ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

5 ຄົນ ເສຍຊີວິດ ຍ້ອນການໂຈມຕີ ຂອງເຮືອບິນ ບໍ່ມີຄົນຂັບ ຢູ່ປາກິສຖານ


ແຜນທີ່ປາກິສຖານ
ແຜນທີ່ປາກິສຖານ
ເຮືອບິນທີ່​ບໍ່​ມີ​ຄົນ​ຂັບ​ລຳ​ນຶ່ງ​ ທີ່​ສົງ​ໄສ​ວ່າ​ແມ່ນ​ຂອງ​ສະຫະລັດ ​
ໄດ້​ທຳ​ການ​ໂຈມ​ຕີໂຮງຮຽນສອນ​ສາສະໜາ​ແຫ່ງ​ນຶ່ງ​ຂອງ​ປາ
​ກິ​ສຖານ​ໃນ​ວັນ​ພະຫັດ​ມື້​ນີ້ ​ເຮັດ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ​ໄປ​ຢ່າງ
​ນ້ອຍ 5 ຄົນ​ ໃນແຂວງ Khyber Pakhtunkhwa ​ທາງພາກ
​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງປາ​ກິ​ສຖານ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ໃນ​ວັນ​ພະຫັດ​ມື້​ນີ້ ນັບ​ວ່າ​
ເປັນ​ການ​ໂຈມ​ຕີ​ຂອງ​ເຮືອ ບິນ​ບໍ່​ມີ​ຄົນ​ຂັບ​ຄັ້ງ​ທຳ​ອິດ​ໃສ່​ແຂວງ​
ດັ່ງກ່າວ. ສ່ວນການ​ໂຈມ​ຕີ​ອື່ນໆ​ນັ້ນ ​ໄດ້​ແນ​ເປົ້າ​ໝາຍ​ໃສ່ໃນ
ເຂດປົກຄອງ​ຕົນ​ເອງ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ທີ່ບ້ານ​ເມືອງ​ບໍ່​ມີ​ຂື່​ມີ​ແປ ບ່ອນ​ທີ່​ກຸ່ມ​ຕາ​ລີ​ບັນ​ທຳ​ການ​ເຄື່ອນ​ໄຫວ​ຢ່າງ​ແຂງ​ແຮງ​ຢູ່​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ປະຈຳ​ທ້ອງ​ຖິ່ນ ​ໄດ້​ຢັ້ງຢືນ​ຊື່​ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ 2 ຄົນ​ໃນ​ການ​ໂຈມ​ຕີ​ຄັ້ງ​ຫຼ້າ​ສຸດ​ນີ້​ວ່າ ​ເປັນ​ສະມາຊິກ​ຂອງເຄືອ​ຂ່າຍ Haqqani ທີ່​ມີ​ສ່ວນ​ພົວພັນ​ກັບກຸ່ມ​ຕາ​ລິ​ບັນນັ້ນ.

ນັບ​ວ່າ​ເປັນ​ການ​ໂຈມ​ຕີ​ຂອງ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຄັ້ງ​ທຳ​ອິດ ນັບ​ແຕ່​ວັນ​ທີ 1 ​ເດືອນ​ພະຈິກ​ນີ້​ເປັນ​ຕົ້ນ​ມາ ​ເວລາ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ລຳ​ນຶ່ງ ​ທີ່​ສົງ​ໄສ​ວ່າ​ແມ່ນ​ຂອງ​ສະຫະລັດ ​ໄດ້​ສັງຫານ​ນາຍ Hakimullah Mehsud ຫົວໜ້າ​ກຸ່ມ​ຕາລີ​ບັນ​ໃນປາ​ກິ​ສຖານໃນ​ເຂດ​ຊົນ​ເຜົ່າ Waziristan ​ເໜືອ ຊຶ່ງ​ປາ​ກິ​ສຖານ​ໄດ້​ປະນາມ​ການ​ໂຈມ​ຕີ​ດັ່ງກ່າວ​ນັ້ນ.

XS
SM
MD
LG