ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

G7 ເອົາຫຼາຍ​ບາດ​ກ້າວ​ເພື່ອ​ເຮັດ​ໃຫ້​ເຂດ​ຕາ​ເວັນ​ອອກ​ກາງ​ ມີ​ຄວາມ​ໝັ້ນ​ຄົງ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ ອີ​ຣ່ານ​ ຕໍ່ ອິ​ສ​ຣາ​ແອ​ລ


​ລະ​ບົບ​ປ້ອງ​ກັນ​ອາ​ກາດ Iron Dome ຂອງ ອິ​ສ​ຣາ​ແອ​ລ ຍິງ​ລູກ​ສອນ​ໄຟ​ເພື່ອ​ສະ​ກັດ​ລູກ​ສອນ​ໄຟ​ທີ່​ຖືກ​ຍິງ​ໂດຍ ອີ​ຣ່ານ, ພາກ​ກາງ​ຂອງ ອິ​ສ​ຣາ​ແອ​ລ, 14 ເມ​ສາ 2024.
​ລະ​ບົບ​ປ້ອງ​ກັນ​ອາ​ກາດ Iron Dome ຂອງ ອິ​ສ​ຣາ​ແອ​ລ ຍິງ​ລູກ​ສອນ​ໄຟ​ເພື່ອ​ສະ​ກັດ​ລູກ​ສອນ​ໄຟ​ທີ່​ຖືກ​ຍິງ​ໂດຍ ອີ​ຣ່ານ, ພາກ​ກາງ​ຂອງ ອິ​ສ​ຣາ​ແອ​ລ, 14 ເມ​ສາ 2024.

ກຸ່ມ​ຂອງ 7 ປະ​ເທດ​ທີ່​ມີ​ອຸດ​ສາ​ຫະ​ກຳ​ນຳ​ໜ້າ​ໝູ່ ຫຼື G7, ໄດ້​ພົ​ບ​ປະ​ກັນ​ໃນ​ວັນ​ອາ​ທິດ​ວານນີ້ ແລະ ໄດ້​ກ່າວ​ປະ​ນາມ​ ການ​ໂຈມ​ຕີ​ຂອງ ອີ​ຣ່ານ ໃສ່ ອິ​ສ​ຣາ​ແອ​ລ ເມື່ອ​ຄືນ​ທີ່​ຜ່ານ​ມາ “ຢ່າງ​ຈະ​ແຈ້ງ.”

ບັນ​ດາ​ຜູ້​ນຳຂອງກຸ່ມ​ນັ້ນ ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ຫຼັງ​ຈາກກອງ​ປະ​ຊຸມ​ທາງວິ​ດີ​ໂອ ທີ່​ຖືກ​ເຜີຍ​ແຜ່​ໂດຍ ອີ​ຕາ​ລີ ທີ່​ເປັນ​ປະ​ທານ​ກຸ່ມ G7 ວ່າ “ພວ​ກ​ເຮົາ​ຂໍ​ສະ​ແດງ​ຄວາມ​ສາ​ມັກ​ຄີ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ພວກ​ເຮົາ​ຢ່າງ​ເຕັມ​ທີ່ ​ສຳ​ລັບ ອິ​ສ​ຣາ​ແອ​ລ ແລະ ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ ແລະ ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເຮົາ​ອີກ​ຄັ້ງ​ນຶ່ງ ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ອິສຣາແອລ.”

ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ອີ​ຣ່ານ ໄດ້​ຍິງ​ຈະຫຼວດ 320 ລູກ​ໃສ່​ເຂົາ​ເຈົ້າ​ ໃນ “ການ​ໂຈມ​ຕີ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ,” ແຕ່​ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ​ຕົນ ພ້ອມ​ກັບ​ອຸ​ປະ​ກອນ​ຈາກ ສະ​ຫະ​ລັດ ແລະ ປະ​ເທດ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ອື່ນໆ​ ກໍໄດ້​ຍິງ​ມັນ​ຕົກ 99 ເປີ​ເຊັນ.

ຖະ​ແຫຼງ​ການ​ຂອງ​ G7 ໄດ້​ກ່າວ​ວ່າ “ດ້ວຍ​ການ​ກະ​ທຳ​ຂອງ​ພວກ​ເຂົາ, ອີ​ຣ່ານ ໄດ້​ກ້າວ​ໄປ​ໜ້າ​ເພີ່ມ​ເຕີມ​ເພື່ອ​ສ້າງ​ຄວາມບໍ່​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແລະ ສ່ຽງ​ຍຸ​ແຍ່​ໃຫ້ເກີດຄວາມ​ຮຸນ​ແຮງ​ໃນ​ພາກ​ພື້ນ​ຢ່າງບໍ່​ສາ​ມາດ​ຄວບ​ຄຸມ​ໄດ້. ສິ່ງນີ້​ຕ້ອງ​ຖືກຫຼີກ​ເວັ້ນ.”

