ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ນັກຊ່ຽວຊານທາງການເງິນ ຢືນຢັນວ່າ ລັດຖະບານລາວ ຍັງມີຄວາມສາມາດ ຊຳລະໜີ້ສາທາລະນະໄດ້ໃນປິ 2024


ທາງຫຼວງ ເລກ 13 ໃຕ້ ກຳລັງໄດ້ຮັບການສ້ອມແປງ.
ທາງຫຼວງ ເລກ 13 ໃຕ້ ກຳລັງໄດ້ຮັບການສ້ອມແປງ.

ນັກຊ່ຽວໍານທາງການເງິນ ຢືນຢັນວ່າ ລັດຖະບານລາວ ຍັງມີຄວາມສາມາດໃນການຊຳລະໜີ້ສາທາລະນະໃນປິ 2024 ດ້ວຍລາຍຮັບຈາກການສົ່ງອອກໄຟຟ້າ ແລະແຮ່ທາດ ລວມເຖິງການຂໍເລື່ອນການຊຳລະໜີ້ໃຫ້ຈີນ.

ນັກໍຊ່ຽວຊານດ້ານການເງິນການທະນາຄານໃນອາຊຽນ ເປີດເຜີຍວ່າ ລັດຖະບານລາວ ມີພັນທະຈະຕ້ອງຊຳລະໜີ້ຕ່າງປະເທດໃນປີ 2024 ຄິດເປັນມູນຄ່າລວມ 1,500 ລ້ານໂດລາ ໂດຍເຊື່ອໝັ້ນວ່າ ລັດຖະບານລາວ ຍັງມີຄວາມສາມາດທີ່ຈະຊຳລະຄືນໄດ້ຢ່າງຄົບຖ້ວນ ດ້ວຍລາຍຮັບຈາກຄ່າສຳປະທານການຂຸດຄົ້ນແຮ່ທາດ ແລະການສົ່ງອອກໄຟຟ້າ ລວມເຖິງລາຍຮັບຈາກຄ່າບໍລິການດ້ານການບິນລະຫຫວ່າງປະເທດ ທັງຍັງສາມາດຈະນຳໃຊ້ການພົວພັນອັນ ເພື່ອຂໍເລື່ອນການຊຳລະໜີ້ຄືນໃຫ້ກັບລັດຖະບານຈີນ ໄດ້ດ້ວຍນັ້ນ ຈຶ່ງເຊື່ອວ່າ ລັດຖະບານລາວ ຈະສາມາດຜ່ານຜ່າບັນຫາໜີ້ຕ່າງປະເທດໄປໄດ້ໃນປີ 2024 ນີ້ ດັ່ງທີ່ນັກຊ່ຽວຊານ ໄດ້ຢືນຢັນວ່າ:

“ຂ້າພະເຈົ້າວ່າ ບັນຫາຂອງປະເທດລາວ ເຂົາອາດຈະລົງທຶນໄປຫຼາຍ ແລ້ວກະເມື່ອໜີ້ມັນເບິ່ງຄືຫຼາຍຫັ້ນ ມັນກະສ້າງຄວາມກັງວົນໃຫ້ກັບນັກລົງທຶນ ແຕ່ແທ້ໆ ຖ້າໄປເບິ່ງປີນີ້ໜິ ລາວຕ້ອງສົ່ງຄ່າຊຳລະໜີ້ນີ້ ປະມານ 1.5 ຕື້ໂດລາ ແຕ່ວ່າ ລາວເອງຫັ້ນ ກະມີລາຍໄດ້ຈາກສຳປະທານບໍ່ແຮ່ ມີໂຮງໄຟຟ້າເນາະ ແລ້ວກະມີເລື້ອງຄ່າສະໜາມບິນໃຫ້ເຊົ່ານ່ານຟ້າ ກະມີເງິນເຂົ້າມາ ປະມານ 500 ຫາ 600 ລ້ານໂດລາ ແລ້ວກະຍັງມີເງິນທີ່ຈະມາຈາກໂຄງການຕ່າງໆຂອງລາວ ໄດ້ມາອີກ 500 ຫາ 600 ລ້ານໂດລາ ແລ້ວກະບາງໜີ້ຫັ້ນ ຖ້າເປັນໜີ້ໄລຍະຍາວຫັ້ນ ຂ້າພະເຈົ້າຄິດວ່າ ເຂົາສາມາດລົມກັບຈີນ ມີການເລື່ອການຊຳລະໜີ້ອອກໄປ.”

