ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

HRW ຕິຕຽນ ກົດໝາຍ ໂຣກຈິດ ສະບັບໃໝ່ ຂອງຈີນ


ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ​ໄດ້​ອ້າງ​ກໍລະນີ​ການທຸບ​ຕີ​ຕ່າງໆ ບັງ​ຄັບ​ໃຫ້​ກິນ​ຢາ ​ແລະ​ການ​ປິ່ນປົວ​ທີ່​ໃຊ້​ໄຟຟ້າຊັອສ ​
ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ​ໄດ້​ອ້າງ​ກໍລະນີ​ການທຸບ​ຕີ​ຕ່າງໆ ບັງ​ຄັບ​ໃຫ້​ກິນ​ຢາ ​ແລະ​ການ​ປິ່ນປົວ​ທີ່​ໃຊ້​ໄຟຟ້າຊັອສ ​
ກຸ່ມ​ປົກ​ປ້ອງສິດທິ​ມະນຸດ ທີ່​ມີ​ສຳນັກງານ​ຢູ່ສະຫະລັດ ຕິຕຽນ​ກົດ
ໝາຍໂຣກ​ຈິດ ສະບັບ​ໃໝ່ ຂອງ​ຈີນ ​ໂດຍ​ກ່າວ​ວ່າ ມັນ​ຈະ​ບໍ່ເຮັດ​
ໃຫ້ລະບົບ​ການ​ກັກ​ຂັງດ້ວຍ​ຄວາມບໍ່ສະໝັກ​ໃຈ ຂອງ​ປະ​ເທດ​ດັ່ງ
ກ່າວ ສິ້ນສຸດ​ລົງ.

ຢູ່​ໃນ​ລາຍ​ງານ ​ທີ່​ເຜີຍ​ແຜ່​ໃນ​ວັນ​ສຸກ​ມື້​ນີ້ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ
Human Rights Watch ກ່າວ​ວ່າ ການ​ກັກ​ຂັງ​ຄົນ​ພິການທີ່​ເປັນ
ໂຣກ​ຈິດ ​ດ້ວຍ​ຄວາມ ບໍ່​ສະໝັກ​ໃຈນັ້ນ ​ແມ່ນ​ຍັງ​ໄກ​ຫຼາຍຈາກ​ຂໍ້​ກຳ
ນົດ​ຂອງ​ກົດໝາຍ ສົນທິສັນຍາ​ວ່າ ດ້ວຍ​ສິດທິ​ຂອງ​ຄົນ​ພິການ ທີ່​
ຈີນ​ໄດ້​ລົງມະຕິ​ຮັບຮອງ​ເອົາ​ໃນ​ປີ 2008.

ຜູ້ອຳນວຍການ​ຂອງ​ກຸ່ມ​ປົກ​ປ້ອງສິດທິ​ມະ​ນຸດ Human Rights Watch ທ່ານ​ນາງ Sophie Richardson ກ່າວ​ວ່າ ກົດໝາຍ​ໃໝ່ນີ້ ບໍ່​ໄດ້​ປິດ​ຊ່ອງ​ຫວ່າງທີ່​ອະນຸຍາດ​ໃຫ້ເຈົ້າໜ້າ​ທີ່ລັດຖະ
ບານ ​ແລະ​ຄອບຄົວ ກັກ​ຂັງຜູ້​ຄົນ​ຢູ່​ໃນ​ໂຮງໝໍ​ປົວ​ໂຣກ​ຈິດ ຂັດກັບຄວາມ​ປະສົງ​ຂອງ​ເຂົາ​ເຈົ້າ ​ແລະ​ປາສຈາກ​ໄດ້​ຮັບ​ຄວາມ​ຊ່ວຍ ​ເຫຼືອທາງ​ດ້ານ​ກົດໝາຍໃດໆ.

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ​ໄດ້​ອ້າງ​ກໍລະນີ​ການທຸບ​ຕີ​ຕ່າງໆ ບັງ​ຄັບ​ໃຫ້​ກິນ​ຢາ ​ແລະ​ການ​ປິ່ນປົວ​ທີ່​ໃຊ້​ໄຟ​ຟ້າຊັອສ ​ແລະ​ກ່າວ​ວ່າ ສະຖານ​ບັນ​ປິ່ນປົວ​ໂຣກ​ຈິດ ມັກ​ຈະ
ຖືກ​ນຳ​ໃຊ້ເພື່ອກັກ​ຂັງ ພວກ​ຄັດຄ້ານ​ທາງ ການ​ເມືອງ ພວກນັກ​ເຄື່ອນ​ໄຫວ ​ແລະ​ພວກ​ຍື່ນ​ໜັງສື​ຮ້ອງ​ຮຽນທັງຫລາຍ.

ກຸ່ມປົກ​ປ້ອງ​ສິດທິ​ມະ​ນຸດກຸ່ມ​ນີ້ ຮຽກຮ້ອງ​ໃຫ້​ປ່ອຍ​ພວກນັກ​ໂທດ​ການ​ເມືອງ​ໃນ​ທັນ​ທີ ຈາກ​ສະຖານ​ທີ່ຄຸມ​ຂັງເຫລົ່າ​ນັ້ນ.
XS
SM
MD
LG