ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພັກປະສົມຝ່າຍຄ້ານ ຊະນະ ການເລືອກຕັ້ງ ສະພາ ໃນຈໍເຈຍ (ສະໄລດ໌)


ນຶ່ງຂອງພວກ​ທີ່​ສະໜັບສະໜູນ ພັກ​ຝ່າຍ​ຄ້ານ ທີ່​ຖື​ທົງ​ຊາດ ສະຫຼອງ ​ໄຊຊະນະ ຂອງ​ພັກ ​ຄວາມຝັນຂອງ ຈໍ​ເຈຍ ຫຼື Georgian Dream ທີ່​ເມືອງຫລວງ Tbilisi.
ນຶ່ງຂອງພວກ​ທີ່​ສະໜັບສະໜູນ ພັກ​ຝ່າຍ​ຄ້ານ ທີ່​ຖື​ທົງ​ຊາດ ສະຫຼອງ ​ໄຊຊະນະ ຂອງ​ພັກ ​ຄວາມຝັນຂອງ ຈໍ​ເຈຍ ຫຼື Georgian Dream ທີ່​ເມືອງຫລວງ Tbilisi.
ປະທານາທິບໍດີຈໍເຈຍ ທ່ານ Mikhail Saakashvili ໄດ້ຍອມ
ຮັບເອົາ ຄວາມປລາໄຊສໍາລັບພັກຂອງທ່ານ ໃນການເລືອກຕັ້ງ
ສະພາແຫ່ງຊາດ ໃນັນຈັນວານນີ້ ອັນເປັນການມອບໄຊຊະນະ
ໃຫ້ແກ່ພັກປະສົມຝ່າຍຄ້ານ ທີ່ນໍາພາໂດຍເສດຖີພັນລ້ານ
ທ່ານ Bidzina Ivanishvili ນັ້ນ.

ທ່ານ Saakashvili ໄດ້ໃຫ້ຄໍາໝັ້ນສັນຍາ ໃນການຖະແຫລງ
ອອກທາງໂທລະພາບວ່າ ທ່ານຈະຊ່ວຍເຫລືອຝ່າຍຄ້ານ ໃນຂັ້ນ
ຕອນຂອງການປະກອບລັດຖະບານໃໝ່ນັ້ນ.

ບັນດາເຈົ້າໜ້າທີ່ໃນຄະນະກໍາມະການເລືອກຕັ້ງ ກ່າວໃນວັນ
ອັງຄານມື້ນີ້ວ່າ ພັກຝ່າຍຄ້ານ Georgia Dream ຫລືຄວາມຝັນ
ຂອງຈໍເຈຍ ຂອງທ່ານ Ivanishvili ມີຄະແນນນໍາໜ້າພັກຂະບວນ
ການສາມັກຄີຊາດ ຂອງຝ່າຍລັດຖະບານ 54 ຕໍ່ 41%.

ທັງສອງພັກຕ່າງກໍໄດ້ປະກາດວ່່າ ຕົນເປັນຝ່າຍຊະນະ ໃນຄືນວານນີ້ ໃນຂະນະທີ່ພວກ
ສະໜັບສະໜຸນຝ່າຍຄ້ານ ພາກັນສະຫລອງ ຢູ່ໃນນະຄອນຫລວງ Tbilisi.

ພາຍໃຕ້ລັດຖະທໍາມະນູນທີ່ດັດແກ້ໃໝ່ຂອງຈໍເຈຍນັ້ນ ນາຍົກລັດຖະມົນຕີ ຈະມີອໍານາດ
ຫລາຍຢ່າງ ທີ່ປັດຈຸບັນນີ້ປະທານາທິບໍດີເປັນຜູ້ກໍານັ້ນ. ສະພາຊຸດໃໝ່ ຈະປະກາດແຕ່ງຕັ້ງ
ນາຍົກລັດຖະມົນຕີຄົນໃໝ່ ຫລັງຈາກ ກໍາໜົດເວລາການດໍາລົງຕໍາແໜ່ງ ສະໄໝທີສອງ
ແລະສຸດທ້າຍຂອງ ປະທານາທິບໍດີ Saakashvili ສີ້ນສຸດລົງ ໃນປີໜ້າ.

XS
SM
MD
LG