ທັງນີ້ ໂດຍຄາດໝາຍວ່າ ໜີ້ສາທາລະນະຂອງລັດຖະບານລາວ ຈະເພີ້ມຂຶ້ນເປັນເກີນກວ່າ 129 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນປີ 2024 ໂດຍມີສາເຫດສຳຄັນມາຈາກການກູ້ຢືມເງິນຈາກຕ່າງປະເທດ ເພື່ອນຳໃຊ້ໃນການພັດທະນາພື້ນຖານໂຄງລ່າງ ທີ່ກວມເອົາເກີນກວ່າ 60 ເປີເຊັນຂອງໜີ້ທັງໝົດອັນເຮັດໃຫ້ລັດຖະບານລາວ ມີພັນທະທີ່ຈະຕ້ອງຊຳລະຄືນໜີ້ເງິນກູ້ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນໜີ້ທີ່ກູ້ຢືມຈາກລັດຖະບານຈີນນັ້ນ ມີມູນຄ່າລວມຫຼາຍກວ່າ 9,800 ລ້ານໂດລາ ຫຼື ເກີນກວ່າ 50 ເປີເຊັນຂອງໜີ້ຕ່າງປະເທດທັງໝົດຂອງລາວ ໃນປັດຈຸບັນນີ້ ແຕ່ດ້ຍຍການທີ່ລາວ ກັບຈີນ ມີຄວາມສຳພັນໃນຖານະຄູ່ຮ່ວມຊະຕາກຳໃນຍຸດທະສາດການພັດທະນາຮອບດ້ານນັ້ນ ຈຶ່ງເຊື່ອວ່າ ໜີ້ເງິນກູ້ຈາກຈີນ ດັ່ງກ່າວຈະບໍ່ສ້າງບັນຫາວິກິດການໃນດ້ານການເງິນໃຫ້ກັບ ລັດຖະບານລາວ ໃນໄລຍະຍາວ ເພາະລັດຖະບານຈີນສາມາດຈະໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ໄດ້ໃນທຸກດ້ານນັ້ນເອງ ດັ່ງທີ່ນັກຊ່ຽວຊານທາງເສດຖະກິດໃນອາຊຽນ ໄດ້ໃຫ້ການຢືນຢັນວ່າ:

“ບັນຫາທີ່ລະອຽດອ່ອນທີ່ສຸດຂອງລາວ ແມ່ນວິທີແກ້ໄຂໜີ້ສິນແນວໃດ ແຕ່ຂ້າພະເຈົ້າຄາດວ່າ ລາວມີທ່າທີທີ່ຈະເຈລະຈາຕໍ່ລອງໄດ້ ລາວເປັນຄູ່ຮ່ວມງານດ້ານເສດຖະກິດ ແລະການເມືອງ ກັບຝ່າຍຈີນ ສະນັ້ນແລ້ວ ຈີນກໍຈະສະໜັບສະໜູນລາວ ໃນກໍລະນີຂອງການຄ້າ ການລົງທຶນ ການທ່ອງທ່ຽວ ດ້ານໂລຈິສຕິກ ເຫຼົ່ານີ້ ກໍຈະເປັນອະນາຄົດຂອງລາວ ສະນັ້ນແລ້ວ ພຽງສິ່ງດຽວທີ່ລາວຈະຕ້ອງແກ້ໄຂໃຫ້ໄດ້ອັນທຳອິດແມ່ນສິ່ງທີ່ເອີ້ນວ່າ ກົດບັດໂດຍການເຈລະຈາຕໍ່ລອງຄືນໃໝ່ອັນທີ່ເອີ້ນວ່າໜີ້ສິນນັ້ນ.”

