ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຈີນ ເປີດໃຊ້ ສູນກັກຂັງ ນອກກົດໝາຍ ແທນຄ້າຍສັບພະທຸກ


ຕໍາຫຼວດຢືນຍາມ ຢູ່ປະຕູທາງເຂົ້າ ສານສູງສຸດ ຂອງຈີນ
ຕໍາຫຼວດຢືນຍາມ ຢູ່ປະຕູທາງເຂົ້າ ສານສູງສຸດ ຂອງຈີນ
​ເປັນ​ເວລາຫຼາຍ​ເດືອນຜ່ານມາແລ້ວ ຫຼັງ​ຈາກ​ທີ່ທາງ​ການ​ຈີນ​
ໄດ້​ປະກາດໃຫ້ ລະ​ບົບສໍາ​ມະນາອັນ​ເນົ່າ​ເໝັນ ຜ່ານການ​ໃຊ້​
ແຮງ​ງານໜັກນັ້ນ​ ​ເປັນລະບົບ​ທີ່​ຜິດ​ກົດໝາຍ​. ມາ​ບັດ​ນີ້ ສື່​
ມວນ​ຊົນ​ຈີນ​ລາຍ​ງານ​ວ່າ ໃນບາງ​ເຂດ​ຂອງ​ປະ​ເທດ ພວກ​
ເຈົ້າໜ້າ​ທີ່ຈີນໄດ້ຈັດ​ຕັ້ງ​ລະບົບ​ໃໝ່​ຂຶ້ນ​ມາ​ແທນ​ທີ່ ຊຶ່ງ​ເປັນ​ລະ
ບົບ​ ກັກ​ຂັງນອກ​ກົດໝາຍ​ໃນ​ຮູບ​ແບບ​ໃໝ່ ບ່ອນ​ທີ່​ພວກ​ນັກ​
ໂທດ​ຈະ​ຖືກ​ກັກ​ຂັງຢ່າງ​ບໍ່​ມີ​ກໍາໜົດ ​ປາດ​ສະ​ຈາກ​ການ​ດໍາ​ເນີນ
ຄະດີ​ທາງ​ກົດໝາຍ​ໃດໆ. ຜູ້​ສື່​ຂ່າວ Rebecca Valli ລາຍ​
ງານ​ເລຶ່ອງນີ້​ຈາກ​ຮ່ອງ​ກົງ ຊຶ່ງ​ທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ.

ລິງໂດຍກົງ

ໜັງສືພິມ​ລາຍ​ວັນ Xinjingbao ທີ່​ກຸງ​ປັກ​ກິ່ງ ລາຍ​ງານ​ເມື່ອ​ວັນ​ພະຫັດ ອາທິດແລ້ວ​ນີ້​ວ່າ ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ໃນ​ແຂວງ​ເຫີ​ໜານ ທາງພາກ​ກາງຂອງ​ຈີນ ​ໄດ້ເປີດດໍາ​ເນີນ​ການ ສູນ​ກາງສຶກສາ​ລົງ​ໂທດຫຼາຍ​ແຫ່ງ​.

ຂ່າວ​ກ່ຽວ​ກັບ​ເລຶ່ອງດັ່ງກ່າວ​ນີ້ ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ຢ່າງ​ໃຫຍ່​ທາງ​ອິນເທີ​ເນັດ. ​ພວກ​ຊົມ​ໃຊ້​ອິນ​ເທີ​ເນັດ​ທັງຫຼາຍ​ເອີ້ນ​ສູນ​ເຫຼົ່າ​ນີ້​ວ່າ ຄ້າຍ​ສັບ​ພະທຸກ​ໃໝ່ ຊຶ່ງ​ໝາຍ​ເຖິງ​ລະບົບ​ການ​ກັກ​ຂັງ​ຕາມ​ອໍາ​ເພີ​ໃຈ ທີ່ພວກ​ຕໍາຫຼວດນໍາ​ໃຊ້ ​ເພື່ອ​ຈໍາ​ຄຸກ​ພວກ​ທີ່​ກະທໍາ​ຜິ​ດ​ເລັກໆ​ນ້ອຍໆ ພວກ​ຕິດ​ຢາ​ເສບ​ຕິດ ພ້ອມ​ທັງ​ພວກ​ທີ່ຮ້ອງ​ຮຽນ​ຕໍ່​ທາງ​ການນັ້ນ ​ເປັນ​ເວລາ​ດົນ​ເຖິງສີ່​ປີ ​ໂດຍ​ບໍ່​ມີ​ການ​ດໍາ​ເນີນ​ຄະດີ​ທາງ​ສານ​ໃດໆ.

ລັດຖະບານ​ຈີນໄດ້​ລົບ​ລ້າງພວກ​ຄ້າຍ​ສໍາ​ມະ​ນາ​ ເມື່ອ​ເດືອນ​ພະຈິກ​ປີຜ່ານ​ມາ ​ແຕ່​ນັບ​ແຕ່​ນັ້ນ​ມາ ບັນດາ​ກຸ່ມ​ສິດທິ ​ໄດ້​ເຕືອນ​ວ່າ ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ກໍາລັງ​ນໍາ​ໃຊ້​ຫຼາຍໆ​ວິທີການ​ທີ່​ແຕກ​ຕ່າງ​ໄປ​ ​ເພື່ອ​ຈໍາ​ຄຸກ​ຜູ້​ຄົນ ​ໂດຍ​ປາດ​ສະ​ຈາກ​ກາ​ນດໍາເນີນ​ການ​ທາງ​ກົດໝາຍ.

ໜັງສືພິມ Xinjingbao ລາຍ​ງານ​ອີກ​ວ່າ ຫຼາຍໆເມືອງ​ໃນ​ແຂວງ​ເຫ​ີໜານ ​ໄດ້​ແຍກ​ເງິນ​ກ້ອນ​ນຶ່ງແລະ​ພະນັກງານ​ໄວ້​ຕ່າງຫາກ ​ເພື່ອ​ຈັດ​ຕັ້ງ​ສູນ​ເຫຼົ່ານັ້ນ ຂຶ້ນມາ ຊຶ່ງ​ຖື​ວ່າ​ເປັນ​ວິທີ​ການ​ໃໝ່ເພື່ອ​ຈັດການ​ກັບ​ພວກ​ຮ້ອງ​ຮຽນ​ໃນ​ເລຶ່ອງທີ່​ຜິດ​ຈາກປົກກະຕິແລະ​ກັກ​ຂັງ​ເຂົາ​ເຈົ້າ​ໄວ້ ແບບ​ໃຫ້​ມີ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ.

ທະນາຍຄວາມ Li Fangping ທີ່​ເປັນ​ຜູ້​ສະ​ໜັບສະ​ໜຸນ​ແລະ​ສົ່ງ​ເສີມການ​ຕໍ່ຕ້ານລະບົບ ຄ້າຍສັບພະ​ທຸກ ມາ​ເປັນ​ເວລາ​ດົນ​ນານ ​ໃຫ້​ຄວາມ​ເຫັນ​ວ່າ

ທະນາຍ​ລີ ເວົ້າ​ວ່າ ມັນເ​ປັນ​ທີ່​ແຈ້ງ​ຂາວ​ວ່າ ພວກສູນ​ດັ່ງ​ກ່າວໄດ້​ຖືກ​ຈັດ​ຕັ້ງຂຶ້ນ​ມາແບບ​ ເປັນ​ສະຖາ​ບັນ ​ແລະ​ມັນ​ອາດ​ຊົ່ວ​ຮ້າຍ​ໄປ​ກວ່າຄ້າຍ​ສັບພະ​ທຸກ ບ່ອນ​ທີ່​ ​ຢ່າງ​ນ້ອຍ ພວກ​ຕໍາຫຼວດກໍປະຕິບັດ​ຕາມ​ລະບຽບ​ການ.

ທະນາຍ​ລີ​ເວົ້າ​ວ່າ ​ແຕ່​ຢູ່ສູນ​ດັດ​ສ້າງເຫຼົ່ານີ້ ພວກ​ເຈົ້າໜ້າ​ທີ່​ຈີນຈະ​ຈໍາ​ຄຸກ​ໃຜ ​ກໍ​ໄດ້​ ຕາມ​ອໍາ​ເພີ​ໃຈ.

ທະ​ນາຍ​ລີ ​ເວົ້າ​ອີກ​ວ່າ ຖ້າ​ຫາກ​ພວກ​ຖືກ​ກັກ​ຂັງ​ບໍ່​ໃຫ້​ຄວາມ​ຮ່ວມ​ມື ຫຼື​ປະຕິ​ເສດ​ບໍ່​ຍອມ ຮັບ​ວ່າ ຕົນ​ກະທໍາຜິດແລ້ວ ຕໍາຫຼວດ​ກໍສາມາດ​ທີ່​ຈະ​ກັກ​ຂັງ​ພວກ​ເຂົາ​ເຈົ້າ​ໄວ້ ​ຢ່າງ​ບໍ່​ມີ​ກໍານົດ​ໄດ້.

ລາຍ​ງານດັ່ງກ່າວ ທີ່​ອອກ​ມາ​ເມື່ອ​ວັນ​ພະຫັດອາທິດ​ແລ້ວ​ນີ້ ​ແມ່ນຖືກ​ກະ​ຕຸ້ນ​ຈາກ​ຂ່າວທີ່ ລົງ​ໃນ​ເວັບ​ໄຊ້ໂດຍ​ຄົນ​ທ້ອງ​ຖິ່ນຄົນ​ນຶ່ງ ຊື່​ ນາງ Yang Jinfen ຊຶ່ງ​ແມ່​ຂອງ​ລາວ​ທີ່​ເຖົ້າ ແກ່​ແລ້ວ​ນັ້ນ ​ໄດ້​ຖື​ກກັກ​ຂັງ​ຢູ່​ໃນ​ສູນແຫ່ງນຶ່ງ ຫຼັງ​ຈາກ​ແມ່​ຂອງ​ລາວ​ໄດ້​ໄປ​ຍັງປັກ​ກິ່ງ​ ເພື່ອ​ຮ້ອງ​ຮຽນ​ຢູ່​ຕໍ່ໜ້າ​ກະຊວງ​ຍຸຕິ​ທໍາ.

​ແມ່​ໄວ 70 ປີ ຂອງນາງ Yang ​ໄດ້​ພະຍາຍາມ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ລັດຖະບານກາງ ​ໃຫ້​ເອົາ​ບາດກ້າວ​ຕ້ານພວກ​ເຈົ້າໜ້າ​ທີ​່ທ້ອງ​ຖິ່ນ ພວກ​ທີ່​ລາວ​ເວົ້າ​ວ່າ ​ໄດ້​ເຮັດ​ໃຫ້​ລູກ ຊາຍຂອງ​ລາວ​ ​ອ້າຍ​ຂອງ​ນາງ​ຢັງ ກາຍເປັນ​ຄົນພິການ​ໄປ.

​ນາງ ຢັງ ບອກ​ວີ​ໂອ​ເອວ່າ ​ແມ່​ຂອງ​ລາວ ທີ່​ຊື່ Zhang Fengmei ​ຍັງ​ຖື​ກກັກ​ຂັງຢູ່ ເມື່ອ​ວັນ​ພະຫັດ​ຜ່ານ​ມາ​ນີ້ ​ແລະ​ນີ້​ເປັນ​ເທື່ອ​ທີ​ສອງ​ໃນ​ປີນີ້ ທີ່​ພວກ​ເຈົ້າໜ້າ​ທີ່​ໄດ້​ຄຸມ​ຂັງ​ແມ່​ຂອງ​ລາວ ​ໂດຍ​ບໍ່ໃຫ້ຄໍາ​ອະທິບາຍ​ຢ່າງເປັນ​ທາງ​ການແຕ່​ຢ່າງ​ໃດເລີຍ. ​ເທື່ອ​ທໍາ​ອິດ​ທີ່ແມ່​ຂອງ​ລາວຖືກ​ກັກ​ຂັງນັ້ນ ແມ່ນ​ເມື່ອ​ຕົ້ນ​ເດືອນ​ມັງກອນປີ​ນີ້ ເປັນ​ເວລາ 10 ມື້. ​ແຕ່​ເທື່ອ​ນີ້ ​ແມ່ຕູ້ Zhang Fengmei ​ໄດ້​ຖືກ​ກັກ​ຂັງ​ມາ​ໄດ້​ ສອງ​ອາທິດ​ກວ່າ​ແລ້ວ.

ນາງ​ຢັງ ​ເວົ້າ​ວ່າ ຫ້ອງ​ບ່ອນ​ທີ່​ເຂົາ​ກັກ​ຂັງ​ແມ່​ຂອງ​ລາວ​ໄວ້​ນັ້ນ ​ເປັນ​ຫ້ອງນ້ອຍໆ ແຄບໆ ບໍ່​ມີ​ຕຽງ ​ແລະແມ່ລາວກໍ​ເປັນ​ໂຣກ​ເບົາຫວານ ​ແຕ່​ທາງ​ສູນ​ກາງກໍ​ບໍ່​ໄດ້​ເອົາ​ຢຸກຢາ​ຫຍັງ​ໃຫ້​ກິນ.

ອ້າຍ​ຂອງ​ນາງ​ຢັງ ມີ​ກາ​ນ​ພົວພັນ​ກັບ​ກໍລະນີ​ຂັດ​ແຍ້​ງທາງ​ທຸລະ​ກິດ. ຫຼັງ​ຈາກສານ​ຕັດສິນ​
ໂຍນ​ຄວາມ​ຜິດ​ໃຫ້​ອ້າຍ​ລາວ ນາງ​ຢັງ ​ກໍ​ໄດ້ທໍາ​ການ​ປະ​ທ້ວງ ແລະໄດ້ຮ້ອງ​ຮຽນ​ໄປ​ຍັງ​ປັກ​ກິ່ງ.

Yang Jinde ອ້າຍ​ຂອງ​ນາງ​ຢັງ ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ ໃນ​ຖານະ​ເປັນສະມາຊິກ​ຂອງແກ໊ງອາຊະຍາກ​ອນກຸ່ມ​ນຶ່ງ ​ແລະ​ຖືກ​ຕັດສິນ​ຈໍາ​ຄຸກ 18 ປີ.

ນາງ ຢັງ ຈິນ​ເຟິ້ນ ​ເວົ້າ​ວ່າ ອ້າຍ​ຂອງ​ລາວ ຖືກ​ທໍ​ລະ​ມານ​ຢູ່​ໃນ​ຄຸກ ​ແລະ ບັດ​ນີ້​ກາຍ​ເປັນ​ຄົນ​ພິການ​ໄປ​ແລ້ວ ​ແລະນອນ​ຢູ່​ໃນ​ລັກສະນະ​ເປັນ​ຜັກ​ປາ ບໍ່​ຮູ້​ສຶກ​ໂຕຫຍັງ.

ນາງຢັງ ​ເວົ້າ​ວ່າ ​ເວລາ​ຄອບຄົວ​ຂອງ​ນາງ​ໄປ​ຢາມ​ອ້າຍ Yang Jinde ຢູ່​ຄຸກ​ເມື່ອ​ປີຜ່ານ ມາ ກໍ​ປະກົດ​ເຫັນ​ລາວ​ນອນເປັນເປ້ຍ​ລ່ອຍ​ໄປໝົດ​ທັງຮ່າງກາຍ​ ​ບໍ່​ມືນຕາ ​ເວົ້າ​ບໍ່​ໄດ້ແລະ
​ກໍ​ບໍ່​ປາກ​ບໍ່​ຕີງ ບໍ່​ຮູ້​ເລື່ອງ​ຫຍັງ​ເລີຍ.

ສ່ວນ​ແມ່ຕູ້​ Zhang Fengmei ແມ່​ຂອງ​ນາງ ທີ່​ປັດຈຸບັນ​ນີ້​ຖືກ​ກັກ​ຂັງ​ຢູ່​ໃນ​ສູນລົງ​ໂທດ ​ໄດ້​ເດີນທາງ​ໄປ​ປັກ​ກິ່ງ ​ເພື່ອ​ຮ້ອງ​ຮຽນໃຫ້​ເຈົ້າ​ໜ້າ​ທີ່ລັດຖະບານ​ກາງ ທໍາ​ການສືບສວນ​ສອບກ່ຽວ​ກັບການ​ທໍລະມານລູກ​ຊາຍ​ຂອງ​ລາວ. ນອກ​ນີ້​ ຄອບຄົວນາງ​ຢັງ ​ຍັງ​ພະຍາ
ຍາມ ຮ້ອງຂໍ​ຄວາມ​ຊ່ວຍ​ເຫຼືອ​ດ້ານການ​ຮັກສາ​ປິ່ນປົວ​ໃຫ້​ແກ່ ​ນາຍ Yang Jinde ​ທີ່​ເຂົາ​ເຈົ້າ​ເວົ້າວ່າ ບໍ່​ໄດ້​ຮັບ​ການ​ປິ່ນປົວ​ໃດໆ ຢູ່​ໃນ​ຄຸກ​ນັ້ນ.

​ເວລາ​ນີ້ ພວກ​ເຈົ້າໜ້າ​ທີ່​ກໍ​ຍັງ​ບໍ່​ໄດ້​ແຈ້ງ​ ໃຫ້​ນາງຢັງ​ຊາບເທື່ອ​ວ່າ ​ແມ່​ຂອງ​ລາວ​ມີ​ຄວາມ​ຜິດ ​ໃນ​ຂໍ້​ຫາ​ອັນ​ໃດ ​ແລະ​ກໍ​ບໍ່​ໄດ້ບອກວ່າ ​ເມື່ອ​ໃດ​ແມ່​ຂອງ​ລາວ ຈະ​ຖືກ​ປ່ອຍ​ຕົວ.
XS
SM
MD
LG