຮງ​ທີ່​ສຸດ ນັບ​ຕັ້ງ​ແຕ່ ກຸ່ມ​ທາ​ລີ​ບານ ​ໄດ້​ຢັ້ງຢືນ​ວ່າ
ຕົນ​ແມ່ນ​ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ຜູ້ນຳ​ຄົນໃໝ່ ຫຼັງຈາກການ​ເສ​ຍຊີວິດ​ຂອງ​ ນາຍ Mullah Mohammad Omar ຜູ້​ກໍ່ຕັ້ງກຸ່ມ​ດັ່ງກ່າວ.

ກຸ່ມ​ທາ​ລີ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ສຳ​ຫລັບ ການ​ສົ່ງ​ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບ 3 ຄົນ ​ເຂົ້າ​ໄປໂຈມ​ຕີຄ້າຍ Integrity ຊຶ່ງເປັນຖານທັບ ຂອງກຳລັງພິເສດສະຫະລັດ ທີ່ຕັ້ງຢູ່
ໃກ້ໆສະໜາມບິນໃຫຍ່ ຢູ່​ໃນນະຄອນຫຼວງກາບູລ ເມື່ອ​ວັນ​ສຸກ​ທີ່ຜ່ານ​ມາ. ພົນລະ​ເຮືອນ
ສັນຍາ​ຈ້າງ​ໂດຍ​ທະຫານ ຈຳນວນ 8 ຄົນ ​ແລະ ທະຫານ​ສະຫະລັດອີກ​ຄົນ​ໜຶ່ງ ຖືກ​ສັງຫານ.

ຕຳຫຼວດອັຟການິສຖານຄົນໜຶ່ງ ຢືນຍາມ ສະຖານທີ່ ການໂຈມຕີສະຫລະຊີບ ຢູ່ທາງເຂົ້າໂຮງຮຽນຕຳຫຼວດ ໃນນະຄອນຫຼວງກາບູລ, ວັນທີ 7 ສິງຫາ 2015.
ຕຳຫຼວດອັຟການິສຖານຄົນໜຶ່ງ ຢືນຍາມ ສະຖານທີ່ ການໂຈມຕີສະຫລະຊີບ ຢູ່ທາງເຂົ້າໂຮງຮຽນຕຳຫຼວດ ໃນນະຄອນຫຼວງກາບູລ, ວັນທີ 7 ສິງຫາ 2015.

​ເມື່ອຕອນ​ເຊົ້າວັນ​ສຸກ​ທີ່​ຜ່ານ​ມາ ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບ​ທາ​ລີ​ບານ​ຄົນ​ນຶ່ງ ​ແຕ່ງ​ກາຍ​ດ້ວຍ​ເຄື່ອງແບບຕຳ​ຫລວດ ​ໄດ້​ລະ​ເບີດ​ໂຕເອງ ​ໃນ​ກຸ່ມ​ຝຸງ​ນັກຮຽນ​ນາຍຮ້ອຍ​ ຢູ່ທີ່​ໂຮງຮຽນ​ຕຳຫລວດ ​ໃນ​ນະຄອນຫຼວງກາ​ບູລ. ຢ່າ​ງນ້ອຍ 27 ຄົນ ຖືກ​ສັງຫານ ​ແລະ ຫຼາຍກວ່າ 25 ຄົນໄດ້​ຮັບ​ບາດ​ເຈັບ.

​ແຕ່ຍັງ​ບໍ່​ມີ​ຜູ້​ໃດ ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ ສຳ​ຫລັບ​ການ​ໂຈມ​ຕີ​ດ້ວຍ​ລົດ​
ລະ​ເບີດ​ສະຫລະ​ຊີບ ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ ຢູ່​ໃນ​ບໍລິ​ເວນເຂດ​ຊຸມ​ຊົນ ຂອງນະຄອນຫຼວງ
ກາ​ບູລ ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ 15 ຄົນ ​ແລະ 240 ຄົນ​ໄດ້​ຮັບ​ບາດ​ເ​ຈັບ ສ່ວນ​ໃຫຍ່​ແມ່ນ​
ເປັນ​ພົນລະ​ເຮືອນ.

ປະທານາທິບໍດີ ອັຟກາ​ນິສຖານ ທ່ານ Ashraf Ghani ກ່າວ​ວ່າ ຜູ້​ໃດ​ກໍ​ຕາມ ທີ່ຢູ່​ເບື້ອງຫຼັງ
ການ​ໂຈມ​ຕີ​ດ້ວຍ​ລົດ​ກະບະລະ​ເບີດນັ້ນ ​ແມ່ນ​ບໍ່​ໄດ້​ຮັບ​ຫຍັງ​ເລີຍ. ທ່ານ ​ເວົ້າວ່າ “ການ​
ສັງຫານ​ພົນລະ​ເຮືອນ​ເຫຼົ່ານັ້ນ ​ໂດຍ​ສະ​ເພາະ ພວກ​ແມ່ຍິງ ​ແລະ ​ເດັກນ້ອຍ ສະ​ແດງ
ໃຫ້​ເຫັນເຖິງ​ຄວາມສິ້ນຫວັງ ​ແລະ ການພາບແພ້​ພວກ​ສັດຕູ​ ຂອງ​ອັຟກາ​ນິສຖານ ​
ໂດຍ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ.”

ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່​ງຊາດ ສະຫະລັດ ທ່ານ​ນາງ Susan Rice ​ໄດ້​ໂອ້​ລົມ​ກັບທ່ານ
Ghani ທາງ​ໂທລະ​ສັບ ​ເມື່ອ​ວັນ​ເສົາ​ວາ​ນນີ້ ​ໃນ​ຂະນະດຽວ​ກັນນັ້ນ ຜູ້​ຊ່ວຍ​ວ່າການດ້ານ
ຄວາມ​ປອດ​ໄພ ​ພາຍ​ໃນ​ສະຫະລັດ ຂອງປະທານາທິບໍດີ ບາຣັກ ​ໂອບາ​ມາ ທ່ານ​ນາງ
Lisa Monaco ​ກໍໄດ້​ໂອ້​ລົມ​ກັບ ທີ່​ປຶກສາດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ອັຟກາ​ນິສຖານ
ທ່ານ Hanif Atmar.

ທັງ​ສອງ​ໄດ້​ສະ​ແດງ​ຄວາ​ມ​ເສຍ​ໃຈ​ຢ່າງ​ເລີກ​ເຊິ່ງ ຕໍ່​ບັນດາ​ຜູ້​ເຄາະ​ຮ້າຍ ທີ່​ທຳນຽບຂ່າວ ​
ເອີ້ນ​ວ່າ ​ເປັນການ​ໂຈມ​ຕີ​ ທີ່ “ຊົ່ວ​ຮ້າຍ” ​ ແລະ ​ໄດ້​ຢັ້ງຢືນ​ຕື່ມ​ອີກ ​ເຖິງຄວາມ​ໝັ້ນໝາຍ
ຂອງ​ສະຫະລັດ ຕໍ່​ລັດຖະບານ​ອັຟກາ​ນິສຖານ ໃນ​ຂະນະ​ທີ່​ກຳລັງ​ປະ​ເຊີນ​ໜ້າ​ກັບ​ພວກ
​ກໍ່​ການ​ຮ້າຍຢູ່ນີ້.

Afghanistan Bombing
please wait
Embed

No media source currently available

0:00 0:01:11 0:00

XS
SM
MD
LG