ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ພວກນັກຂ່າວຝຣັ່ງ ທີ່ຖືກປ່ອຍໂຕ ຢູ່ຊີເຣຍ ເດີນທາງກັບຄືນ ປະເທດແລ້ວ (ວີດີໂອ)


ນັກຂ່າວຝຣັ່ງ 4 ຄົນ ທີ່ຖືກປ່ອຍ ໄດ້ຮັບການຕ້ອນຮັບ ຈາກປະທານາທິບໍດີ Francois Hollande (ທີສາມຈາກຊ້າຍ), ວັນທີ 20 ເມສາ 2014.
ນັກຂ່າວຝຣັ່ງ 4 ຄົນ ທີ່ຖືກປ່ອຍ ໄດ້ຮັບການຕ້ອນຮັບ ຈາກປະທານາທິບໍດີ Francois Hollande (ທີສາມຈາກຊ້າຍ), ວັນທີ 20 ເມສາ 2014.
ນັກ​ຂ່າວ​ຝຣັ່ງ 4 ຄົນ ​ທີ່ຖືກລັກ​ພາ​ຕົວ ​ແລະ​ກັກ​ໄວ້ເປັນ
​ຕົວ​ປະກັນ ໃນ​ຊີ​ເຣຍ ເປັນ​ເວລາ 10 ​ເດືອນ​ນັ້ນ ​ໄດ້​ກັບ
​ຄືນ​ສູ່​ພູມລຳ​ເນົາແລ້ວ.

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ​ເປັນ
​ຜູ້ທຳ​ອິດ​ທີ່​ໄດ້​ໄປ​ຕ້ອນຮັບພວກ​ນັກ​ຂ່າວ​ເຫລົ່າ​ນັ້ນ ຢູ່ຄ້າຍ
​ທະຫານ​ແຫ່ງ​ນຶ່ງ ນອກ​ນະ​ຄອນຫຼວງ ປາ​ຣີ ພ້ອມ​ກັບຄອບຄົວແລະເພື່ອນ​ຮ່ວມ​ງານ ຂອງ​ເຂົາ​ເຈົ້າ.

ອົງການ​ຂ່າວ ​ໂດ​ກັນ ຂອງເທີ​ກີ ຫຼື DHA ກ່າວ​ວ່າ​ ທະຫານ​ເທີ​ກີ ​ໄດ້ພົບ​ເຫັນ​ພວກ
ນັກ​ຂ່າວ​ດັ່ງກ່າວ (ອັນ​ມີ Didier Francois, Edouard Elias, Nicolas Henin
ແລະ Pierre Torres) ຢູ່​ໃນ ເຂດ​ຊາຍ​ແດນຕິດ​ກັບ ຊີ​ເຣຍ ​ໃນ​ສະພາບ​ຖືກອັດຕາ ​ພ້ອມ​ກັບ​ຖື​ກມັດ​ມື ທັງ​ສອງ​ເບື້ອງ.

ພວກ​ເຂົາ​ເຈົ້າຖືກ​ຈັບ​ຕົວ​ໄປ​ ໃນສອງເຫດການຕ່າງ​ກັນ ​ໃນເດືອນ​ມິຖຸນາ ປີ​ກາຍນີ້
ໃນ​ຂະນະ​ທີ່ລາຍ​ງານ​ຂ່າວ​ການ​ຕໍ່ສູ້​ກັນ​ ຢູ່​ໃນຊີ​ເຣຍ. ກ່າວ​ກັນວ່າ ທັງ 4 ຄົນ ​ມີ
“​ສຸຂະພາບ​ດີເຖິງ​ແມ່ນ​ໄດ້​ຕົກຢູ່​ໃນ​ສະພາບການ​ ທີ່ທ້າ​ທາຍ​ຢ່າງຫລວງ
ຫລາຍ ​ເວລາ​ຖືກ​ກັກ​ຂັງ​ຢູ່​ນັ້ນ.”


ຄະນະ​ກຳມະການເພື່ອການ​ປົກ​ປ້ອງພວກ​ນັກ​ຂ່າວ ກ່າວ​ວ່າ ຊີ​ເຣຍ ​ເປັນ​ປະ​ເທດ
​ທີ່​ອັນຕະລາຍ​ທີ່​ສຸດໃນ​ໂລກ ສຳຫຼັບພວກນັກ​ຂ່າວ​.
francejournalist20april14
please wait

No media source currently available

0:00 0:00:46 0:00

Four French journalists taken hostage in Syria ten months ago are back in their homeland.

French President Francois Hollande was the first to greet them at a ((Villacoublay)) military base outside Paris, along with their families and colleagues.

Turkey's Dogan News Agency, or DHA, says Turkish soldiers found the men ((-- Didier Francois, Edouard Elias, Nicolas Henin and Pierre Torres --)) on the border with Syria blindfolded and with their hands bound.

They had been captured in two separate incidents last June while covering the conflict in Syria. The four journalists were said to be "in good health, despite the very challenging conditions of their captivity".

The Committee to Protect Journalists says Syria is the world's most dangerous country for journalists.

XS
SM
MD
LG