ບັນ​ດາ​ຜູ້​ນຳ G7 ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ໂຈມ​ຕີ​ຂອງ ອີ​ຣ່ານ ໃສ່ ອິ​ສ​ຣາ​ແອ​ລ ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ທາງ​ວິ​ດີ​ໂອ ໃນ​ພາບນີ້​ທີ່​ໄດ້​ມາ​ຈາກ​ສື່​ສັງ​ຄົມ, ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ປະ​ເທດ ແບ​ລ​ຈຽ​ມ, 14 ເມ​ສາ 2024. (Charles Michel via X via Reuters)
ບັນ​ດາ​ຜູ້​ນຳ G7 ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ໂຈມ​ຕີ​ຂອງ ອີ​ຣ່ານ ໃສ່ ອິ​ສ​ຣາ​ແອ​ລ ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ທາງ​ວິ​ດີ​ໂອ ໃນ​ພາບນີ້​ທີ່​ໄດ້​ມາ​ຈາກ​ສື່​ສັງ​ຄົມ, ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ປະ​ເທດ ແບ​ລ​ຈຽ​ມ, 14 ເມ​ສາ 2024. (Charles Michel via X via Reuters)

ພັນ​ໂທ ປີ​ເຕີ ເລີ​ເນີ, ໂຄ​ສົກ​ກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ, ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ CNN ວ່າ “ເຂົາ​ເຈົ້າ​ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ໃນ​ການ​ໂຈມ​ຕີ​ຂອງ​ເຂົາ​ເຈົ້າ.”

ກອງ​ປະ​ຊຸມ​ຂອງ G7, ໃນ​ວັນ​ອາ​ທິ​ດ​ວານນີ້ ​ແມ່ນ​ຖືກ​ຮຽກ​ຈັດ​ໂດຍ ອີຕາ​ລີ, ເຊິ່ງ​ເປັນ​ປະ​ທານ​ວຽນ​ຂອງ​ກຸ່ມ​ດັ່ງ​ກ່າວ. ສະ​ມາ​ຊິກ​ຂອງ​ເຂົາ​ເຈົ້າ​ລວມ​ມີ ອັງ​ກິດ, ກາ​ນາ​ດາ, ຝ​ຣັ່ງ, ເຢຍ​ຣະ​ມັນ, ຍີ່​ປຸ່ນ ແລະ ສະ​ຫະ​ລັດ.

ທ່ານ ເລີ​ເນີ ໄດ້​ກ່າວ​ວ່າ ເຕຫະ​ຣ່ານ ໄດ້​ແນ​ເປົ້າ​ໃສ່​ຖານ​ທັບ​ແຫ່ງ​ນຶ່ງ​ທີ່ ອີ​ຣ່ານ ໄດ້​ກ່າວ​ວ່າ​ ຖືກ​ໃຊ້​ເພື່ອ​ເປີດ​ການ​ໂຈມ​ຕີ​ໃສ່​ສະ​ຖານ​ກົງ​ສຸນ ອີ​ຣ່ານ ໃນ​ນະ​ຄອນຫຼວງ ດາ​ມາ​ສ​ກັ​ສ ຂອງ ຊີ​ເຣຍ ເມື່ອ​ວັນ​ທີ 1 ເມ​ສາ​ທີ່​ຜ່ານ​ມາ ທີ່​ໄດ້​ເຮັດ​ໃຫ້​ນາຍ​ພົນ ອີ​ຣ່ານ 2 ຄົນ​ເສຍ​ຊີ​ວິດ. ທ່ານ​ໄດ້​ກ່າວ​ວ່າ ​ການ​ໂຈມ​ຕີ​ເມື່ອ​ຄືນ​ທີ່​ຜ່ານ​ມາ “ບໍ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍຫຼາຍ.”

ໂຄ​ສົກກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ ອີ​ຣ່ານ ໄດ້​ສົ່ງ​ໂດ​ຣນ​ຕິດລະ​ເບີດ 170 ລຳ​ໃສ່ ອິ​ສ​ຣາ​ແອ​ລ, ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 120 ລູກ ແລະ ລູກ​ສອນ​ໄຟ​ນຳ​ວິ​ຖີ 30 ລູກ, ໂດຍ​ສ່ວນຫຼາຍ​ແມ່ນ​ມາ​ຈາກ​ເຂດ​ແດນ​ຂອງ ອີ​ຣ່ານ ໂດຍ​ກົງ, ແນວ​ໃດ​ກໍ​ຕາມ​ ບາງ​ລູກ​ແມ່ນ​ຖືກ​ຍິງ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ທີ່​ເປັນ​ຕົວ​ແທນ​ຂອງ ອີ​ຣ່ານ ໃນ ອີ​ຣັກ ແລະ ເຢ​ເມນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG