ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຄະນະຕຸລາການ ຕັດສິນ ໃຫ້ຜູ້ຕ້ອງຫາ ວາງລະເບີດ ທີ່ ບອສຕັນ ມີຄວາມຜິດ ໃນທຸກຂໍ້ຫາ


ທ້າວ Dzhokhar Tsarnaev, (ທີສອງ ຈາກຂ້າງຊ້າຍ) ຢືນຢູ່ກັບພວກທະນາຍຄວາມຂອງລາວໃນສານ ເວລາຄະນະຕຸລາການຕັດສິນ ວັນທີ 8 ເມສາ 2015.
ທ້າວ Dzhokhar Tsarnaev, (ທີສອງ ຈາກຂ້າງຊ້າຍ) ຢືນຢູ່ກັບພວກທະນາຍຄວາມຂອງລາວໃນສານ ເວລາຄະນະຕຸລາການຕັດສິນ ວັນທີ 8 ເມສາ 2015.

ໃນ​ວັນ​ພຸດ​ມື້ວານ​ນີ້ ຄະນະ​ຕຸລາການ​ສະຫະລັດໄດ້​ຕັດສິນ​ວ່າ
ທ້າວ Dzhokhar Tsarnaev ທີ່ອົບ​ພະຍົບມາຈາກ Check
nya ນັ້ນມີ​ຄວາມ​ຜິດ​ ໃນ​ຂໍ້​ຫາ​ຮ່ວມ​ກັບອ້າຍ​ລາວ​ວາງ​ລະ​ເບີດ​
ໃສ່​ການ​ແຂ່ງຂັນ​ແລ່ນ​ທົນ​ທີ່​ນະຄອນບອສຕັນ​ໃນ​ປີ 2013 ທີ່​
ໄດ້​ສັງຫານ​ 3 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ 264 ຄົນ​ນັ້ນ.

ຄະນະ​ຕຸລາການ​ໄດ້​ພິຈາລະນາ​ຄະດີ​ດັ່ງກ່າວ ​ເປັນ​ເວລາ​ດົນ​ກວ່າ
11 ຊົ່ວ​ໂມງ​ໃນ​ຊ່ວງ​ສອງ​ມື້​ຜ່ານ​ມາ​ນີ້ ກ່ອນ​ຈະ​ອອກ​ຄຳ​ຕັດສິນ​ວ່າ​
ທ້າວ Tsarnaev ​ໄວ 21ປີ ​ມີ​ຄວາມ​ຜິດ​ໃນ​ຂໍ້​ກ່າວ​ຫາ​ທັງ​ໝົດ 30
ກະ​ໂທ​ງ ທີ່​ລາວ​ໄດ້​ປະ​ເຊີນຮວມທັງ 17 ກະ​ໂທ​ງທີ່​ສາມາດ​ຖືກ​ລົງ
​ໂທດປະຫານ ຊີວິດ​ໄດ້. ພວກ​ຍາດຕິ​ພີ່ນ້ອງ​ຈຳນວນ​ຫຼວງ​ຫຼາຍ​ຂອງ​
ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ເສຍ​ຊີວິດ​ໄປ​ນັ້ນ ​ໄດ້​ເຂົ້າ​ໄປ​ເບິ່ງການ​ຕັດສິນ​ດັ່ງກ່າວ ​ຢູ່​ໃນ ສານ​ລັດຖະບານ​ກາງ​ແຫ່ງ​ໜຶ່ງ​ໃນ​ນະຄອນ​ບອສຕັນໃນ​ຂະນະ​ທີ່​ຄະນະ ຕຸລາການ​ໄດ້​ປະກາດ​
ຄຳ​ຕັດສິນ​ດັ່ງກ່າວ​ໃຫ້​ຮູ້​ໃນແຕ່​ລະ​ກະ​ໂທ​ງນັ້ນ.

Boston Jury to Mull Life or Death for Tsarnaev
please wait

No media source currently available

0:00 0:03:18 0:00

ນາງ Karen Brassard ທີ່​ຂໍ້​ຕີນ​ແລະ​ໜ້າ​ແຂ່ງ​ໄດ້​ຮັບ​ບາດ​ເຈັບ​ຈາກ​ສະເກັດ​ລະ​ເບີດ​ນັ້ນ ກ່າວ​ວ່າ “ອັນ​ນີ້​ບໍ່​ແມ່ນ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຈະ​ໝົດ​ໄປ​ຈັກ​ເທື່ອ ​ເຈົ້າ​ຈະ​ມີ​ຄວາມ​ຮູ້ສຶກ​ໃນ​ເລື້ອງ​ນີ້​ຕະຫຼອດ​ໄປ ມັນ​ເປັນ​ເລື້ອງທີ່​ດຳ​ເນີນ​ໄປ​ຕະຫຼອດ​ຊີວິດ​ຂອງ​ພວກ​ເຮົາ ຂ້ອຍ​ບໍ່​ຮູ້ຈັກ​ວ່າ ຄວາ​ມຍຸຕິ​ທຳ ແມ່ນ​ອັນ​ໃດ. ຂ້ອຍ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ທີ່
ຈະ​ບໍ່​ມີ​ລາວ​ຢູ່​ຕາມ​ຖະໜົນ​ຫົນທາງ​ຕື່ມ​ອີກ.”

ບັດ​ນີ້ ຄະດີ​ຕໍ່ທ້າວ Tsarnaev ຈະ​ດຳ​ເນີ​ຕໍ່​ໄປ​ໃນ​ຂັ້ນ​ທີ​ສອງ ຊຶ່ງ​ຄະນະ​ຕຸລາການ​ຈະ​ຮັບ
​ຟັງ​ຄຳ​ໃຫ້ການຕື່ມ​ອີກ ບາງທີ​ອາດຈະເລີ້ມໃນ​ສັບປະດາ​ໜ້າ​ນີ້​ກໍ​ເປັນ​ໄດ້ ກ່ອນ​ຈະ​ທຳ​ການ​ຕັດສິນ​ໃຈ​ກ່ຽວ​ກັບ​ວ່າ ຈະ​ຕັດສິນ​ລົງ​ໂທດ​ຜູ້ກ່ຽວ ​ຈຳ​ຄຸກ​ຕະຫຼອດ​ຊີວິດ ຫຼືປະຫານ​ຊີວິດນັ້ນ.

Boston Bombing Verdict
please wait

No media source currently available

0:00 0:01:36 0:00

XS
SM
MD
LG