ພັກລັດຖະບານຈໍເຈຍ ຍອມຮັບຄວາມປະລາໄຊ ໃນການເລືອກຕັ້ງສະພາ

1
ບັນດາຜູ້ສະໜັບສະໜຸນພັກປະສົມຝ່າຍຄ້ານ “ຄວາມຝັນຂອງຈໍເຈຍ” ພາກັນສະຫລອງ ດີໃຈນໍາຜົນການ ສໍາຫລວດ ຫາງສຽງພວກທີ່ອອກມາຈາກບ່ອນປ່ອນບັດ ໃນນະຄອນຫລວງ Tbilisi, ປະເທດຈໍເຈຍ, ຄືນວັນທີ 1 ຕຸລາ 2012.

2
ມະຫາເສດຖີພັນລ້ານ ແລະຫົວໜ້າຝ່າຍຄ້ານ ທ່ານ Bidzina Ivanishvili, ຊ້າຍ, ຮ່ວມສະຫລອງກັບ ບັນດາຜູ້ສະໜັບສະໜຸນ ຢູ່ຫ້ອງການຂອງທ່ານ ໃນນະຄອນຫລວງ Tbilisi, ຄືນວັນທີ 1 ຕຸລາ 2012.

3
ບັນດາຜູ້ສະໜັບສະໜຸນພັກປະສົມຝ່າຍຄ້ານ ພາກັນສະແດງຄວາມດີໃຈນໍາ ຜົນການສໍາຫລວດ ຫາງສຽງພວກ ທີ່ອອກມາຈາກບ່ອນປ່ອນບັດ ຢູ່ຈະຕຸລັດກາງເມືອງ ໃນນະຄອນຫລວງ Tbilisi, ປະເທດຈໍເຈຍ, ຄືນວັນທີ 1 ຕຸລາ 2012.

4
ຊາວຈໍເຈຍພາກັນໄປເລືອກຕັ້ງສະພາແຫ່ງຊາດ ຢູ່ບ່ອນປ່ອນບັດແຫ່ງນຶ່ງ ໃນນະຄອນຫລວງ Tbilisi, ວັນທີ 1 ຕຸລາ 2012.