ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ການອະພິປາຍ ເລື້ອງຊຸດອາບນ້ຳ ຢູ່ຝຣັ່ງ ຈະບໍ່ສິ້ນສຸດ ເຖິງແມ່ນສານ ຕັດສິນໄປແລ້ວ


ພວກປະທ້ວງ ຕໍ່ຕ້ານການຫ້າມ ບໍ່ໃຫ້ໃສ່ຊຸດອາບນ້ຳ ທີ່ປົກຄຸມໝົດໂຕ ຢູ່ນອກສະຖານທູດຝຣັງ ໃນລອນດອນ.
ພວກປະທ້ວງ ຕໍ່ຕ້ານການຫ້າມ ບໍ່ໃຫ້ໃສ່ຊຸດອາບນ້ຳ ທີ່ປົກຄຸມໝົດໂຕ ຢູ່ນອກສະຖານທູດຝຣັງ ໃນລອນດອນ.

ການ​ຕັດສິນໂດຍສານ​ປົກຄອງ​ສູງ​ສຸດ​ຂອງຝຣັ່ງ ທີ່ປະກາດ​ວ່າ ການ​ຫ້າມ​ບໍ່​ໃຫ້​ນຸ່ງ​ຊຸດ​ອາບ​ນ້ຳ​ທີ່​ປົກ​ຄຸມ​ໂຕ​ທັງ​ໝົດ​ນັ້ນຜິດ​ກົດ​ໝາຍ ອາດ​ຈະ​ເຮັດ​ໃຫ້​ຫົວ​ເມືອງຕ່າງ​ໆ​ຢຸດ​ເຊົາ​ໃນການ ​ຫ້າມ​ບໍ່​ໃຫ້​ໃສ່​ຊຸດ​ດັ່ງກ່າວ ແຕ່​ຈະ​ບໍ່​ຍຸຕິ​ການ​ຕໍ່ສູ້​ທີ່​ດຸ​ເດືອດລະຫວ່າງ​ພວກ​ທີ່​ບໍ່​ຝັກ​ໄຝ່​ໃນ​ສາ ສະໜາແລະ​ຊາວ​ມຸສລິ​ມຢູ່​ໃນ​ປະ​ເທດ​ຝຣັ່ງ ອີງ​ຄຳເວົ້າຂອງ​ພວກ​ນັກວິ​ເຄາະ.

ຜູ້​ພິພາກສາ 3 ທ່ານ​ຂອງ​ສະພາ​ປົກຄອງ ​ໃນ​ວັນ​ສຸກ​ວານ​ນີ້​ໄດ້​ຕັດສິນ​ວ່າ ການ​ຫ້າມ​ຂອງ​ເມືອງ Villeneuve-Loubet “​ແມ່ນ​ເປັນ​ການ​ເອົາ​ມາດ​ຕະການ​ທີ່​ຜິດກົດໝາຍ​ຢ່າງ​ຮ້າຍ​ແຮງ​ແລະ​ຈະ​ແຈ້ງ ​ເພື່ອ​ຍຸຕິ​ສິດເສລີພາບ ​ຂັ້ນພື້ນຖານ ​ເຊັ່ນ​ສິດ​ເສລີພາບ​ໃນ​ການ​ໄປມາ ສິດ​ເສລີພາບ​ແຫ່ງ​ຈິດ​ສຳນຶກ ​ແລະ​ສິດ​ເສລີພາບໃນ​ດ້ານສ່ວນ​ຕົວ.”

ການ​ຫ້າມ ​ໂດຍ​ພວກ​ເຈົ້າໜ້າ​ທີ່​ໃນ​ເມືອງ Villeneuve-Loubet ກ່າວ​ກັນ​ວ່າ ການ​ອະນຸ ຍາດ​ໃຫ້​ໃສ່​ຊຸດ​ອາບ​ນ້ຳ​ດັ່ງກ່າວ ​ແມ່ນ ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ເປັນ​ລະ ບຽບ​ຮຽບຮ້ອຍຂອງ​ສາທາລະນະ​ ຊຶ່ງ​ເປັນ​ການ​ກ່າວ​ອ້າງ​ທີ່​ສານ​ເວົ້າວ່າ ບໍ່​ໄດ້​
​ໃຫ້ການ​ສະໜັບ​ສະໜຸນ​ໂດຍທາງ​ຫຼັກຖານ.

ຫົວ​ເມືອງ​ແຄມ​ທະ​ເລ​ຂອງຝຣັ່ງປະມານ 30 ຫົວ​ເມືອງ ​ໄດ້ປະກາດ​ຫ້າມ​ບໍ່​ໃຫ້​ໃສ່​ຊຸດ​ອາບ​ນ້ຳດັ່ງກ່າວ ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ພວກ​ເຈົ້າໜ້າ​ທີ່​ຂັ້ນສູງ​ຈຳນວນ​ນຶ່ງ​ຢູ​ໃນ​ລັດຖະບານ​ແຫ່ງ​ຊາດ. ນາຍົກລັດຖະມົນຕີ Manuel Valls ກ່າວ​ວ່າ ຊຸດ​ອາບ​ນ້ຳ​ດັ່ງກ່າວ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ “ຂ້າ​ທາດ ຂອງ​ພວກ​ແມ່ຍິງ.”

ແມ່ຍິງມຸສລິມຄົນນຶ່ງ ທີ່ໃສ່ຊຸດອາບນ້ຳ ຄຸມໝົດຕົນຕົວ ພວມລອຍນ້ຳຢູ່
ແມ່ຍິງມຸສລິມຄົນນຶ່ງ ທີ່ໃສ່ຊຸດອາບນ້ຳ ຄຸມໝົດຕົນຕົວ ພວມລອຍນ້ຳຢູ່

ລັດຖະມົນຕີ​ກະຊວງ​ກິດຈະການ​ແມ່ຍິງ​ ຂອງຝຣັ່ງ ທ່ານນາງ Laurence Ros-signol ​ເອີ້ນຊຸດ​ອາບ​ນ້ຳນີ້ວ່າ “​ໂບຮານ​ທີ່​ສຸດ”. ໃນ​ການ​ໃຫ້​ສຳພາດ​ແກ່​ໜັງສືພິມ Le Parisien ​ເມື່ອ​ບໍ່​ດົນ​ມານີ້ ທ່ານ​ນາງ Rossignol ກ່າວ​ວ່າ ຊຸດ​ອາບ​ນ້ຳນີ້ ບໍ່​ແມ່ນ​ເຄື່ອງນຸ່ງ ​ທີ່​ອອກແບບ​ໃໝ່​ ແຕ່​ຢ່າງ​ໃດ​ເລີຍ. ມັນ​ເປັນ​ຊຸດ​ຜ້າຄຸມ​ປົກ​ໜ້າ ​ທີ່​ໃສ່​ອາບນ້ຳ ແລະ ​ກໍ​ມີ​ເຫດຜົນ​ແບບ​ດຽວ​ກັນນັ້ນກໍ​ຄືປິດ​ບັງ​ຮ່າງກາຍ​ຂອງ​ແມ່ຍິງ​ເພື່ອ​ວ່າ​ຈະຄວບ​ຄຸມ​ເຂົາ​ເຈົ້າ​ໄດ້​ດີ​ຂຶ້ນ.”

ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ໄດ້​ພາ​ໃຫ້​ເກີດ​ມີ​ຄວາມ​ໂກດແຄ້ນ ຄວາມ​ສົງ​ໄສ ​ແລະ​ພາ​ໃຫ້​ປະຊາຊົນ​ຊາວ​ຝຣັ່ງຕ້ອງການ​ທີ່​ຈະ​ຢືນຢັນ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ຝັກ​ໄຝ່​ໃນ​ສາສະ ໜາ​ຂອງ​ສັງຄົມເຂົາ​ເຈົ້າ.

ພວກ​ຊາວ​ມຸສລິ​ມ​ໃນ​ຝຣັ່ງຈົ່ມ​ທຸກ​ວ່າ ​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ຜູ້​ເຄາະ​ຮ້າຍ​ໃນ​ການ​ລົງ​ໂທດ​ລວມຍ້ອນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍທີ່​ພວກ​ເຂົາ​ເຈົ້າສ່ວນ​ໃຫຍ່ບໍ່​ໄດ້​ມີ​ສ່ວນ​ພົວ ພັນ​ນຳ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG