ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ບັງກລາແດັສ ຈັບຜູ້ຕ້ອງສົງໄສ ສາມຄົນ ທີ່ສັງຫານ ນັກຂຽນຂ່າວ


ນັກເຄື່ອນໄຫວ ບັງກລາແດັສ ຄົນນຶ່ງ ຖືທຽນໄຂ ໄວ້ອາໄລ ໃນ ຂະນະທີ່ມີການປະທ້ວງການສັງຫານຢູ່.
ນັກເຄື່ອນໄຫວ ບັງກລາແດັສ ຄົນນຶ່ງ ຖືທຽນໄຂ ໄວ້ອາໄລ ໃນ ຂະນະທີ່ມີການປະທ້ວງການສັງຫານຢູ່.

ບັນດາ​ເຈົ້າ​ໜ້າ​ທີ່ Bangladesh ກ່າວ​ວ່່າ ​ເຂົາ​ເຈົ້າ​ໄດ້​ຈັບ​ຜູ້​
ຕ້ອງ​ສົງ​ໄສ ທີ່​ເປັນ​ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ​ສາມ​ຄົນ ໃນ​
ການ​ສັງຫານ ຜູ້​ຂຽນ​ທີ່ບໍ່​ເຫັນພ້ອມ​ທາງ​ສາສະໜາ​ ມີ​ຊື່​ສຽງ​ສອງ
​ຄົນ ຮວມທັງ ຜູ້​ທີ່​ເກີດ​ຢູ່ Bangladesh ສັນຊາດ ອາ​ເມ​ລິ​ກັນ

​ໂຄສົກຂອງ ກຳລັງທະຫານ​ປະຕິບັດ​ງານ​ຢ່າງ​ກະທັນຫັນ ຫລື
RAB ຂອງ Bangladesh ກ່່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ອັງ
ຄານ​ມື້​ນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ ທ້າວ Youhidur Rahman ​ແລ
​ອີກ​ສອງ​ຄົນ “ທີ່​ເປັນ​ສະມາຊິກ​ປະຕິບັດ​ງານ” ຂອງ​ກຸ່ມ​ນອກ​ກົດ
ໝາຍ​ ທິມ ອິສລາມ Ansarullah Bangla ​ໃນ​ນະຄອນ Dhaka
​ໃນ​ວັນ​ຈັນ​ວານ​ນີ້.

ທ່ານ​ກ່າວ​ວ່າ ​ເຂົາ​ເຈົ້າ ​ເປັນ​ຜູ້​ຕ້ອງ​ສົງ​ໄສ​ສັງຫານ ສັນຊາດ​ອາ​ເມຣິກັນ ທ່ານ Avijit Roy
​ໃນ​ເດືອນ​ກຸມພາ ​ແລະ​ທ່ານ Ananta Bijoy Das ​ໃນ​ເດືອນ​ພຶດສະພາ.

ທັງ​ສອງ​ທ່ານ ​ໄດ້​ຖືກ​ມີດ​ແທງ​ເຖິງ​ຕາຍ ຈາກ​ຜູ້​ໂຈມ​ຕີທີ່ ໃຊ້​ພ້າ​ອີ່​ໂຕ້​ຟັນ​ໃນ​ຕົ້ນ​ປີ​ນີ້. ໂຄສົກ
RAB ກ່າວ​ວ່າ ທ້າວ Rahman ອາຍຸ 58 ປີ ກ່າວ​ຕໍ່​ບັນດາ​ເຈົ້າ​ໜ້າ​ທີ່​ວ່າ ລາວ​ເປັນ​ສັນຊາດ
​ອັງກິດ.

ທິມ Ansarullah Bangla ​ໄດ້​ຖືກ​ຫ້າມ ໃນ​ການຕອບ​ໂຕ້​ຕໍ່​ການ​ສັງຫານດັ່ງກ່າວ.

XS
SM
MD
LG