ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຄົນເສຍຊີວິດ ໃນລັດຣາຄິນ ເພີ້ມຂຶ້ນກາຍ 100 ຄົນແລ້ວ


ຜູ້ຊາຍຊາວພຸດຜູ້ນຶ່ງຢູ່ລັດຣາຄິນ ໄດ້ຮັບບາດເຈັບ ແລະພໍ່ຂອງລາວກໍາລັງໂຊມເອົາລາວ ຢູ່ທີ່ໂຮງໝໍໃນເມືອງ Sittwe ເມືອງຫລວງຂອງລັດຣາຄິນ ໃນມຽນມາ, ໃນວັນທີ 26 ຕຸລາ, 2012.
ຜູ້ຊາຍຊາວພຸດຜູ້ນຶ່ງຢູ່ລັດຣາຄິນ ໄດ້ຮັບບາດເຈັບ ແລະພໍ່ຂອງລາວກໍາລັງໂຊມເອົາລາວ ຢູ່ທີ່ໂຮງໝໍໃນເມືອງ Sittwe ເມືອງຫລວງຂອງລັດຣາຄິນ ໃນມຽນມາ, ໃນວັນທີ 26 ຕຸລາ, 2012.
ພວກເຈົ້າໜ້າທີ່ໃນມຽນມາເວົ້າວ່າ ຈໍານວນຄົນເສຍຊີວິດຍ້ອນ
ການກໍ່ຄວາມຮຸນແຮງລະຫວ່າງພວກຊົນເຜົ່າ ທີ່ເກີດຂຶ້ນເມື່ອໝໍ່ໆ
ມານີ້ ຢູ່ໃນລັດ Rakhine ທາງພາກຕາເວັນຕົກຂອງປະເທດນັ້ນ
ໄດ້ເພີ້ມຂຶ້ນກາຍ 100 ຄົນແລ້ວ.

ໂຄສົກຂອງລັດ Rakhine ທ່ານ Win Myaing ກ່າວໃນວັນສຸກ
ມື້ນີ້ວ່າ ມີ 112 ຄົນ ຖືກຂ້າຕາຍໃນການປະທະກັນ ລະຫວ່າງ
ຊາວມຸສລິມໂຣຮິງຢາ ແລະປະຊາຄົມຊາວພຸດໃນລັດຣາຄິນ
ທ່ານຍັງໄດ້ເວົ້າອີກວ່າ ມີຫລາຍກວ່າ 70 ຄົນ ໄດ້ຮັບບາດເຈັບ
ໃນໄລຍະທີ່ມີການ ກໍ່ ຄວາມຮຸນແຮງທີ່ດໍາເນີນໄປເປັນເວລາ
ຫລາຍວັນນັ້ນ.

ທາງດ້ານທ່ານ ພັນ ກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ
ໄດ້ອອກຖະແຫລງການ ສະບັບນຶ່ງໃນວັນພະຫັດວານນີ້ ໂດຍໄດ້ກ່າວ່າ ຄວາມບໍ່ໄວ້ວາງ ໃຈກັນລະຫວ່າງປະຊາ ຄົມດັ່ງກ່າວໄດ້ຖືກໝູນໃຊ້ໂດຍພວກຫົວຮຸນແຮງ ແລະພາກສ່ວນ ອາຊະຍາກໍາຕ່າງໆ ເພື່ອເຮັດໃຫ້ມີການເສຍຊີວິດຂອງມະນຸດຊາດ, ທໍາລາຍຊັບສິນ, ເຮັດໃຫ້ຄອບຄົວໜີປະ ບ້ານຢູ່ອາໄສ ພ້ອມທັງສ້າງຄວາມຢ້ານກົວ, ຄວາມອັບປະໂຫຍດ ແລະກຽດຊັງກັນ ໃນລະ ດັບອັນກວ້າງໃຫຍ່ຢ່າງຫລວງຫລາຍ.

ຖະແຫຼງການຂອງສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ມຽນມາ ເຮັດໃຫ້ ການໂຈມຕີທີ່ຜິດກົດໝາຍ ແລະຮຸນແຮງໃຫ້ຢູ່ພາຍໃຕ້ການຄວບຄຸມໄດ້ ແລະເຮັດໃຫ້ ການຂົ່ມຂູ່ ແລະຄໍາເວົ້າຂອງພວກຫົວຮຸນແຮງສິ້ນສຸດລົງ.

ພວກເຈົ້າໜ້າທີ່ມຽນມາເວົ້າໃນເມື່ອກ່ອນນັ້ນວ່າ ມີບ້ານເຮືອນ ເກືອບຮອດ 2 ພັນຫລັງ ໄດ້ຖືກທໍາລາຍຍ້ອນໄຟໄໝ້ ພ້ອມທັງສະຖານທີ່ທາງສາສະໜາອີກດ້ວຍ ນັບຕັ້ງແຕ່ມີ ການປະທະກັນເກີດຂຶ້ນ ໃນວັນອາທິດຜ່ານມານີ້.
XS
SM
MD
LG