ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຈີນ ​ເປີດ​ສາກ​ ທໍາ​ການສືບສວນ ຄະດີສໍ້ລາດບັງຫຼວງ ຂອງເຈົ້າໜ້າທີ່ລັດຖະບານ


ທ່ານ Jiang Jiemin ອະດີດປະທານ ບໍລິສັດນໍ້າມັນຍັກໃຫຍ່ PetroChina ຂອງຈີນ. (ພາບຖ່າຍເມື່ອປີ 2008 REUTERS/Garrige Ho (CHINA) - RTR1YI35
ທ່ານ Jiang Jiemin ອະດີດປະທານ ບໍລິສັດນໍ້າມັນຍັກໃຫຍ່ PetroChina ຂອງຈີນ. (ພາບຖ່າຍເມື່ອປີ 2008 REUTERS/Garrige Ho (CHINA) - RTR1YI35
ຈີນກ່າວວ່າ ຕົນໄດ້​ເປີດ​ສາກ​ທໍາ​ການສືບສວນສອບສວນ
ເຈົ້າໜ້າທີ່ຄົນ​ນຶ່ງ ຊຶ່ງເປັນຜູ້ອໍານວຍ ການຂອງຄະນະກໍາ
ມາທິການ ທີ່ກໍາກັບດູແລບໍລິສັດທັງຫຼາຍທີ່ລັດຖະບານຈີນ
ເປັນເຈົ້າຂອງນັ້ນ ​ໃນ​ອັນ​ທີ່ເປັນຄະດີສໍ້ລາດບັງຫຼວງທີ່ໃຫຍ່
ສຸດຄະດີນຶ່ງ.

ຖະແຫຼງການສະບັບນຶ່ງຂອງລັດຖະບານກ່າວວ່າ ທ່ານ Jiang
Jiemin ຜູ້ອໍານວຍການຄະນະ​ກໍາມາ​ທິການ ດູ​ແລແລະບໍລິ
ຫານຊັບສິນ ຂອງລັດຖະບານ ໄດ້ຖືກສົງໄສວ່າ ​ໄດ້​ກະທໍາ
ໃນອັນທີ່ເອີ້ນວ່າ “ການລະ​ເມີດລະບຽບວິ​ໄນ​ຢ່າງ​ຮ້າ​ຍ​ແຮງ”
ອັນ​ເປັນຖ້ອຍ​ຄໍາ​ຄຸມ​ເຄືອ ​ທີ່​ໂດຍ​ທົ່ວ​ໄປ​ແລ້ວ ​ ​ລັດຖະບານ​ມັກ​
ຈະ​ໃຊ້​ ໝາຍ​ເຖິງການ​ກ່າວ​ຫາ ​ເລື້ອງ​ການສໍ້ລາດບັງຫຼວງ.

ທ່ານ Jiang ກ່ອນ​ໜ້າ​ນີ້​ ​ໄດ້​ດໍາ​ລົງ​ຕໍາ​ແໜ່​ງ ​ເປັນ​ຫົວໜ້າ​ຂອງ​ບໍລິສັດ​ ນໍ້າມັນ​ແຫ່ງ​ຊາດ​ຈີນ
ອັນ​ເປັນ​ບໍລິສັດພະລັງງານ​ນໍ້າມັນ​ຍັກ​ໃຫຍ່​ຂອງປະເທດ.

​ໃນ​ອາທິດ​ແລ້ວ​ນີ້ ໄດ້​ມີການ​ປະກາດ​ຂ່າວ ​ການ​ສືບສວນສອບ​ສວນ​ຄ້າຍ​ຄື​ກັນ​ນີ້ ຕໍ່​ຜູ້​ບໍລິຫານ
ຂອງ​ບໍລິສັດດັ່ງກ່າ​ວ ອີກ 4 ຄົນ​.

ຄະດີການ​ສືບສວນສອບ​ສວນດັ່ງກ່າວ​ນີ້ ມີ​ຂຶ້ນ​ທ່າມກາງ ການ​ປຸກລະດົມ​ຕໍ່ຕ້ານການ​ສໍ້ລາດ
ບັງຫຼວງ​ ໂດຍ​ປະທານ​ປະ​ເທດ​ຈີນ ທ່ານ Xi Jinping.
XS
SM
MD
LG