ທັງນີ້ ໂດຍໜີ້ສາທາລະນະຂອງລັດຖະບານລາວ ມີມູນຄ່າລວມກວ່າ 16,900 ລ້ານໂດລາໃນທ້າຍປີ 2023 ເພີ້ມຂຶ້ນເປັນຫຼາຍກວ່າ 17,800 ລ້ານໂດລາໃນໄຕມາດທີ 1 ຂອງປີ 2024 ແລະຄາດໝາຍວ່າ ຈະເພີ້ມຂຶ້ນເປັນຫຼາຍກວ່າ 18,550 ລ້ານໂດລາ ຫຼືເກີນກວ່າ 129 ເປີເຊັນຂອງ GDP ໃນປທ້າຍປີ 2024 ນີ້ ເພາະວ່າ ລັດຖະບານລາວ ຈະຕ້ອງກູ້ຢືມເງິນຈາກຕ່າງປະເທດເພີ້ມຂຶ້ນອີກ ເພື່ອນຳມາໃຊ້ໃນໂຄງການພັດທະນາຕ່າງໆ ອັນເປັນຜົນຈາກການມີລາຍຮັບທີ່ເປັນເງິນຕາຕ່າງປະເທດບໍ່ພຽງພໍໍກັບກາສນຈ່າຍ ຍ້ອນການຂາດດຸນການຄ້າຕ່າງປະເທດເລື້ອຍມາ ທັງຍັງໄດ້ສົ່ງຜົນກະທົບເຮັດໃຫ້ຄ່າເງິນກີບຕົກຕ່ຳລົງອີກດ້ວຍ.

ໂດຍໜີ້ສາທາລະນະຂອງລັດຖະບານລາວ ທີ່ເພີ້ມຂຶ້ນດັ່ງກ່າວນີ້ ແບ່ງເປັນໜີ້ຕ່າງປະເທດ 86 ເປີເຊັນກັບໜີ້ພາຍໃນປະເທດ 14 ເປີເຊັນຂອງມູນຄ່າໜີ້ທັງໝົດ ຊຶ່ງນອກຈາກຈະມີສາເຫດມາຈາກການຕົກຕ່ຳລົງຂອງຄ່າເງິນກີບ ແລະການກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນແລ້ວ ກໍຍັງມີສາເຫດມາຈາກການໃຊ້ຈ່າຍງົບປະມານທີ່ບໍ່ໂປ່ງໃສ ແລະບໍ່ເປັນໄປຕາມແຜນການທີວາງໄວ້ອີກດ້ວຍ ໂດຍສະເພາະແມ່ນບັນດາໂຄງການພັດທະນາທີ່ລັດຖະບານລົງທຶນນັ້ນ ກໍຄືອີກພາກສ່ວນທີ່ເຮັດໃຫ້ໜີ້ສາທາລະນະເພີ້ມຂຶ້ນຢ່າງຫຼວງຫຼາຍ ແລະເງື່ອນໄຂທີ່ເຮັດໃຫ້ພະນັກງານພັກ-ລັດ ສາມາດປະຕິບັດໜ້າທີ່ຢ່າງບໍ່ໂປ່ງໃສຫຼືທຸຈະລິດໄດ້ນັ້ນ ກໍເພາະພາກສ່ວນທີ່ຮັບຜິດຊອບການກວດການັ້ນ ບໍ່ມີມາດຕະການລົງໂທດຢ່າງເດັດຂາດຕໍ່ພະນັກງານທີ່ທຸຈະລິດ ຈຶ່ງມີຄວາມຢ້ານກົວໃນການກະທຳຜິດ ແລະຍັງພາກັນທຸຈະລິດຕໍ່ໄປ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG