ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຣັດເຊຍ ໄວ້ທຸກ ​ໃຫ້​ແກ່ ເອກອັກຄະລັດຖະທູດ ປະຈຳ ເທີກີ ຜູ້ທີ່ຖືກລອບສັງຫານ

ພວງມາລາ ວາງຢູ່ໃກ້ຮູບພາບ ເທິງຫີບສົບ ຂອງເອກອັກຄະລັດຖະທູດ ຣັດເຊຍ ປະຈຳເທີກີ ທ່ານ Andrei Karlov ຜູ້ທີ່ຖືກລອບສັງຫານ ໃນລະຫວ່າງ ການພົບປະກັນ ຂອງລັດຖະມົນຕີ ການຕ່າງປະເທດ ຂອງຣັດເຊຍ ທ່ານ Sergei Lavrov ກັບຄູ່ຕຳແໜ່ງຂອງທ່ານ ຈາກເທີກີ ທ່ານ Mevlut Cavusoglu ໃນນະຄອນຫຼວງ ມົນກູ, ຣັດເຊຍ, ວັນທີ 20 ທັນວາ 2016.

ຣັດເຊຍ ໄດ້ໄວ້ທຸກ ​ໃຫ້​ແກ່ເອກອັກຄະລັດຖະທູດ ປະຈຳຢູ່ປະເທດເທີກີ ຜູ້ທີ່ຖືກຂ້າ ຕາຍນັ້ນ ຢູ່ໃນພິທີ ຊຶ່ງ​ຈັດ​ຂຶ້ນ​ໃນວັນພະຫັດມື້ນີ້ ທີ່ກະຊວງການຕ່າງປະເທດ ໃນ ນະຄອນຫຼວງມົສກູ.

ຕຳຫຼວດ ທີ່​ບໍ່​ໄດ້​ຢູ່​ໃນ​ໜ້າ​ທີ່​ຄົນ​ນຶ່ງ ​ໄດ້​ຍິງ​ສັງຫານ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ
ທ່ານ Andrei Karlov ​ໃນ​ວັນ​ຈັນ​ຜ່ານ​ມາຢູ່​ທີ່​ນະຄອນຫຼວງອັງກາຣາ. ຫີບສົບຂອງ
ທ່ານ Karlov ໄດ້ຫ້ອມລ້ອມໂດຍພວງມາລາ ແລະທະຫານກອງກຽດຕິຍົດ ໃນ ຂະນະທີ່ມີບັນດາສະມາຊິກ ​ໃນຄອບຄົວ ນັ່ງແນມເບິ່ງຢູ່ ຈາກດ້ານຂ້າງ ແລະ ພວກ ຜູ້ຄົນໄດ້ພາກັນເຂົ້າ​ໄປ ສະ​ແດງ​ຄວາມ​ຄຳນັບ.

ໃນບັນດາແຂກຜູ້ມີກຽດທັງຫຼາຍ ທີ່​ໄປຮ່ວມໃນພິທີນັ້ນ ກໍມີ ປະທານາທິບໍດີ Vladimir Putin ນາຍົກລັດຖະມົນຕີ ທ່ານ Dmitry Medvedev ແລະ ລັດຖະມົນຕີ ການຕ່າງ ປະເທດ ທ່ານ Sergei Lavrov.

ປະທານາທິບໍດີ ຂອງເທີກີ ທ່ານ Recep Tayyip Erdogan ສະແດງທ່າທີ ໃນຂະນະທີ່ ທ່ານກ່າວຖະແຫລງ ໃນລະຫວ່າງ ການພິທີການເປີດ ອຸໂມງ ຂອງຢູເຣເຊຍ ໃນນະຄອນ Istanbul, ວັນທີ 20 ທັນວາ 2016.
ປະທານາທິບໍດີ ຂອງເທີກີ ທ່ານ Recep Tayyip Erdogan ສະແດງທ່າທີ ໃນຂະນະທີ່ ທ່ານກ່າວຖະແຫລງ ໃນລະຫວ່າງ ການພິທີການເປີດ ອຸໂມງ ຂອງຢູເຣເຊຍ ໃນນະຄອນ Istanbul, ວັນທີ 20 ທັນວາ 2016.

ປະທານາທິບໍດີເທີກີ ທ່ານ Tayyip Erdogan ກ່າວວ່າ ການສັງຫານດັ່ງກ່າວ ນີ້
ແມ່ນ “ບໍ່ສົງໄສໃດໆ​ເລີຍ” ເປັນການກະທຳ​ຂອງສະມາຊິກເຄືອຂ່າຍ ຂອງນັກ
ສອນສາສະໜາ ອິສລາມ ທ່ານ Fethullah Gulen.

ທ່ານ Erdogan ໄດ້ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນວັນພຸດວານນີ້ ໂດຍໃຊ້ ຄຳຫຍໍ້ ສຳລັບ ກຸ່ມຂອງ Fethullah Gulen ທີ່ Ankara ໃຊ້ເປັນຊື່ຫຍໍ້​ນັ້ນ ວ່າ “ບໍ່ຈຳເປັນຕ້ອງເຮັດໃຫ້ເປັນເລື້ອງລັບ ຈາກຄວາມເປັນຈິງ ທີ່ລາວເປັນສະມາຊິກ ຂອງກຸ່ມ FETO.”

ລັດຖະມົນຕີການຕ່າງປະເທດ ຂອງເທີກີ ທ່ານ Mevlut Cavusoglu ​ໄດ້​ກ່າວ​ຕໍ່​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໃນ​ລະຫວ່າງ ການ
​ໂອ້​ລົມ​ທາງ​ໂທລະສັບ​ ເມື່ອຕົ້ນສັບປະດານີ້ວ່າ ​ເທີ​ກີ​ເຊື່ອ​ວ່າ​ ມືສັງຫານ ​ແມ່ນ​ພົວ
ພັນ​ກັບ​ ນັກ​ສອນສາສະ​ໜາອິສລາມ ທ່ານ Fethullah Gulen ທີ່​ລີ້​ໄພ​ຢູ່​ໃນ
​ສະຫະລັດ ​ແລະ​ຖືກ​ຖິ້ມ ​ໂທ​ດ​ໃສ່ ​ໃນ​ການ​ກໍ່​ລັດຖະປະຫານ​ຢູ່​ເທີ​ກີ ​ໃນ​ເດືອນ
​ກໍລະກົດ​ປີ​ກາຍ​ນີ້.

ແຕ່ຢູ່ກອງປະຊຸມຖະແຫລງຂ່າວ ​ໃນວັນພຸດວານນີ້ ​ແມ່ນ​ເປັນເທື່ອທຳອິດ ທີ່ ປະທານາທິບໍດີ ເທີກີ ໄດ້ກ່າວອ້າງເຊັ່ນນັ້ນ ຢ່າງເປີດເຜີຍ.

ທ່ານ Gulen ໄດ້ປະນາມການໂຈມຕີ ເມື່ອຕົ້ນສັບປະດານີ້ ແລະ ສະຫະລັດ ໄດ້ ປະຕິເສດຕໍ່ອັນທີ່ຕົນ ເອີ້ນວ່າ “ເລື້ອງທີ່​ໜ້າ​ຢາກຫົວ​ທີ່​ສຸດ” ໃນການຕີລາຄາວ່າ ມັນໄດ້ກ່ຽວຂ້ອງ ຫຼື ​ໃຫ້ການສະໜັບສະໜູນການລອບສັງຫານ ຍ້ອນວ່າ ທ່ານ
Gulen ອາ​ໄສຢູ່ໃນສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Russia Ambassador
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG