ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ໄຟໄໝ້ລົດເມໃນຈີນ ເສຍຊີວິດ 48 ຄົນ (ວີດິໂອ)


ປະຊາຊົນເບິ່ງຄວັນໄຟ ທີ່ໄໝ້ລົດເມ ຢູ່ເມືອງ Xiamen ແຂວງ Fujian ຂອງຈີນ, ວັນທີ 7 ມິຖຸນາ 2013.
ປະຊາຊົນເບິ່ງຄວັນໄຟ ທີ່ໄໝ້ລົດເມ ຢູ່ເມືອງ Xiamen ແຂວງ Fujian ຂອງຈີນ, ວັນທີ 7 ມິຖຸນາ 2013.
ຕໍາຫຼວດຈີນ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າສາມາດຊີ້​ໂຕ​ບຸກຄົນຜູ້​ນຶ່ງທີ່​ຕ້ອງ​ສົງ​ໄສ​ວ່າເປັນ​ຜູ້ຈູດ​ລົດ​ເມຄັນ​ນຶ່ງ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 48 ຄົນ ​ແລະ​ບາດ​ເຈັບ​ອີກ 33 ຄົນ ​ໃນ​ເມືອງ Xiamen ​ໃນແຂວງ Fujian ທາງ​ພາກ​ຕາ ເວັນ​ອອກສຽງ​ໃຕ້​ຂອງ​ຈີນນັ້ນ.

ຕໍາຫຼວດບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ຜູ້​ຕ້ອງ​ສົງ​ໄສ​ດັ່ງກ່າວ ​ໃນ​ຄໍາປະ ກາດທາງ​ອິນ​ເທີ​ເນັດ​ເມື່ອ​ວັນເສົາ​ວານ​ນີ້ ​ແຕ່​ໂຄສົກ​ຂອງ​ລັດຖະບານ​ເມືອງ Xiamen ໄດ້ອອກ​ມາ​ກ່າວ​
ກ່ຽວ​ກັບ​ສິ່ງ​ທີ່ອາດ​ໄດ້ພາ​ໃຫ້ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ມີ​ຄວາມ​ສົງ​ໄສ.

Huang Wenhui ​ໂຄສົກ​ລັດຖະບານ​ເມືອງ Xiamen ​ເວົ້າ​ວ່າ:

“ການ​ສືບສວນ​ສອບ​ສວນ​ ໂດຍ​ຊ່ຽວຊານແລະ​ຕໍາຫຼວດພົບ​ເຫັນ​ວ່າ ຕີນລົດ ​ແລະ​ຖັງ​ນໍ້າມັນ​ຂອງ​ລົດ​ບັສ BRT ຄັນ​ນັ້ນ ບໍ່​ເສຍ​ຫາຍຫຍັງ ກ່ອນເກີດ​ໄຟ​ໄໝ້. ຄື​ໄຟລະ​ເບີດ​ຂຶ້ນຍ້ອນ​ນໍ້າມັນ​ແອັສຊັງ ​ແຕ່ວ່າ​ລົດເມ​ຄັນ​ດັ່ງກ່າວ​ແລ່ນ​ດ້ວຍ​ນໍ້າ ມັນ​ກາ​ຊ້ວນ. ການ​ສືບສວນ​ໃນ​ເບື້ອງ​ຕົ້ນ​ພົບ​ວ່າ​ອຸ​ບັດ​ເຫດ​ດັ່ງກ່າວເປັນ​ການກໍ່​ອາຊະຍາ​ກໍາ​ທີ່​ຮ້າຍ​ແຮງ​ທີ່​ສຸດ.”

ລົດເມ​ສາຍ​ດ່ວນຄັນ​ດັ່ງກ່າວ ​ໄດ້ລະ​ເບີດຂຶ້ນ​ເປັນ​ໄຟຢູ່ທາງແລ່ນ​ຂອງ​ລົດເມ ບົນ​ຖະໜົນ​ ຍົກ​ສູງ​ສາຍ​ນຶ່ງ ​ໃນ​ຕອນແລງ​ວັນ​ສຸກ ​ໃນຊ່ວງຊົ່ວ​ໂມງ​ເລີ​ກການ​ ທີ່​ມີ​ການຈະລາຈອນ​ແອ​ອັດ​ນັ້ນ.

ລະບົບຂົນ​ສົ່ງ​ມວນ​ຊົນ​ໂດ​ຍລົດ​ເມສາຍ​ດ່ວນ ​ຂອງ​ເມືອງ Xiamen ມີໄລຍະທາງ​ແລ່ນ ຍາວ 80 ກວ່າຫຼັກ ​ແລະ​ບໍລິການ​ຂົນ​ສົ່ງ​ຜູ້​ໂດຍສານຫຼາຍກວ່າ 250,000 ຄົນ ​ໃນ​ແຕ່​ລະ​ມື້.

48 ຄົນເສຍຊີວິດ ຍ້ອນໄຟໄໝ້ລົດເມ ຢູ່ຈີນ
please wait

No media source currently available

0:00 0:00:20 0:00
XS
SM
MD
LG